ໂດຍ: ສ.ຣາຊະສີ

ໃນຕອນບ່າຍຄ້າຍແລງທີ່ບ້ານດອນຊາ ເມືອງທ່າແຕງ ແຂວງເຊກອງ ທ່າມກາງຝົນຝອຍທີ່ກຳລັງຈະເລີ່ມຕົກ ສວນຜັກໃນຫົ່ມຂອງ ນາງ ຄຳເພີນ ໂຕະດໍລໍ ກຳລັງເຕີບໃຫຍ່ຢ່າງມີຊີວິດຊີວາ ສວນແຫ່ງດັ່ງກ່າວບໍ່ພຽງແຕ່ເປັນຜັກເພື່ອບໍລິໂພກໃນຄອບຄົວເທົ່ານັ້ນ ແຕ່ແມ່ນຜັກທີ່ກຳລັງເດີນທາງໄປສູ່ “ຈານອາຫານທ່ຽງ” ຂອງນ້ອງນັກຮຽນຫຼາຍຮ້ອຍຄົນ.
ນາງ ເພີນຄຳ ແມ່ນໜຶ່ງໃນຈຳນວນ 117 ຄອບຄົວຊາວກະສິກອນ ຂອງເມືອງທ່າແຕງ ທີ່ໄດ້ຮັບການສົ່ງເສີມເປັນຊາວກະສິກອນຂັ້ນບ້ານ ເພື່ອຜະລິດຜັກສະໜອງເຂົ້າໃນ ໂຄງການອາຫານທ່ຽງໃນໂຮງຮຽນ ທີ່ດຳເນີນໂດຍ ອົງການອາຫານໂລກ (WFP) ແລະ ໄດ້ຮັບທຶນສະໜັບສະໜູນຈາກ BMZ ປະເທດເຢຍລະມັນ ເປັນໂຄງການສະໜັບສະໜູນຊາວກະສິກອງທ້ອງຖິ່ນ ໂດຍການເຊື່ອມໂຍງເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ.
ຍ້ອນກັບໄປເບິ່ງອະດີດ ນາງ ເພີນຄຳ ເຄີຍປູກຜັກແບບປະຖົມປະຖານ ບໍ່ມີເຮືອນຫົ່ມ ບໍ່ມີເຕັກນິກ ເຮັດໃຫ້ບໍ່ສາມາດຜະລິດໄດ້ຕະຫຼອດປີ ຜົນຜະລິດໄດ້ໜ້ອຍ ແລະ ລາຍຮັບກໍບໍ່ແນ່ນອນ.

ແຕ່ເມື່ອໂຄງການເຂົ້າມາ ຊີວິດການກະສິກຳຂອງ ນາງ ເພີນຄຳ ໄດ້ປ່ຽນໄປຢ່າງຊັດເຈນ: ສວນມີເຮືອນຫົ່ມ ສາມາດປູກໄດ້ສອງລະດູ ໄດ້ຮັບການຍົກລະດັບເຕັກນິກການປູກ ການປົວລະບັດແບບປອດໄພ ດ້ວຍການນຳໃຊ້ຝຸ່ນຊີວິພາບ ແລະ ນ້ຳຊີວະພາບ ພ້ອມທັງໄດ້ຮັບແນວພັນຜັກທີ່ມີຄຸນນະພາບ ທັງໝົດນັ້ນແມ່ນຍ້ອນການສະໜອງທຶນໂຄງການ.
ຜົນຜະລິດທີ່ເພີ່ມຂຶ້ນ ບໍ່ພຽງແຕ່ຊ່ວຍສະໜອງຜັກໃຫ້ໂຄງການອາຫານທ່ຽງໃນໂຮງຮຽນ ໃນລາຄາ 5.000 ກີບຕໍ່ກິໂລກຣາມ ເທົ່ານັ້ນ ແຕ່ຍັງສາມາດຈຳໜ່າຍໃນຕະຫຼາດຊຸມຊົນ ສ້າງລາຍຮັບເພີ່ມ ທີ່ຄ່ອຍໆຍົກລະດັບຄຸນນະພາບຊີວິດຄອບຄົວໃຫ້ດີຂຶ້ນ.

“ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ ທີ່ໄດ້ເປັນສ່ວນໜຶ່ງໃນການສະໜອງຜັກໃຫ້ນ້ອງນັກຮຽນ” ນາງ ເພີນຄຳ ກ່າວດ້ວຍຮອຍຍິ້ມ ລາວຍັງໄດ້ສະແດງຄວາມຂອບໃຈຕໍ່ ອົງການອາຫານໂລກ ທີ່ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍໄດ້ຮັບໂພຊະນາການທີ່ດີ ແຕ່ຍັງເປັນສະພານເຊື່ອມຕໍ່ລະຫວ່າງ “ສວນຜັກຂອງຊາວກະສິກອນ” ກັບ “ອະນາຄົດຂອງຊາດ”.
ເລື່ອງລາວຂອງ ນາງ ເພີນຄຳ ຈຶ່ງເປັນຫຼັກຖານຊັດເຈນວ່າ: ຊາວກະສິກອນຂັ້ນບ້ານ ບໍ່ແມ່ນພຽງຜູ້ຜະລິດອາຫານ ແຕ່ແມ່ນຜູ້ຮ່ວມສ້າງອະນາຄົດ ໃຫ້ແກ່ເດັກນ້ອຍ ແລະ ສັງຄົມລາວໃນໄລຍະຍາວ.