ພິທີປາຖະກະຖາ ພາຍໃຕ້ຫົວຂໍ້ “ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ຈັດຂຶ້ນໃນວັນທີ 25 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ຄໍາພັນເຜີຍ ຍະວົງ ຄະນະເລຂ່ທິການສູນກາງພັກ ຫົວນ້າຄະນະໂຄສະນາໂອຮົມສູນກາງພັກ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ທ່ານ ເຊ້ຍ ຊຸນທາວ ກຳມະການສູນກາງພັກ ຮອງຫົວໜ້າ ຜູ້ປະຈຳການໂຮງຮຽນ ຂອງສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດ) ພ້ອມດ້ວຍບັນດາແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ເຊ້ຍ ຊຸນທາວ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ເປົ້າໝາຍຂອງ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ບາງຕອນວ່າ: ໃນເດືອນຕຸລາ ປີ 2025 ພັກກອມມູນິດຈີນ ໄດ້ໄຂກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນຂຶ້ນ ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາ “ຂໍ້ສະເໜີ ຂອງສູນກາງພັກກອມມູນິດຈີນ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຊຶ່ງໄດ້ເປັນການອອກແບບໂຄງບົນ ແລະ ວາງຍຸດທະສາດຂອງການພັດທະນາໃນອະນາຄົດ 5 ປີ ຕໍ່ໜ້າຂອງປະເທດຈີນ. ປະຊາຄົມສາກົນໄດ້ເອົາໃຈໃສ່ຕິດຕາມໃນລະດັບສູງ ທັງໄດ້ຄອງຄອຍໃຫ້ການພັດທະນາດ້ວຍຄຸນນະພາບສູງຂອງຈີນ ນໍາເອົາກາລະໂອກາດໃໝ່ມາສູ່ການພັດທະນາຂອງໂລກ ແລະ ຕ້ອງການເຂົ້າໃຈບົດຮຽນປະສົບການແຫ່ງຄວາມສຳເລັດໃນການບໍລິຫານຂອງປະເທດຈີນ.
ການກໍານົດຢ່າງມີວິທະຍາສາດ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການພັດທະນາຂອງຊາດຢ່າງຕໍ່ເນື່ອງ ແມ່ນບົດຮຽນອັນສຳຄັນໃນການຄຸ້ມຄອງບໍລິຫານປະເທດ ຂອງພັກກອມມູນິດຈີນ ທັງເປັນທ່າແຮງການເມືອງທີ່ສໍາຄັນໜຶ່ງ ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ເລຂາທິການໃຫຍ່ ສີຈິ້ິນຜິງ ໄດ້ຍົກໃຫ້ເຫັນວ່າ ພິຈາລະນາຕໍ່ຍຸດທະສາດໄດ້ຢ່າງຖືກຕ້ອງຊັດເຈນ ວາງແຜນດ້ານຍຸດທະສາດຢ່າງມີວິທະຍາສາດ ແລະ ຍາດໄດ້ຄວາມເປັນເຈົ້າການໃນດ້ານຍຸດທະສາດ ກໍຈະເຮັດໃຫ້ພາລະກິດຂອງພັກ ແລະ ຂອງປະຊາຊົນ ໄດ້ມີຄວາມຫວັງອັນໃຫຍ່ຫລວງ. ພັກກອມມູນິດຈີນໄດ້ປິ່ນອ້ອມຫົວຂໍ້ຫລັກ ກ່ຽວກັບ ການສ້າງເປັນປະເທດສັງຄົມ ນິຍົມທີ່ທັນສະໄໝ ຢ່າງສະເໝີຕົ້ນສະເໝີປາຍຕະຫລອດໄລຍະຜ່ານມາ ໂດຍໄດ້ກໍານົດເປົ້າໝາຍຍຸດທະສາດໄລຍະກາງ ແລະ ໄລຍະຍາວ ເປັນແຕ່ລະໄລຍະ, ໄດ້ສືບຕໍ່ກໍານົດ ແລະ ປະຕິບັດແຜນການພັດທະນາຢ່າງຕໍ່ເນື່ອງ ບັນລຸເປົ້າໝາຍການພັດທະນາຂອງຊາດເທື່ອລະກ້າວ.

