
ຍາມເວລາກ່ອນທ່ຽງ ຢູ່ໂຮງຮຽນແຫ່ງໜຶ່ງໃນເມືອງໂຂງ ແຂວງຈຳປາສັກ ສຽງຕີແກ່ງພັກຮຽນດັງຂຶ້ນ ພ້ອມກັບສຽງຫົວ ແລະ ການແລ່ນຫຼິ້ນຂອງເດັກນ້ອຍ ທາງດ້ານຫຼັງອາຄານຮຽນ ແມ່ຄົວກຳລັງຂະຫຍັນຂະຫຍອນປຸງແຕ່ງອາຫານ ຄວັນຈາກເຕົາໄຟໃນເຮືອນຄົວລອຍຂຶ້ນພ້ອມກິ່ນຂ້າວສຸກ ແລະ ອາຫານທີ່ຄຸ້ນເຄີຍ ພາບເຫຼົ່ານີ້ ເບິ່ງຄືເປັນເລື່ອງທຳມະດາ ແຕ່ສຳລັບຊຸມຊົນໃນເມືອງໂຂງ ມັນແມ່ນສັນຍາລັກຂອງ “ການປ່ຽນແປງ”.

ຢ້ອນກັບໄປຫຼາຍປີກ່ອນ ຫ້ອງຮຽນຫຼາຍແຫ່ງໃນເມືອງໂຂງ ມັກຈະງຽບເຫງົາໃນຕອນບ່າຍ ນັກຮຽນຈຳນວນຫຼາຍມາຮຽນແຕ່ຕອນເຊົ້າ ແລ້ວຂາດຮຽນໃນຕອນບ່າຍ ເນື່ອງຈາກບໍ່ມີອາຫານຮອງທ້ອງ ບາງຄົນມາຈາກຄອບຄົວທຸກຍາກ ບໍ່ສາມາດນຳເຂົ້າຈາກບ້ານມາກິນໄດ້ ແລະ ບາງຄົນຈຳໃຈຕ້ອງຢຸດຮຽນກ່ອນເວລາ ຄວາມຫິວໂຫຍ ກາຍເປັນອຸປະສັກທີ່ເບິ່ງບໍ່ເຫັນ ແຕ່ມີຜົນຕໍ່ການຮຽນຮູ້ຢ່າງຫຼວງຫຼາຍ.

ນາງ ຄຳຝ່ອນ ໂສພາວະດີ ວິຊາການຫ້ອງການສຶກສາທິການ ແລະ ກີລາ ເມືອງໂຂງ ໄດ້ອະທິບາຍວ່າ: ການຂາດແຄນອາຫານທ່ຽງ ເຄີຍເປັນບັນຫາຫຼັກທີ່ສົ່ງຜົນຕໍ່ອັດຕາການປະລະການຮຽນ ແຕ່ພາຍຫຼັງໂຄງການອາຫານທ່ຽງໃນໂຮງຮຽນໄດ້ເຂົ້າມາດຳເນີນການ ພາບບັນຫາເຫຼົ່ານັ້ນເລີ່ມຄ່ອຍໆຫາຍໄປ ນັກຮຽນມາໂຮງຮຽນສະໝ່ຳສະເໝີຂຶ້ນ ຢູ່ຮຽນຈົນຄົບເວລາ ແລະ ມີສະມາທິໃນການຮຽນຫຼາຍຂຶ້ນ.
ປັດຈຸບັນ ເມືອງໂຂງມີໂຮງຮຽນທັງໝົດ 59 ແຫ່ງ ແຕ່ມີພຽງປະມານ 10 ແຫ່ງ ທີ່ສາມາດຈັດຕັ້ງປະຕິບັດໂຄງການອາຫານທ່ຽງໄດ້ຢ່າງພົ້ນເດັ່ນ ຢ່າງໃດກໍຕາມ ເບື້ອງຫຼັງຄວາມສຳເລັດນັ້ນ ບໍ່ແມ່ນມາຈາກການຊ່ວຍເຫຼືອຈາກພາຍນອກເທົ່ານັ້ນ ແຕ່ຍັງເກີດຈາກການຮ່ວມໃຈຂອງຊຸມຊົນ ເຊິ່ງໃນໂຮງຮຽນບ້ານຂີ້ນາກ ເຫັນໄດ້ວ່າປະຊາຊົນບ້ານຫຼາຍແຫ່ງໄດ້ນຳຜັກສົດ ປາ ຊີ້ນ ແລະ ວັດຖຸດິບທ້ອງ ຖິ່ນມາຮ່ວມປຸງແຕ່ງອາຫານ ຄິດເປັນມູນຄ່າຫຼາຍກວ່າ 100 ລ້ານກີບຕໍ່ປີ.

ທ່ານ ພອນສະຫວາດ ຄຳວິໄລ ຫົວໜ້າຫ້ອງການພາກສະໜາມ ຂອງອົງການອາຫານໂລກ (WFP) ປະຈຳເມືອງໂຂງ ກ່າວວ່າ: ໂຄງການອາຫານທ່ຽງໃນໂຮງຮຽນ ເລີ່ມດຳເນີນມາຕັ້ງແຕ່ປີ 2021 ພາຍໃຕ້ແຜນງານ McGovern-Dole ແລະ ໄດ້ຮັບການສືບຕໍ່ການສະໜັບສະໜູນໃນໄລຍະ 2024–2029 ໂຄງການດັ່ງກ່າວບໍ່ພຽງແຕ່ສະໜອງເຂົ້າເສີມວິຕາ ມິນ ປາກະປ໋ອງ ຖົ່ວ ແລະ ນ້ຳມັນພືດ ແຕ່ຍັງເນັ້ນໃສ່ການສ້າງຄວາມຮູ້ໃຫ້ຊຸມຊົນ ຜ່ານການຝຶກອົບຮົມແມ່ຄົວ ການວາງແຜນອາຫານ ແລະ ການຈັດການສາງອາຫານຢ່າງເປັນລະບຽບ.




ໃນໄລຍະຕໍ່ໜ້າ ໂຄງການຍັງຈະເນັ້ນໃສ່ການປັບປຸງແຫຼ່ງນ້ຳສະອາດ ເນື່ອງຈາກນ້ຳເປັນປັດໄຈພື້ນຖານຂອງການປຸງແຕ່ງ ອາຫານ ການເຮັດສວນຄົວ ແລະ ສຸຂະອະນາໄມຂອງນັກຮຽນ ນີ້ແມ່ນບາດກ້າວສຳຄັນເພື່ອໃຫ້ໂຄງການອາຫານທ່ຽງສາມາດດຳເນີນໄດ້ຢ່າງຍືນຍົງ.
ສຳລັບເດັກນ້ອຍທີ່ໄດ້ຮັບເຂົ້າທ່ຽງຮ່ວມກັນໃນມື້ນີ້ ອາຫານໜຶ່ງຈານ ບໍ່ແມ່ນພຽງແຕ່ການອິ່ມທ້ອງ ແຕ່ເປັນຄວາມຫວັງ ເປັນພະລັງໃຈ ແລະ ເປັນປະຕູທີ່ເປີດໄປສູ່ອະນາຄົດຂອງເດັກນ້ອຍໃນເມືອງໂຂງ.