AFN2 ແປ​ຮູບອ​າ​ຫານເກັບ​ໄວ້​ກິນ​ໄລ​ຍະ​ຍາວ ອີກ​ຊ່ອງ​ທາງ​ເພື່ອສ້າງລາຍຮັບ ແລະ ຜົນປະໂຫຍດທີ່ຈັບຕ້ອງໄດ້ ໃຫ້​ປະ​ຊາ​ຊົນ​ບ້ານ​ຫ້ວຍ​ອາ ວັງ​ຊ້າງ​

ໂດຍ: ສ.ຣາ​ຊະ​ສີ

ບົດ​ສຳ​ພາດ

ໃນ​ໄລ​ຍະ​ຜ່ານ​ມາ ໝາກໄມ້ ແລະ ພ​ືດຜັກ ຈຳນວນຫຼາຍໃນບ້ານຫ້ວຍອາ ວັງຊ້າງ ເມືອງລະມາມ ແຂວງເຊກອງ ມັກຖືກປະໃຫ້ເໜົ່າເປື່ອຍໄປຕາມລະດູການ ແຕ່ມື້ນີ້ ສິ່ງທີ່ເຄີຍເປັນ “ສິ່ງ​ທີ່​ປ່ອຍ​ປະ​ໃຫ​້​ຮ່ຽວ ແລະ ເໜົ່າ​ເປື່​ອຍນັ້ນ” ກັບກາຍເປັນ “ໂອກາດ” ໃນການແປ​ຮູບອາ​ຫານ​ເກັບ​ໄວ້​ບໍ​ລິ​ໂພກ​ໃນ​ໄລ​ຍະ​ຍາວ ພ້ອມ​ຍັງ​ຈະ​​ຊ່ອງເປັນ​ອີກ​ປຫຼ່ງ​ລາຍ​ຮັບ​ໃຫ້​ກັບ​ຄອບ​ຄົວ​ປະ​ຊາ​ຊົນ ສິ່ງ​ດັ່ງ​ກ່າວນັ້ນ ໄດ້​ມາ​ຈາກຈາກການດຳເນີນງານຂອງ ໂຄງການ AFN2 ທີ່ເຂົ້າມາສ້າງການປ່ຽນແປງໃຫ້ຊຸມຊົນທີ່​ເຫັນ​ໄດ​້​ຢ່າງ​ຈະ​ແຈ້ງ.

ນາງ ມະນີ ສຸກຄຳ ປະ​ຊາ​ຊົນບ້ານຫ້ວຍອາ ວັງຊ້າງ ແລະ ຜູ້ອຳນວຍຄວາມສະດວກຂັ້ນບ້ານໃນ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ໃຫ້​ສຳ​ພາດ​ວ່າ: ໂຄງການ AFN2 ໄດ້ສ້າງຜົນກະໂຫຍດໂດຍກົງໃຫ້ກັບຄອບຄົວຂອງ​ປ​ະ​ຊາ​ຊົນ​ພາຍໃນບ້ານ ເຊິ່ງແຕ່ກ່ອນ ໝາກໄມ້ ກັບ ພືດຜັກທີ່ປູກໄດ້ ກິນບໍ່ໝົດ ຫຼື ກິນບໍ່​ທັນ ກໍປ່ອຍໃຫ້ເໜົ່າເປື່ອຍ ພໍໄດ້ເຂົ້າໂຄງການແລ້ວພວກເຮົາຮູ້ຈັກແປຮູບອາຫານ ເກັບໄວ້ກິນໄດ້ດົນ ແລະ ຍັງ​ສາ​ມາດນຳໄປຂາຍ​ໄດ້ ​ເຊິ່ງ​ຈະ​​ເປັນ​ຊ່ອງ​ທາງ​ທີ່​ສາ​ມາດສ້າງລາຍຮັບເພີ່ມເຂົ້າໃນຄອບຄົວໄດ້.

ອີກດ້ານ​ໜຶ່ງ ນາງ ຈັນໂທ ມົງຄຸນວິໄລ ຮອງຜູ້ປະສານງານໂຄງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະມາມ ເຜີຍວ່າ:  ໂຄງ​ການ​ດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ເຂັ້​ມ​ແຂງ​ໃຫ້​ກັບ​ແມ່​ຍິງ​ຖື​ພາ ແມ່​ລູກ​ອ່ອນ ແລະ ເດັກ​ນ້ອຍ​ຕ່ຳ​ກວ່າ 2 ປີ ໂດຍ​ການ​ໃຫ້​ທຶນ​ສົ່ງ​ເສີມ​ການ​ປູກ ແລະ ລ້ຽງ​ສັດ ເຊິ່ງ​ໃນ​ປີ 2024 ຜ່ານ​ມາ ໄດ້​ສະ​ໜອງ​ທຶນ​ໃຫ້​ປະ​ຊາ​ຊົນໃນ​ກຸ່ມ​ເປົ້າ​ໝາຍ 2-2,5 ລ້ານ​ກີບ​ຕໍ່​ຄອບ​ຄົວ ​ເພື່ອ​ເຮັດ​ສວນ​ຄົວ​ປະ​ຈຳ​ເຮືອນ ນອກນັ້ນ​ໂຄງ​ການ​ຍັງ​ໄດ້​ເອົາ​ໃຈ​ໃສ່ ໃນ​ການ​ເຝ​ິກ​ຮົມ​ຂອງ​ເອື້ອຍ​ນ້ອງ​ຍິງໃນ​ການ​ແປ​ຮູບອາ​ຫານໃຫ້​ເປັນ​ຜະ​ລິດ​ຕະ​ພັນ ເພື່ອ​ສາ​ມາດ​ເກັບ​ໄວ້​ກິນ​ໄດ້​ດົນ ໂດຍ​ອີງ​ໃສ່​ວັດ​ຖຸ​ດີບ​ທີ່​ມີ​ພາຍ​ໃນ​ບ້ານ ຖ້າ​ຜະ​ລິດຫຼາຍ​ກໍ​ສາ​ມາດ​ຈຳ​ໜ່າຍ​ພາຍ​ໃນ​ບ້ານ ແລະ ຊຸມ​ຊົນ​ໃກ້​ຄຽງ.   

ທ່ານ ໂດລາ ໄຊຍະລົບ ຜູ້ອຳນວຍຄວາມສະດວກໂຄງການ AFN ປະຈຳເມືອງລະມາມ ເນັ້ນວ່າ: ຜົນປະໂຫຍດຂອງໂຄງການສາມາດເຫັນໄດ້ຈາກຊີວິດຈິງຂອງປະ​ຊາ​ຊົນ​ໃນ​ກຸ່​ມເປົ້າໝາຍ ບໍ່ແມ່ນພຽງແຕ່ໃຫ້ຊາວບ້ານມີອາຫານກິນພຽງພໍເທົ່າ​ນັ້ນ ແຕ່ຢາກໃຫ້ຄອບຄົວໃນບ້ານມີລາຍຮັບເພີ່ມຂຶ້ນຢ່າງໜ້ອຍ 20% ແລະ ສາມາດຢູ່ໄດ້ດ້ວຍຕົນເອງໃນລະຍະຍາວ.

ສຳ​ລັບໂຄງການ AFN ໄດ້ເລີ່ມຈັດຕັ້ງປະຕິບັດມາຢູ່ເມືອງແຫ່ງນີ້ແຕ່ປີ 2019 ໃນເປົ້າໝາຍມີ 25 ບ້ານ ແຕ່ການຈັດຕັ້ງປະຕິບັດກິດຈະກໍາແປຮູບອາຫານມີທັງໝົດ 5 ບ້ານຄື: ບ້ານກະຊັງກາງ ບ້ານນໍ້າຫຽງ ບ້ານຫ້ວຍອາວັງຊ້າງ ບ້ານຕຸ່ຍລານ, ບ້ານລະວິລໍາພັນ ໃນປີ 2025 ​ເຊິ່ງເປັນຄັ້ງທໍາອິດໃນການຈັດກິດຈະກໍາດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ຊາຍ 3 ຄົນ ເປົ້າໝາຍຫຼັກຂອງໂຄງການແມ່ນຢາກຊ່ວຍໃຫ້ຊຸມຊົນ ກໍຄື ປະ​ຊາ​ຊົນ​ ທີ່ຢູ່ໃນບ້ານເປົ້າໝາຍມີລາຍຮັບ ເພີ່ມຂຶ້ນ 20% ສາມາດຮັບປະກັນທາງດ້ານສະບຽງອາຫານ ມີອາຫານກິນທີ່ພຽງພໍໃນທຸກລະດູການ.

