5 ປີຜ່ານມາກະຊວງການຕ່າງປະເທດມີຜົນງານພົ້ນເດັ່ນຫຼາຍດ້ານ

ກະຊວງການຕ່າງປະເທດຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ທິດທາງແຜນການສໍາລັບ ປີ 2026 ແລະ ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ໃນວັນທີ 24 ທັນວາ 2025 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາຄະນະພັກ-ຄະນະນຳກະຊວງ ຄະນະກົມ ອະດີດທູດອາວຸໂສ-ພະນັກງານບໍານານ ຄະນະພະແນກ ແລະ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ບັນດາເອກອັກຄະລັດຖະທູດ ແລະ ພະນັກງານນັກການທູດລາວທີ່ປະຈຳຢູ່ຕ່າງປະເທດເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ.

ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະຊວງໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກ ງານການຕ່າງປະເທດປະຈຳປີ 2025 ແລະ ແຜນການຈຸດສຸມສຳລັບປີ 2026 ບາງຕອນວ່າ ໃນປີ 2025 ນີ້ເປັນປີສໍາຄັນທີ່ມີຫຼາຍເຫດການສໍາຄັນລະດັບຊາດທີ່ກະຊວງການຕ່າງປະເທດໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມສະເຫຼີມສະຫຼອງ ເປັນຕົ້ນແມ່ນ 3 ວັນ ເຖິງແມ່ນວ່າ ການເຄື່ອນໄຫວວຽກງານການຕ່າງປະເທດໃນປີ 2025 ນີ້ແມ່ນເຄື່ອນໄຫວໃນທ່າມກາງສະພາບແວດລ້ອມພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປໄປໃນທິດທາງທີ່ສັບສົນ ແລະ ຄາດຄະເນໄດ້ຍາກ ແຕ່ ການເຄື່ອນໄຫວວຽກງານການຕ່າງປະເທດຍັງສືບຕໍ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ຫຼາຍລະດັບ ແລະ ຫຼາຍຂົງເຂດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນໄດ້ຄົ້ນຄວ້າຂຶ້ນແຜນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະ ສາກົນໃຫ້ແກ່ການນໍາຂັ້ນສູງຢ່າງມີຈຸດສູມ ມີປະສິດທິພາບ ບົນພື້ນຖານປະຢັດມັດຖະຍັດ ໄປຄຽງຄູ່ກັນນັ້ນ ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດກໍຄືບັນດານັກການທູດລາວກໍໄດ້ເຄື່ອນໄຫວວຽກງານການທູດການເມືອງ ການທູດເສດຖະກິດ ການທູດພາກປະຊາຊົນ ແລະ ການທູດວັດທະນະທໍາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດສູງ ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະ ໜັບສະໜູນຊ່ວຍເຫຼືອຈາກສາກົນໄດ້ຢ່າງຫຼວງຫຼາຍ ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ ການທ່ອງ ທ່ຽວ ແລະ ການຮ່ວມມືດ້ານເສດຖະກິດມາສູ່ປະເທດຊາດໄດ້ຢ່າງມີປະສິດທິພາບ ແລະ ມີທ່ວງທ່າເພີ່ມຂຶ້ນ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ.


ໂອກາດນີ້ກໍໄດ້ຮັບຟັງການໂອ້ລົມຂອງທ່ານ ທອງສະຫວັນ ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ຄະນະນໍາກະຊວງ ພະນັກງານປະຈໍາການ ແລະ ພະນັກງານບໍານານຜູ້ທີ່ມີເງື່ອນໄຂໄດ້ຮັບຫຼຽນກາດັ່ງກ່າວ 635 ທ່ານ ໃນນັ້ນມີພະນັກງານ-ລັດຖະກອນປະຈໍາການ 385 ທ່ານ ຍິງ 106 ທ່ານ ພະນັກງານ-ລັດຖະກອນບໍານານ 250 ທ່ານ ຍິງ 179 ທ່ານ.

error: Content is protected !!