ຊຸ​ມ​ຊົນມີ​ສ່ວນ​ຮ່ວມ ອີກ​ປັດ​ໄຈ​ສ​ຳ​ຄັນ​ ໃນ​ກິດ​ຈະ​ກຳ ສະ​ໜອງ​ອາ​ຫານ​ທ່ຽງ ​ຢູ່ໂຮງ​ຮຽນ​ປະ​ຖົມ​ບ້ານ​ແກ້ງ​ກຸ່ມ

ໂດຍ: ສ.ຣາ​ຊະ​ສີ

ບ້ານແກ້ງກຸ່ມ ຕັ້ງຢູ່ຫ່າງຈາກຕົວເມືອງ ໂຂງ 32 ກິໂລ ແມັດ ເປັນຊຸມຊົນທີ່ຕັ້ງຢູ່ເທິງ ດອນ ມີປະຊາກອນ 785 ຄົນ ໃນນັ້ນມີແມ່ຍິງ 395 ຄົນ ຊາວບ້ານສ່ວນໃຫຍ່ ປະກອບອາຊີບກະ ສິກໍາ ໂດຍສະເພາະການປູກເຂົ້າ ແລະ ການຫາປາ ເຊິ່ງສະທ້ອນ ເຖິງວິຖີຊີວິດ​ໃນຊົນນະບົດຢ່າງ ຊັດເຈນ.

​          ເຖິງແມ່ນວ່າ ບ້ານຈະມີໄຟຟ້າ ແລະ ນໍ້າປະປາໃຊ້ຢ່າງຄົບຖ້ວນ ແຕ່ການຕັ້ງຢູ່ເທິງດອນກໍຍັງມີຂໍ້ຈໍາກັດຫຼາຍ​ຢ່າງ ໂດຍສະ ເພາະຕໍ່ການເຂົ້າເຖິງການສຶກສາ ແລະ ໂພຊະນາການຂອງເດັກນ້ອຍ.

ໂຮງຮຽນປະຖົມແກ້ງກຸ່ມ ມີນັກຮຽນທັງໝົດ 96 ຄົນ ຍິງ 55 ຄົນ ເປີດການຮຽນ-ການສອນ 3 ຫ້ອງຮຽນ ໂຮງຮຽນມີເຮືອນຄົວ ຫ້ອງເກັບເຄື່ອງ ແລະ ສວນຜັກ ເພື່ອສົ່ງເສີມການຮຽນຮູ້ດ້ານໂພຊະນາການໃຫ້ແກ່ນັກຮຽນ.

ໂຄງການອາຫານທ່ຽງໃນໂຮງຮຽນ ບ້ານແກ້ງກຸ່ມ ບໍ່ແມ່ນພຽງແຕ່ການອີ່ມທ້ອງຂອງເດັກນ້ອຍ ແຕ່ເປັນ ກ້າວສໍາ ຄັນໃນການສ້າງອະນາຄົດທີ່ດີກວ່າ ໃຫ້ແກ່ນັກຮຽນໃນຊຸມຊົນດອນກາງນ້ໍາແຫ່ງນີ້.

ປັດຈຸບັນນັກຮຽນກໍມີຄວາມສົນໃຈ ມາໂຮງຮຽນຫຼາຍຂຶ້ນ ແລະ ເປັນປົກ ກະຕິ ບໍ່ຂາດການຮຽນ ອົງການ WFP ໂດຍການສະໜັບສະໜູນຂອງໂຄງການອາຫານທ່ຽງມີ: ເຂົ້າທີ່ເສີມວິຕາມິນ ປາກະປ໋ອງ ນໍ້າມັນພືດ ແລະ ອາຫານ ຈໍານວນໜຶ່ງແມ່ນໄດ້ຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ.

ທ່ານ ນາງ ສຸກສະໝອນ ອ້ວນພົງຈະເລີນ ຮອງຜູ້ອໍານວຍການໂຮງຮຽນປະ ຖົມບ້ານແກ້ງກຸ່ມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນວ່າ: ອົງການອາຫານໂລກ ໄດ້ ເຂົ້າມາຊ່ວຍເຫຼືອສໍາລັບອາຫານທ່ຽງໃຫ້ໂຮງຮຽນປະຖົມບ້ານແກ້ງກຸ່ມ ເລີ່ມແຕ່ປີ 2021 ຈົນມາເຖິງປັດຈຸບັນ ຜ່ານມາປະຊາຊົນ ຍັງບໍ່ເຂົ້າໃຈກ່ຽວກັບການປຸງ ແຕ່ງອາຫານແຕ່ວ່າໃນປັດຈຸບັນນີ້ ເຫັນວ່າມີ ຄວາມເຂົ້າໃຈຫຼາຍຂຶ້ນ ແລະ ເຂົ້າໃຈ ກ່ຽວກັບໂຄງການອາຫານທ່ຽງຫຼາຍຂຶ້ນ ໃນນັ້ນ ຈາກຜ່ານມາມີນັກຮຽນປະລະ ການ ຮຽນ.

ປັດຈຸບັນນັກຮຽນກໍມີຄວາມສົນໃຈ ມາໂຮງຮຽນຫຼາຍຂຶ້ນ ແລະ ເປັນປົກ ກະຕິ ບໍ່ຂາດການຮຽນ ອົງການ WFP ໂດຍການສະໜັບສະໜູນຂອງໂຄງການອາຫານທ່ຽງມີ: ເຂົ້າທີ່ເສີມວິຕາມິນ ປາກະປ໋ອງ ນໍ້າມັນພືດ ແລະ ອາຫານ ຈໍານວນໜຶ່ງແມ່ນໄດ້ຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ.

