ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຈັດຂຶ້ນໃນວັນທີ 24 ທັນວາ 2025 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຫວນຄືນມູນເຊື້ອຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ມີບັນດາຄະນະປະຈໍາພັກ ນວ ພະນັກງານ ທະຫານ ຕໍາຫຼວດ ແລະ ແຂກຖືກເຊີນເຂົ້າຮ່ວມ.  

ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຫວນຄືນ 50 ປີກ່ອນນີ້ ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ ບໍ່ມີສິດເສລີ ພາບ ແລະ ສິດທິພື້ນຖານ ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຝຣັ່ງ ແລະ ຜູ້ທີ່ມີອຳນາດຢູ່ແຕ່ລະທ້ອງຖິ່ນ ເສດຖະກິດພົບຄວາມຫຍຸ້ງຍາກ ການສຶກສາຍັງຈຳກັດຫຼາຍ ລະບົບໂຮງຮຽນມີໃຫ້ແຕ່ສຳລັບລູກຫຼານຂອງຜູ້ທີ່ມີຖານະໃນສັງຄົມ ຊາວບ້ານສ່ວນໃຫຍ່ບໍ່ໄດ້ມີໂອກາດໄດ້ເຂົ້າຮຽນ ພື້ນ ຖານໂຄງລ່າງພາຍໃນປະເທດຖືກສົງຄາມ ທໍາລາຍຢ່າງໜັກໜ່ວງ ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ໄດ້ຍອມຈຳນົນສັດຕູ ຄວາມຄຽດແຄ້ນຍິ່ງເພີ່ມທະວີ ຂະບວນການຕໍ່ສູ້ກໍນັບມື້ຍົກລະດັບຂຶ້ນ ກາຍເປັນຂະບວນການຕໍ່ສູ້ຂອງມະຫາຊົນ ທີ່ຂະຫຍາຍກວ້າງອອກໄປທົ່ວປະເທດ ແລະ ກຳລັງຕໍ່ສູ້ປະຕິວັດ ກໍນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຜົນສໍາເລັດທີ່ຍາດມາໄດ້ຕໍ່ເນື່ອງຕະຫຼອດໄລຍ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາ ມີການປ່ຽນແປງໃຫຍ່ຫຼວງຮອບດ້ານ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ສຳລັບ ນວ ບົນເສັ້ນທາງກ້າວເດີນຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະຫຼອດ 50 ປີຜ່ານມາ ໂດຍສະເພາະຫຼັງຈາກມີແນວທາງປຽ່ນແປງໃໝ່ຂອງພັກ ໃນປີ 1986 ເປັນຕົ້ນມາ ນວ ໄດ້ມີຜົນງານອັນໂດດເດັ່ນຮອບດ້ານ ສະແດງອອກດ້ານການເມືອງ ເສດຖະກິດ ວັດທະນະທໍາ-ສັງຄົມ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

ນອກຈາກນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນເຖິງພາລະກິດປົດປ່ອຍຊາດ ຂອງປະທານ ໄກສອນ ພົມວິຫານ ບົນເສັ້ນທາງປະຕິວັດອັນຍຶີດເຍື້ອຍາວນານນັ້ນ ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ ລະອິດລະອ້ຽວ ມີບາງຄັ້ງເກືອບເອົາຊີວິດບໍ່ລອດ ເພິ່ນໄດ້ປະຕິບັດບົດບາດເປັນແກນກາງສຳຄັນ ໃນການນຳພາສ້າງຕັ້ງກອງທັບປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ ໄດ້ນຳພາຂະບວນການຕໍ່ສູ້ກູ້ຊາດ ດ້ວຍຫຼາຍຮູບການ ແລະ ວິທີການ ຕ້ານການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ອາເມຣິກາ ໄດ້ຊີ້ນຳການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ ຊີ້ນຳດ້ານທິດທາງ ວິທີເຈລະຈາ ນໍາໃຊ້ຍຸດໂທບາຍປະນິປະນອມຢ່າງມີຫຼັກການ ໄດ້ມີການຊີ້ນຳໃນການຫັນທິດຕໍ່ສູ້ ແລະ ວາງນະໂຍບາຍການຕໍ່ສູ້ ສົມທົບການຕໍ່ສູ້ດ້ວຍອາວຸດ ກັບການຕໍ່ສູ້ແບບອື່ນ ຕ້ານການແຊກແຊງຂອງພວກຈັກກະພັດອາເມຣິກາ ຕ້ານນະໂຍບາຍທໍລະຍົດຊາດ ທໍາລາຍປະຊາຊົນຂອງລັດຖະບານຫຸ່ນ ຮູ້​ໝູນ​ໃຊ້​ຮູບ​ການ ​ແລະ ວິທີ​ການ​ຕໍ່​ສູ້​ຢ່າງ​ຖືກຕ້ອງ​ສອດ​ຄ່ອງກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ເຮົາ  ໄດ້ຊີ້ນຳກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ (18/5-2/6/1959) ແລະ ຊີ້ນຳ​ໂດຍ​ກົງ​ກ່ຽວ​ກັບ​ແຜນການ​ເອົາ​ບັນດາ​ຜູ້​ນໍາ​ແນວ​ລາວ​ຮັກ​ຊາດ​ ໂຕນ​ອອກ​ຈາກ​ຄຸກ​ໂພນ​ເຄັງກັບ​ຄືນ​ຖານ​ທີ່​ໝັ້ນ​ການ​ປະຕິວັດ ດ້ວຍ​ຄວາມ​ປອດ​ໄພ (24/05/1960) ໄດ້ຊີ້ນຳການຢຶດອຳ ນາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນແຕ່ຈັບປາໄດ້ທັງໝົດ” ໄດ້ຊີ້ນຳ ແລະ ບັນຊາການຫຼາຍຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍາມໃດກໍຕິດພັນສະໜິດແໜ້ນກັບໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການລຸກຮື້ຂຶ້ນຢຶດອຳນາດຂອງປະຊາຊົນລາວບັນ ດາເຜົ່າ ພາຍໃຕ້ການນຳພາຂອງພັກ.

error: Content is protected !!