ໃນວັນທີ 16 ທັນວາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຮອງຫົວໜ້າ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ່ 5 ປີ 2025 ພ້ອມດ້ວຍຄະນະ ແລະ ຄູ່ຮ່ວມພັດທະນາ ໄດ້ລົງຢຽ້ມຢາມ-ເຮັດວຽກ ຢູ່ແຂວງຈຳປາສັກ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025, ຊຶ່ງຄະນະລົງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້້ ມີທ່ານ ນາງ ເພັດສະໜອນ ສອນ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ທ່ານ ປອ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ທ່ານ ນາງ ເມແກນ ໂຈນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ບັນດາຫົວໜ້າກົມ, ຮອງຫົວໜ້່ກົມ, ຫົວໜ້າ, ຮອງຫົວຫນ້າພະແນກ ແລະ ວິຊາການ ຈາກກະຊວງການເງິນ ເຂົ້າຮ່ວມຫລາຍກ່ວາ 20 ທ່ານ.

ທີ່ນະຄອນປາກເຊ ແຂວງ ຈໍາປາສັກ, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍ ຄະນະ ໄດ້ເຂົ້າພົບປະກັບທ່ານ ປອ ສຸກສະຫັວນ ວິໄລວົງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ. ໃນໂອກາດນີ້, ທ່ານກ່າວໄດ້ກ່າວຕ້ອນຮັບຄະນະຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຮັບການລາຍງານສະພາບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ຂອງແຂວງ ໃນໄລຍະ 5 ປີຜ່ານມາ ເຊີ່ງເຫັນວ່າແຂວງຈໍາປາສັກ ໄດ້ມີຜົນສໍາເລັດຫຼາຍດ້ານເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການຊຸກຍູ້ຂະບວນການຜະລິດເປັນສິນຄ້າ, ການ ເກັບລາຍຮັບ, ການປະຕິບັດລາຍຈ່າຍ ແລະ ອື່ນໆ. ມາຮອດດຈຸບັນ, ຂະບວນການຈັດຕັ້ງປະຕິບັດ ຂະບວນການ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ຂອງແຂວງຈໍາປາສັກ ໂດຍສະເພາະ ການເກັບກໍາຂໍ້ມູນ ຢູ່ພາກສະໜາມ ໄດ້ສໍາເລັດແລ້ວ 99.00% ຂອງແຜນທີ່ວາງໄວ້.
ພາຍຫຼັງທີ່ໄດ້ພົບປະກັບການນໍາຂັ້ນສູງ ຂອງແຂວງຈໍາປາສັກແລ້ວ, ຍັງໄດ້ມີກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງ ດັ່ງກ່າວ ໂດຍເຂົ້າຮ່ວມ ແລະ ເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ພິມພອນ ພັນດານຸວົງ, ຮອງປະທານຄະນະກຳມະການ ປົກຄອງແຂວງ ຈຳປາສັກ, ຊຶ່ງມີຜູ້ເຂົ້າຮ່ວມຈາກ ຄະນະ ຊິີ້ນໍາລະດັບຊາດ, ລະດັບແຂວງ ແລະ ລະດັບເມືອງ ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025, ມີຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ ແລະ ບັນດາກົມອ້ອມຂ້າງກະຊວງການເງິນ ກໍ່ໄດ້ເຂົ້່າຮ່ວມມນໍາດ້ວຍ.
ຜ່ານການຮັບຟັງການລາຍງານໂດຍສັງເຂບ ຂອງຫ້ອງການສໍາຫຼວດຂັ້ນແຂວງ ຈໍາປາສັກ ເຫັນວ່າ ໄດ້ມີການ ເກັບກໍາຂໍ້ມູນ ຢູ່ພາກສໜາມ ໄດ້ມີຄວາມຄືບໜ້າຫຼາຍ ເຊີ່ງມາຮອດປັດຈຸບັນ, ການຈົດນັບພົນລະເມືອງ ແລະ ທີ່ຢູ່ອາໄສ ສຳເລັດແລ້ວ ໃນ 867 ເຂດສຳຫຼວດ ຈາກທັງໜົດ 882 ເຂດສຳຫຼວດ ເທົ່າກັບ 99% ຂອງແຜນການ ແລະ ຄາດວ່າຈະສໍາເລັດທຸກເຂດສໍາຫຼວດ ພາຍໃນວັນທີ 22 ທັນວາ 2025 ຈະມາເຖິງນີ້. ນະໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງການເງິນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ນັກເດີນສຳຫຼວດ, ນັກກວດກາ ແລະ ອຳນາດການປົກຄອງທ້ອງຖິ່ນ ເວົ້າລວມ ແລະ ເວົ້າສະເພາະ ແຂວງຈໍາປາສັກ ທີ່ໄດ້ເອົາໃຈໃສ່ດຳເນິນຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ່ ທົ່ວປະເທດ ແບບດີຈີຕອນ ຄັ້ງທຳອິດ ຂອງ ສປປ ລາວ. ນອກຈາກນີ້, ທ່ານຍັງຮຽກຮ້ອງໃຫ້ຄະນະນຳ ຂອງແຂວງ ສຶບຕໍ່ຊີ້້ນໍາ–ນໍາພາ ວຽກງານສຳຫຼວດພົນລະເມືອງນີ້ ຈົນໃຫ້ສຳເລັດ ໂດຍເນັ້ນຍົກໃຫ້ເຫັນໂຄງການ ນີ້ເປັນ ໂຄງການຍຸດທະສາດ ຂອງລັດຖະບານ ເພື່ອເກັບກຳຂໍ້ມູນນຳໃຊ້ເປັນບ່ອນອີງໃນການກຳນົດນະໂຍບາຍ ແລະ ເປັນບ່ອນ ອີງວາງແຜນພັດທະນາປະເທດຊາດໃນ ອະນາຄົດ.

