
ໂດຍ: ສ.ຣາຊະສີ
ຢູ່ບ້ານປະແຫຼງ ເມືອງທ່າແຕງ ແຂວງເຊກອງ ມີຄອບຄົວກຸ່ມຊາວກະສິກອນທີ່ປູກ ແລະ ລ້ຽງ ທີ່ກຳລັງມີບົດບາດອັນຍິ່ງໃຫຍ່ ໃນການສ້າງອະນາຄົດໃຫ້ກັບນ້ອງນັກຮຽນຊັ້ນປະຖົມ ໂຮງຮຽນປະຖົມບ້ານປະແຫຼງ ໜຶ່ງໃນນັ້ນຄື ທ້າວ ຕິກ ຄຳສອນ ປະຊາຊົນບ້ານປະແຫຼງ ເຊິ່ງເປັນ 1 ໃນ 4 ຄົວເຮືອນ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການອາຫານທ່ຽງໃນໂຮງຮຽນປະຖົມບ້ານປະແຫຼງ.
ໂຄງການດັ່ງກ່າວ ຈັດຕັ້ງປະຕິບັດໂດຍ ອົງການອາຫານໂລກ (WFP) ແລະ ໄດ້ຮັບທຶນສະໜັບສະໜູນຈາກ BMZ ປະເທດເຢຍລະມັນ ໂດຍມີເປົ້າໝາຍສຳຄັນ ເພື່ອສົ່ງເສີມໂພຊະນາການໃຫ້ນ້ອງນັກ ຮຽນ ຜ່ານການນຳໃຊ້ວັດຖຸດິບຈາກຊຸມຊົນທ້ອງຖິ່ນ.

ທ້າວ ຕິກ ຄຳສອນ ເຜີຍວ່າ: ຕົນເອງຮູ້ສຶກພາກພູມໃຈຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການດັ່ງກ່າວ ໂດຍໄດ້ຮັບທຶນສະໜັບສະໜູນໃນການລ້ຽງໄກ່ພັນໄຂ່ ຈຸດປະສົງຫຼັກ ບໍ່ແມ່ນພຽງແຕ່ສ້າງລາຍຮັບໃຫ້ຄອບຄົວ ແຕ່ເປັນການສະໜອງໄຂ່ສົດ ເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນພາຍໃນບ້ານ ໃນລາຄາທີ່ຕໍ່າກວ່ນທ້ອງຕະຫຼາດ ຄື 50.000 ກີບຕໍ່ແຕະ ເພື່ອໃຫ້ນ້ອງນັກຮຽນໄດ້ຮັບສານອາຫານທີ່ຄົບຖ້ວນ.
ແຕ່ກ່ອນ ທ້າວ ຕິກ ເຄີຍລ້ຽງໄກ່ຕາມທຳມະຊາດເທົ່ານັ້ນ ແຕ່ພາຍຫຼັງທີ່ໂຄງການເຂົ້າມາ ໄດ້ຊ່ວຍເສີມທັກສະ ແລະ ວິທີການລ້ຽງໃຫ້ມີປະສິດທິຜົນຫຼາຍຂຶ້ນ ເຊິ່ງຜົນຜະລິດນອກຈາກສາມາດສະໜອງໄຂ່ໃຫ້ໂຮງຮຽນໄດ້ຢ່າງສະໝ່ຳສະເໝີແລ້ວ ຍັງຊ່ວຍຫຼຸດລາຍຈ່າຍຂອງຄອບຄົວ ແລະ ຫາກຜະລິດໄດ້ຫຼາຍ ກໍສາມາດນຳໄປຈຳໜ່າຍຕາມຕະຫຼາດເພື່ອສ້າງລາຍຮັບໃຫ້ຄອບຄົວ ໄດ້ປະມານ 500.000 ກີບຕໍ່ອາທິດ.




ທ້າວ ຕິກ ກ່າວຕື່ມວ່າ: ໃນຕໍ່ໜ້າ ຖ້າໄດ້ຮັບຜົນດີ ກໍມີແຜນທີ່ຈະຂະຫຍາຍຂຶ້ນຕື່ມ ໂດຍຈະເພີ່ມໄຂ່ຂຶ້ນຈາກ 30 ໂຕ ເປັນ 40-50-60 ໂຕ ແລະ ຕໍ່ໆໄປ ຈົນສາມາດຮັບປະກັບການສະໜອງໄຂ່ໃຫ້ໂຄງການຢ່າງພຽງພໍ.
ນອກຈາກການລ້ຽງໄກ່ພັນໄຂ່ແລ້ວ ຄອບຄົວຂອງທ້າວ ຕິກ ຍັງປະກອບອາຊີບເຮັດນາ ແລະ ປູກມັນຕົ້ນ ເພື່ອສ້າງຄວາມໝັ້ນຄົງໃຫ້ກັບຊີວິດຄອບຄົວ.

ຂະນະດຽວກັນ ທ່ານ ຄຳສິງ ໄຊວົງສາ ຜູ້ອຳນວຍການໂຮງຮຽນປະຖົມບ້ານປະແຫຼງ ເປັນໂຮງຮຽນທີ່ດຳເນີນໂຄງການອາຫານທ່ຽງ ໄດ້ກ່າວວ່າ: ກຸ່ມຊາວກະສິກອນທີ່ປູກພືດ ແລະ ລ້ຽງສັດນ້ອຍ ມີບົດບາດສຳຄັນຢ່າງຍິ່ງ ໃນການສະໜອງວັດຖຸດິບເຂົ້າສູ່ໂຄງການອາຫານທ່ຽງ ຜ່ານມາ ກຸ່ມຊາວກະສິກອນໄດ້ສະໜອງພືດຜັກ ແລະ ໄຂ່ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ເຊິ່ງເປັນການຮັບປະກັນໃຫ້ນັກຮຽນໄດ້ຮັບອາຫານທີ່ມີຄຸນຄ່າທາງໂພຊະນາການ ເຊິ່ງໃນຕໍ່ໜ້າ ໂຮງຮຽນຈະປະສານສົມທົບກັບໂຄງການ ເພື່ອສືບຕໍ່ປຸກລະດົມກຸ່ມຊາວກະສິກອນໃນຊຸມຊົນ ໃຫ້ເຂົ້າມາປະກອບສ່ວນໃນການສະໜອງຊີ້ນ ພືດຜັກ ແລະ ວັດຖຸດິບອື່ນໆ ເພື່ອພັດທະນາຄຸນນະພາບອາຫານທ່ຽງໃຫ້ດີຂຶ້ນກວ່າເກົ່າ.
ໄຂ່ແຕ່ລະໜ່ວຍ ບໍ່ພຽງແຕ່ເປັນສ່ວນປະກອບຂອງອາຫານທ່ຽງ ແຕ່ແມ່ນພື້ນຖານຂອງສຸຂະພາບ ແລະ ຄວາມຝັນໃນອະນາຄົດຂອງນ້ອງນັກຮຽນລາວ.