ພໍ່ຕູ້ ແກ້ວວັນສີ ກັບສວນຜັກໜ້າເຮືອນທີ່ປ່ຽນຊີວິດຄອບຄົວ ແລະ ເຕີມອາຫານໃຫ້ເດັກນ້ອຍໃນໂຮງຮຽນ

ໂດຍ: ສ.ຣາຊະສີ

ທ່າມກາງແສງແດດຕອນບ່າຍຄ້າຍແລງຂອງມື້ໜຶ່ງ ທີ່ບ້ານປະແຫຼງ ເມືອງທ່າແຕງ ແຂວງເຊກອງ ທີ່ເປັນໄລຍະກ້າວເຂົ້າສູ່ລະດູ ໜາວ ສາຍລົມເຢັນໆ ໄດ້ພັດຜ່ານຊ່ວຍບັນເທົາຄວາມຮ້ອນຈາກແສງແດດທີ່ສ່ອງກະທົບໃສ່ໃບໜ້າຢ່າງແຮງກ້າອອກໄປ.

ໃນສວນຜັກນ້ອຍໆໜ້າເຮືອນ ຊາຍໄວ 69 ປີ ຄົນໜຶ່ງ ກຳລັງນັ່ງຊົມຜົນຜະລິດຂອງຕົນເອງດ້ວຍຄວາມພູມໃຈ ລາວນຸ່ງເສື້ອແຂນຍາວສີດຳ ສວມໝວກຜ້າ ເພື່ອປ້ອງກັນແສງແດດ ກ່ອນຈະລຸກຂຶ້ນຢ່າງຄ່ອຍໆ ໄປຊອກຫາເຄື່ອງມື ເພື່ອອະທິບາຍ ແລະ ສາທິດວິທີການເຮັດສວນໃຫ້ແກ່ທີມງານວິຊາການຂອງອົງການອາຫານໂລກ (WFP).

ເຖິງແມ່ນວ່າ ອາຍຸຂອງລາວຈະກ້າວເຂົ້າ 70 ປີແລ້ວກໍຕາມ ແຕ່ຄວາມຂະຫຍັນ ແລະ ຄວາມມຸ່ງໝັ້ນ ບໍ່ຕ່າງຫຍັງກັບຄົນໜຸ່ມ ລາວສາມາດເຮັດວຽກໄດ້ປານຄົນໄວ 30-40 ປີ ທັງການຈີ້ມຜັກ ຫົດນ້ຳ ໃສ່ຝຸ່ນ ແລະ ບົວລະບັດສວນຢ່າງຂະຫຍັນຂັນແຂງ ຈົນສາມາດເວົ້າໄດ້ວ່າ ຄວາມຮ້ອນ ແລະ ແສງແດດ ບໍ່ສາມາດຫຼຸດຄວາມຕັ້ງໃຈຂອງລາວລົງໄດ້ແຕ່ຢ່າງໃດ.

ຊາຍໄວ 69 ປີ ຄົນນັ້ນ ມີຊື່ວ່າ: ພໍ່ຕູ້ ແກ້ວວັນສີ ວັນແກ້ວສີ ຄອບຄົວຂອງລາວແມ່ນໜຶ່ງໃນ 5 ຄົວເຮືອນ ທີ່ໄດ້ຮັບການສະ ໜັບສະໜູນຈາກໂຄງການຊ່ວຍເຫຼືອຂອງອົງການອາຫານໂລກ ໃນການປູກຜັກເພື່ອສະໜອງອາຫານສົດໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນ ແລະ ສົ່ງຂາຍໃຫ້ຕະຫຼາດໃນຊຸມຊົນໂດຍກົງ ສວນຜັກໜ້າເຮືອນຂອງລາວ ສາມາດສະໜອງຜັກໃຫ້ໂຮງຮຽນໄດ້ປະມານ 10 ກິໂລກຣາມຕໍ່ອາທິດ ແລະ ຍັງເຫຼືອສົ່ງຂາຍສ້າງລາຍໄດ້ເພີ່ມໃຫ້ກັບຄອບຄົວ.