ທ່ານ ສົມຮັກ ເລຶອງວັນໄຊ ນາຍບ້ານໆແກ້ງກຸ່ມ ໄດ້ໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເປັນ ໜຶ່ງໂຮງຮຽນຕົວແບບໃນການປະຕິບັດໂຄງການ ອາຫານທ່ຽງ ສະນັ້ນ ນັບແຕ່ມີໂຄງການອາຫານທ່ຽງເຂົ້າມາຈັດຕັ້ງປະຕິບັດຢູ່ໂຮງ ຮຽນແຫ່ງນີ້ເຫັນໄດ້ວ່ານັກຮຽນໄດ້ຮັບອາຫານຕາມສັດສ່ວນຂອງໂພຊະນາການ ພ້ອມນັ້ນຍັງເປັນການແບ່ງເບົາຄາບເຂົ້າຫຼື ອາຫານທ່ຽງຂອງຜູ້ປົກຄອງ ເຮັດໃຫ້ເດັກນ້ອຍນັກຮຽນ ບໍ່ຈໍາເປັນໄດ້ກັບບ້ານໃນຕອນທ່ຽງ ໃນນັ້ນ ຖືວ່າການປະກອບ ສ່ວນຂອງພໍ່ແມ່ນັກຮຽນ ກໍຄື ສັງຄົມຢູ່ໃນບ້ານ ກໍໄດ້ມີນະໂຍບາຍວ່າເກັບເງິນ ໃນສົກຮຽນ  ໜຶ່ງ 10.000 ກີບ/ຄອບຄົວ.

ການປຸງແຕ່ງອາຫານໃນແຕ່ລະມື້ແມ່ນແບ່ງອອກເປັນແຕ່ລະຈຸພັດປ່ຽນກັນໃນແຕ່ລະມື້ໂດຍຖືວັດຖຸດິບຕ່າງໆຈໍານວນໜຶ່ງມານໍາເຊັ່ນ: ຊີ້ນ ປາ ພືດຜັກ ໝາກເຜັດ ແປ້ງນົວຕ່າງໆ ແລະອື່ນໆ ແລະ ອາຫານໃນແຕ່ລະມື້ຈະມີເມນູແຕກຕ່າງກັນໂດຍເນັ້ນໂພຊະນາການເປັນຫຼັກ ເພື່ອໃຫ້ລູກ-ຫຼານພາຍໃນໂຮງຮຽນໄດ້ຮັບປະທານອາຫານອີ່ມ ພຽງພໍ ແລະ ດີຕໍ່ສຸຂະພາບຂອງເຂົາເຈົ້າ.

ທ່ານ ນາງ ສຸກ​ສະ​ຫວັນ ສິ​ລິ​ແພງ​ພັນ ສະ​ມາ​ຊິກ​ແມ່​ຍິ​ງ​ບ້ານ​ແກ້ງ​ກຸ່ມ ໃຫ້​ສຳ​ພາດ​ວ່າ: ເອື້ອຍ​ນ້ອງ​ແມ່​ຍິງ​ພວກ​ເຮົາ​ໄດ້​ເຂົ້າ​ມາມ​ີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ໂຄງ​ການ​ອາ​ຫານ​ທ່ຽງ ນັບ​ຕັ້ງ​ແຕ່​ເລີ່ມ​ຕົ້ນ ໂດຍ​ໄດ້​ເຂົ້າ​ຮ່ວມ​ເຝິກ​ອົບ​ຮົມ ຮັບ​ຟັງ​ການ​ເຜ​ີຍ​ແຜ່​ຄວາມ​ສຳ​ຄັນ​ຂອງ​ກິດ​ຈະ​ກຳ ແລະ ກໍ​ໄດ້​ເຂົ້າ​ຮ່ວມ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ບັນ ການ​ເຂົ້າ​ຮ່ວມນີ້ ແມ່ນ​ທາງ​ບ້ານ​ໄດ້​ຈັດ​ເປັນ​ຈຸ​ໃນ​ແຕ່​ລະ​ວັນ ສ່ວນ​ການ​ປຸງ​ແຕ່ງ​ອາ​ຫານນັ້ນ ນອກ​ຈາກ​ອາ​ຫານ​ທີ່​ໂຄງ​ການ​ສະ​ໜອງ​ໃຫ້​ແລ້ວ​ເຊັ່ນ ເຂົ້າ ປາ​ກະ​ປ໋ອງ ນ້ຳ​ມັນ​ພືດ ແລະ ຖົ່ວ ແລ້ວ ຍັງ​ມີ​ການ​ປະ​ກອບ​ສ່ວນ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ເພື່ອ​ເຮັດ​ໃຫ້​ອາ​ຫານ​ທ່ຽງ​ຂອງ​ນ້ອງ​ນັກ​ຮຽນ​ມີ​ຄວາມຫຼາກຫຼາຍ.

ນີ້​ກໍ​ຖື​ວ່າ​ເປັນ​ອີກ​ຊຸມ​ຊົນ​ໜຶ່ງ​ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ມີ​ສ່ວນ​ຮ່ວມ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽນ ນ້ອຍ​ຈາກ​ການ​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ແຮງ​ງານ​ແລ້ວ ຍັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ສິ​ໜອງວັດ​ຖຸ​ດິບ​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ອາ​ຫານ​ໃຫ້​ມີ​ຄວາມຫຼາກຫຼາຍ ເພື່ອ​ໃຫ້​ເດັກ​ນ້ອຍ​ໄດ້​ຮັບ​ສານ​ອາ​ຫານ​ຄົບ​ໝູ່ ກໍ​ຄື ໄດ້​ຮັບ​ໂພ​ຊະ​ນາ​ການ​ທີ່​ດີ ຕາມ​ຈຸດ​ປະ​ສົງ​ຂອງ​ໂຄງ​ການ.

error: Content is protected !!