ກ່ອນຈະມາຈັດຕັ້ງປະຕິບັດໂຄງການນີ້ ແມ່ນໄດ້ວາງແຜນບ້ານ ໃນນັ້ນ ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 80% ຫຼັງຈາກມີການວາງແຜນບ້ານແລ້ວຍັງມີການຝຶກອົບຮົມກ່ຽວກັບວຽກງານໂພຊະນາການໃຫ້ກຸ່ມເປົ້າໝາຍຄົວເຮືອນທີ່ມີເດັກຕໍ່າກວ່າ 2 ປີ ຫຼື ເດັກຕໍ່າກວ່າ 1.000 ວັນ ດັ່ງນັ້ນ ພວກເຮົາກໍໄດ້ສະໜັບສະໜູນງົບປະມານໃຫ້ຄົວເຮືອນໜຶ່ງ 2,5 ລ້ານກີບ ທີ່ນອນໃນກຸ່ມເປົ້າໝາຍ.

ນອກຈາກ ວຽກໂພຊະນາການແລ້ວພວກເຮົາຍັງເວົ້າເຖິງວຽກກະສິກໍາ ໃຫ້ເຂົາເຈົ້າສ້າງສວນຄົວ ຫຼື ປູກ-ລ້ຽງຂະໜາດນ້ອຍສໍາລັບການບໍລິໂພພາຍໃນຄົວເຮືອນ ສົ່ງເສີມດ້ານການກະສິກໍາແລ້ວ ຍັງໄດ້ສົ່ງເສີມດ້ານການຮັກສາ ແລະ ໜອງອາຫານເຊັ່ນ: ການແປຮູບອາຫານ ເຊິ່ງສາເຫດການແປຮູບອາຫານກໍເນື່ອງຈາກພາຍໃນບ້ານຂອງເມືອງລະມານ ມີຫຼາຍບ້ານທີ່ມີພືດຜັກບາງລະດູ ເວລາໝົດລະດູນັ້ນໆກໍຈະບໍ່ມີອາຫານການກິນ.

ສະນັ້ນ ການແປຮູບອາຫານຈະເປັນສ່ວນໜຶ່ງເຮັດໃຫ້ຊຸມຊົນສາ ມາດສະໜອງອາຫານໄວ້ໄດ້ຍາວນານມ​ີອາຫານທີ່ຫຼາກຫຼາຍ ແລະ ໄດ້ບໍລິໂພກທຸກລະດູການ ພ້ອມນັ້ນ ຢູ່ພາຍໃນບ້ານລະບົບນໍ້າລິນຍັງບໍ່ພຽງພໍເທື່ອ ກ່ອນມີໂຄງການ AFN 2 ເຂົ້າມາກໍໄດ້ມີການສໍາຫຼວດເບິ່ງຫຼາຍຄົວເຮືອນ ມີຫຼາຍຄົວເຮືອນທີ່ບໍ່ປູກພືດພັກຕ່າງໆ ຫຼັງຈາກຊຸມຊົນໄດ້ຂົ້າໃຈກ່ຽວກັບຄວາສໍາຄັນໃນການປູກ ແລະ ການລ້ຽງ ຈາກໂຄງການ AFN ເພື່ອໂພຊະນາການບໍລິໂພກນັ້ນເຫັນໄດ້ວ່າແຕ່ລະຄົວເຮືອນ 90% ມີການປູກການລ້ຽງຂະໜາດນ້ອຍເກີດຂຶ້ນຫຼາຍ.

ຈາກການສົ່ງເສີມຄວາມຮູ້ ການຝຶກອົບຮົມ ແລະ ການສະໜອງທຶນຢ່າງເໝາະສົມ ໂຄງການ AFN2 ໄດ້ສ້າງຜົນປ​ະໂຫຍດທີ່ຈັບຕ້ອງໄດ້ໃຫ້ກັບປະຊາຊົນບ້ານຫ້ວຍອາວັງຊ້າງ ບໍ່ພຽງແຕ່ອາຫານທີ່ພຽງພໍ ແຕ່ເປັນອະນາຄົດທີ່ມີຄວາມຫວັງຫຼາຍຂຶ້ນ.

error: Content is protected !!