ພໍ່ຕູ້ ແກ້ວວັນສີ ໃຫ້ສຳພາດດ້ວຍຮອຍຍິ້ມອັນອົບອຸ່ນວ່າ: ຫຼັງ ຈາກໄດ້ເຂົ້າຮ່ວມໂຄງການນີ້ ຊີວິດຄອບຄົວດີຂຶ້ນ ນອກຈາກການສະໜອງຜັກໃຫ້ໂຮງຮຽນແລ້ວ ລາວຍັງສາມາດນຳຜັກໄປຂາຍໃນຕະຫຼາດໄດ້ ເຮັດໃຫ້ມີລາຍຮັບປະມານ 5-6 ແສນກີບຕໍ່ອາທິດ ເຖິງແມ່ນຈະເປັນຈຳນວນເງິນທີ່ບໍ່ຫຼາຍ ແຕ່ກໍພຽງພໍທີ່ຈະຊ່ວຍຈຸນເຈືອ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວໄດ້.

ທ່ານ ສົມພອນ ສີດາວົງ ຜູ້ປະສານງານໂຄງການເຊື່ອມໂຍງຊາວກະສິກອນ ອົງການອາຫານໂລກ ໃຫ້ສຳພາດວ່າ: ໂຄງການຊ່ວຍ ເຫຼືອຂອງອົງການອາຫານໂລກ ໃນການປູກຜັກເພື່ອສະໜອງອາຫານສົດໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນໄດ້ດຳເນີນຢູ່ແຂວງເຊກອງມີ 3 ເມືອງເປົ້າໝາຍ ລວມມີ 55 ບ້ານເປົ້າໝາຍ ສຳລັບເມືອງທ່າແຕງມີ 26 ບ້ານເປົ້າໝາຍ ມີ 117 ຄອບຄົວ ທີ່ໄດ້ຮັບການສົ່ງເສີມເປັນຊາຍກະສິກອນຂັ້ນບ້ານ ເພື່ອຜະລິດກະສິກຳສະໜອງເຂົ້າໃນໂຄງການອາຫານທ່ຽງໃນໂຮງ ຮຽນ ເຊິ່ງຢູ່ບ້ານປະແຫຼງ ນີ້ ແມ່ນມີ 5 ຄອບຄົວ ໄດ້ຮັບການສົ່ງເສີມໃນການປູກຝັງ ແລະ ໜຶ່ງໃນນັ້ນກໍແມ່ນຄອບຄົວຂອງ ພໍ່ຕູ້ ແກ້ວວັນສີ ໂດຍທາງໂຄງການໄດ້ສ້າງຄວາມອາດສາມາດຂອງເຂົາເຈົ້າ ເພື່ອຮັບປະກັນການປູກ ການລ້ຽງ ເພື່ອສາມາດສະ ໜອງເຂົ້າໃນການອາທ່ຽງຂອງໂຮງຮຽນໄດ້ຢ່າງເປັນປົກກະຕິ.

ສຳລັບໂຄງການຂອງອົງການອາຫານໂລກ ເປັນການສະໜັບ ສະໜູນຊາວກະສິກອນທ້ອງຖິ່ນ ໂດຍການເຊື່ອມໂຍງພວກເຂົາເຈົ້າກັບໂຄງການອາຫານທ່ຽງໃນໂຮງຮຽນ ເຊິ່ງໄດ້ຮັບການສະ ໜັບສະໜູນຈາກ BMZ ປະເທດເຢຍລະມັນ.

ການລິເລີ່ມນີ້ ບໍ່ພຽງແຕ່ຊ່ວຍເພີ່ມໂພຊະນາການໃຫ້ເດັກນ້ອຍໃນໂຮງຮຽນ ແຕ່ຍັງຊ່ວຍສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ອານາຄົດທີ່ດີກວ່າໃຫ້ຊຸມຊົນທ້ອງຖິ່ນອີກດ້ວຍ.

error: Content is protected !!