ຜູ້ຕາງໜ້າ ອົງການ UNFPA ທ່ານ ປອ ບັກທີຢໍ ຄາດິໂຣຟ, ໄດ້ກ່າວວ່າ: ອົງການ UNFPA ມີຄວາມພາກພູມ ໃຈ ທີ່ໄດ້ເປັນໜຶ່ງໃນຄູ່ຮ່ວມງານຫຼັກ ສະໜັບສະໜູນ ສປປ ລາວ ຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ພ້ອມທັງຊີ້ໃຫ້ເຫັນວ່າ ການສຳຫຼວດພົນລະເມືອງຄັ້ງນີ້ ບໍ່ເປັນພຽງແຕ່ການຈົດນັບຈຳນວນ ພົນລະເມືອງເທົ່ານັ້ນ, ແຕ່ບົດບາດສຳຄັນ ຂອງການສຳຫຼວດພົນລະເມືອງແບບດີຈີຕອນ ແມ່ນການສ້າງຄວາມ ເຂັ້ມແຂງ ໃຫ້ແກ່ລະບົບສະຖິຕິ ຂອງສປປ ລາວ ເພື່ອສະໜອງຂໍ້ມູນເປັນບ່ອນອີງສຳລັບການສ້າງນະໂຍບາຍ ແລະ ວາງແຜນພັດ ທະນາປະເທດຊາດ ກໍຄືຊຸກຍູ້ການຈັດຕັ້ງປະຕິບັດ ວາລະຂອງລັດຖະບານ ວ່າດ້ວຍການຫັນເປັນດີຈີຕອນ. ສະນັ້ນ, ການສະໜັບສະໜູນຈາກ ອົງການ UNFPA ແລະ ບັນດາຄູ່ຮ່ວມພັດທະນາ ເຊິ່ງປະກອບມີ: ອົດສະຕຣາລີ, ສປ ຈີນ, ສະວິດ, ລຸກຊຳບວກ, ສະຫະລັດອາເມລິກາ, ເຢຍລະມັນ ແລະ ອົງການ UNICEF. ແມ່ນການປະກອບສ່ວນຄັ້ງ ສໍາຄັນ ແລະ ເປັນປະຫວັດສາດທີ່ສ້າງໄວ້ໃນ ສປປ ລາວ. ສະນັ້ນ, ລັດຖະບານລາວ ຈຶ່ງໄດ້ມີຄວາມຕັ້ງໃຈ ແລະ ຖືເປັນໂຄງການລະດັບຊາດ ພ້ອມທັງເລີ່ມດຳເນີນຂະບວນການເກັບກຳຂໍ້ມູນພາກສະໜາມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ແບບດີຈີຕອນ ໃນວັນທີ 3 ພະຈິກ 2025 ແລະ ມີກຳນົດດຳເນີນຈົນເຖິງ ວັນທີ 28 ທັນວາ 2025.
ທ່ານ ນາງ ເມແກນ ໂຈນສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ອົດສະ ຕຣາລີ ມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການສຳຫຼວດພົນລະເມືອງ ແບບດິຈິຕອນ ຄັ້ງທຳອິດ ຂອງ ສປປ ລາວ, ຊຶ່ງຈະເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນດີຈິຕອນ ແລະ ການພັດທະນາແບບ ຍືນຍົງ ໃນ ສປປ ລາວ. “ອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ຮ່ວມກັບລັດຖະບານ ແຫ່ງ ສປປ ລາວ, ອົງການ UNFPA ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ໃນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແບບດີຈິຕອນ ຄັ້ງທຳອິດ ຂອງປະເທດ, ຊຶ່ງການສຳຫຼວດພົນລະເມືອງແບບທັນສະໄໝຄັ້ງນີ້ ເປັນການສ້າງລະບົບສະຖິຕິແຫ່ງຊາດ ທີ່ທັນສະໄໝ, ສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ມີຄຸນນະພາບສູງ ເຊິ່ງຈະເປັນບ່ອນອີງໃນການສ້າງພື້ນຖານທີ່ດີ ໃຫ້ແກ່ ການປົກຄອງທີ່ມີຄຸນນະພາບ ແລະ ກຽມພ້ອມຕໍ່ການພັດທະນາໃນອະນາຄົດ ຂອງສປປ ລາວ” ທ່ານກ່າວ.



ໃນຕອນແລງ ຂອງວັນດຽວກັນນີ້, ຄະນະຜູ້ແທນຂັ້ນສູງຈາກສູນກາງ ແລະ ແຂວງ ໄດ້ເດີນທາງໄປເບີ່ງການ ເກັບກໍາຂໍ້ມູນຕົວຈິງ ຢູ່ເຂດສໍາຫຼວດ ບ້ານປາກຊອນ ເມືອງ ຊະນະສົມບູນ ແລະ ບ້ານ ດົງເກະໂລ່ງ ນະຄອນປາກເຊ, ຊຶ່ງເປັນເຂດສໍາຫຼວດກວມເອົາ 2 ບ້ານ ແລະ 2 ເມືອງ ເພື່ອຕິດຕາມຄວາມຄືບໜ້າ, ປຶກສາຫາລືສິ່ງທ້າທາຍ ແລະ ວິທີແກ້ໄຂ ເພື່ອຮັບປະກັນໃຫ້ການສຳຫຼວດຄັ້ງນີ້ ມີຄຸນນະພາບ ແລະ ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້.