ໃນປີ 2026 ປະເທດຈີນຈະກ້າວເຂົ້າສູ່ໄລຍະ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຊຶ່ງແຜນພັດທະນາດັ່ງກ່າວ ມີບົດບາດສໍາຄັນ ແລະ ພິເສດຫຼາຍ. ເຖິງຢ່າງໃດກໍຕາມ “ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ໄດ້ແນໃສ່ເປົ້າໝາຍວິໄສທັດຍາວໄກ ໃນການບັນລຸເປັນປະເທດສັງຄົມນິຍົມທັນສະໄໝໂດຍພື້ນຖານ ໄດ້ກໍານົດເປົ້າໝາຍໃນອະນາຄົດ 5 ປີຕໍ່ໜ້າເປັນແຕ່ລະໄລຍະຢ່າງວິທະ ຍາສາດ ໄດ້ກໍານົດໜ້າທີ່ຍຸດທະສາດ ແລະ ມາດຕະການສໍາຄັນ ໃນໄລຍະ “ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຕາມແຕ່ລະຂົງເຂດ ເປັນຕົ້ນ ການພັດທະນາດ້ວຍຄຸນນະພາບສູງ ຍາດໄດ້ປະສິດທິຜົນອັນຈະແຈ້ງ ໂດຍສະເພາະ ຕ້ອງຊຸກຍູ້ໃຫ້ການຫັນເປັນອຸດສາຫະກໍາ, ຫັນເປັນຂໍ້ມູນຂ່າວສານ, ຫັນເປັນຕົວເມືອງ ແລະ ຫັນເປັນກະສິກໍາທັນສະໄໝແບບໃໝ່ ຍາດໄດ້ຄວາມຄືບໜ້າອັນສໍາຄັນ; ລະດັບເຕັກໂນໂລຊີໄດ້ຮັບການສ້າງຂຶ້ນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ດ້ວຍການຍົກສູງຂຶ້ນ ເນື່ອງຈາກເຕັກໂນໂລຊີ ແມ່ນກຳລັງການຜະລິດທຳອິດ ການປະດິດສ້າງໃໝ່ແມ່ນກຳລັງຂັບເຄື່ອນທຳອິດ ເຮັດໃຫ້ປະສິດທິຜົນລວມຂອງລະບົບນະວັດຕະກໍາໃໝ່ແຫ່ງຊາດຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ຕ້ອງສ້າງເປັນປະເທດທີ່ມີຄວາມເຂັ້ມແຂງດ້ານການສຶກສາ, ມີຄວາມເຂັ້ມແຂງດ້ານເຕັກໂນໂລຊີ ແລະ ມີຄວາມເຂັ້ມແຂງດ້ານບຸກຄະລາກອນ ທີ່ມີຄວາມສາມາດຢ່າງກວມລວມ ໂດຍວາງແຜນຢ່າງຮອບດ້ານ ຊຸກຍູ້ການພັດທະນາດ້ານການສຶກສາ, ເຕັກໂນໂລຊີ ແລະ ບຸກຄະລາກອນທີ່ມີຄວາມສາມາດ, ເພີ່ມຄວາມສາມາດໃນການປະດິດສ້າງໃໝ່ດ້ວຍຕົນເອງຢ່າງຮອບດ້ານ. ສຳລັບການລົງເລິກປະຕິຮູບຢ່າງຮອບດ້ານ ຍາດ ໄດ້ການບຸກທະລຸໃໝ່ອີກກ້າວໜຶ່ງ ໂດຍສະເພາະ ຕ້ອງໄດ້ລົງເລິກປະຕິຮູບລະບົບການບໍລິຫານລັດ ແລະ ຄວາມສາມາດຂອງການບໍລິຫານລັດ, ສຸມໃສ່ເຮັດໃຫ້ທ່າແຮງດ້ານລະບຽບກາຍເປັນປະສິດທິຜົນຕົວຈິງ ຂອງການບໍລິຫານປະເທດ; ສ່ວນລະດັບຄວາມສີວິໄລຂອງສັງຄົມຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ຊຶ່ງການຫັນເປັນທັນສະໄໝແບບຈີນ ແມ່ນການຫັນເປັນທັນສະໄໝທີ່ມີຄວາມສີວິໄລດ້ານວັດຖຸ ແລະ ມີຄວາມສີວິໄລດ້ານຈິດໃຈປະສານກົມກຽວກັນ, ຄວາມຈະເລີນຮຸ່ງເຮືອງວັດທະນາຖາວອນ ຂອງວັດທະນະທໍາ ແມ່ນຂີດໝາຍສໍາຄັນຂອງການຫັນເປັນທັນສະໄໝແບບຈີນ. ພ້ອມນີ້, ເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ທຸກວຽກງານຂອງພັກ ແລະ ລັດຖະບານຈີນ ລ້ວນແຕ່ແມ່ນເພື່ອໃຫ້ປະຊາຊົນ ໄດ້ມີຊີວິດທີ່ມີຄວາມຜາສຸກຍິ່ງຂຶ້ນ; ການສ້າງປະເທດຈີນທີ່ສວຍງາມ ໄດ້ມີຄວາມຄືບໜ້າສໍາຄັນອັນໃໝ່ ໂດຍການພັດທະນາສີຂຽວ ແມ່ນສີພື້ນອັນໃສແຈ້ງຂອງການຫັນເປັນທັນສະໄໝແບບຈີນ ການພັດທະນາເສດຖະກິດ ເດັດຂາດບໍ່ສາມາດຖືເອົາການທຳລາຍສິ່ງແວດລ້ອມເປັນສິ່ງຕອບແທນ ນອກຈາກນີ້ ກໍເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດໜາແໜ້ນຍິ່ງຂຶ້ນ ຊຶ່ງຄວາມໝັ້ນຄົງແຫ່ງຊາດ ແມ່ນພື້ນຖານສໍາຄັນທີ່ເຮັດໃຫ້ການຫັນເປັນທັນສະໄໝແບບຈີນ ເດີນໜ້າດ້ວຍຄວາມໝັ້ນທ່ຽງ ແລະ ຍາວໄກ.
ທ່ານ ເຊ້ຍ ຊຸນທາວ ກ່າວຕື່ມວ່າ: ສິ່ງກ່າວມານັ້ນ ແມ່ນເປົ້າໝາຍການພັດທະນາຕົ້ນຕໍ ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງປະເທດຈີນ ຫຼັງຈາກນັ້ນກໍຈະສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 16 ຮອດປີ 2035 ບັນລຸເຮັດໃຫ້ຄວາມສາມາດຕົວຈິງດ້ານເສດຖະກິດ ດ້ານເຕັກໂນໂລຊີ ດ້ານປ້ອງກັນຊາດ ກຳລັງສັງລວມ ແລະ ຜົນສະທ້ອນຕໍ່ສາກົນ ໄດ້ຮັບການຍົກສູງຂຶ້ນ ມູນຄ່າການຜະລິດພາຍໃນ ສະເລ່ຍຕໍ່ຫົວຄົນຂອງຈີນ ບັນລຸໄດ້ລະດັບປານກາງຂອງປະເທດພັດທະນາແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນຈະນັບມື້ຜາສຸກສວຍງາມ ບັນລຸການເປັນສັງຄົມນິຍົມທັນສະໄໝໂດຍພື້ນຖານ. ຫລັງຈາກນັ້ນສູ້ຊົນຕໍ່ອີກ 15 ປີ, ຮອດກາງສະຕະວັດທີ 21 ຈະສ້າງເປັນປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ, ຊຶ່ງພວກເຮົາມີຄວາມໝັ້ນໃຈ ແລະ ມີຄວາມສາມາດຢ່າງພຽງພໍທີ່ຈະເຮັດສຳເລັດເປົ້າໝາຍການພັດທະນາເຫລົ່ານີ້, ສາເຫດພື້ນຖານທີ່ສຸດກໍແມ່ນຍ້ອນມີການນໍາພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ ພາຍໃຕ້ການນໍາພາຢ່າງເອກະພາບລວມສູນ ຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ິນຜິງ ເປັນແກນກາງ ທົ່ວປະເທດໄດ້ດຳເນີນຢ່າງເປັນເອກະພາບ ສຸມກຳລັງແຮງເຮັດວຽກໃຫຍ່ ແລະ ວາດແຕ້ມແຜນວາດການພັດທະນາຈົນເຖິງທີ່ສຸດ.