ຈັດຊຸດເຝິກອົບຮົມຍົກລະດັບຄວາມຮູ້ທາງດ້ານທັກສະໃຫ້ແກ່ຄູ-ອາຈານ ທີ່ ສປປ ລາວ
ມະຫາວິທະຍາໄລເຕັກນິກວິຊາຊີບກະຊິກໍາກວາງຊີ ໂຄງການສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ຈັດຊູດເຝິກອົບຮົມຍົກລະດັບຄວາມຮູ້ດ້ານທັກສະໃຫ້ແກ່ຄູ-ອາຈານ ຂຶ້ນໃນວັນທີ 9-11 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍແມ່ນສູນທັດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ ແລະ ວິທະຍາໄລເຕັກນິກວິຊາຊີບກະສິກໍາດົງຄໍາຊ້າງຮ່ວມກັນຈັດ ເຝິກອົກຮົມຄັ້ງນີ້ ມີ 3 ຫົວຂໍ້ ຄື: ການເກັບຮັກສາຜົນຜະລິດກະສິກໍາ“ຜົນຜະລິດສົດ” ກະສິກໍາປັນຍາປະດິດ ແລະ ການລ້ຽງສັດທີ່ທັນສະໄໝ ສ່ວນນັກວິທະຍາກອນຂື້ນຫ້ອງສອນຖ່າຍທອດຄວາມຮູ້ແມ່ນມາຈາກມະຫາວິທະຍາໄລເຕັກນິກວິຊາຊີບກະສິກໍາກວາງຊີ.

ໃນວັນທີ 9 ທັນວາ 2025 ທີ່ບ້ານ ທ່າດອກຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີຈັດເຝິກອົບຮົມການເກັບຮັກສາຜົນຜະລິດກະສິກໍາ“ຜົນຜະລິດສົດ” ກະສິກໍາປັນຍາປະດິດ ມີນັກສໍາມະນາກອນມາຈາກ 7 ພາກສ່ວນ ຄື: ມະຫາວິທະຍາໄລແຫ່ງຊາດຄະນະກະເສດສາດນາບົງ ອາຈານຈາກວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ກົມສົ່ງເສີມ ແລະ ສະຫະກອນ ພະແນກກະສິກໍາ ແລະ ຊົນນະບົດ ນະຄອນຫຼວງວຽງຈັນ ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ ສູນພືດຜັກ ແລະ ໄມ້ໃຫ້ໝາກ ຊາວບ້ານທ່ານດອກຄໍາ ເມືອງ ໄຊທານີ ເຂົ້າຮ່ວມ ທັງໝົດ 60 ຄົນ.

ທ່ານ ປອ ນາງ ຮວາງ ຂ້ຽວ ຫລີ້ ໄດ້ອະທິບາຍລະບົບເຕັກນິກການເກັບຮັກສາຜົນຜະລິດກະສິກໍາ“ຜົນຜະລິດສົດ” ຫລັງເກັບກູ້ ລວມທັງໄດ້ແນະນໍາວິທີການເກັບຮັກສາຜົນຜະລິດກະສິກໍາ“ຜົນຜະລິດສົດ” ແນວພັນທີ່ມີປູກຢູ່ລາວ ທ່ານ ເຫວີຍ ຍຸນ ຕໍາແໜ່ງນັກວິສະວະກອນ ໄດ້ຂື້ນນໍາສະເໜີຫົວຂໍ້ເຕັກນິກກະສິກໍາທັນສະໄໝ ໂດຍອະທິບາຍເນື້ອຫາການໃຊ້ປັນຍາປະດິດເຂົ້າໃນວຽກງານກະສິກໍາຕົວຈິງ.
ໃນວັນທີ 11 ທັນວາ 2025 ໄດຈັດຊຸດເຝິກອົບຮົມເຕັກນິກການລ້ຽງສັດທັນສະໄໝຂຶ້ນ ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໃຫ້ກຽດຂື້ນຫ້ອງບັນຍາຍກ່ຽວກັບເຕັກນິກການປະສົມພັນໝູ ແລະ ເຕັກນິກການລ້ຽງໝູທີ່ທັນສະໄໝ ໂດຍແມ່ນທ່ານ ປອ ເຊ້ຍປິງຄຸນ ຈາກມະຫາວິທະຍາໄລເຕັກນິກວິຊາຊີບກະສິກໍາກວາງຊີ ໃນຊຸດເຝິກອົບຮົມຄັ້ງນີ້ມີອາຈານ ແລະ ນັກສຶກສາເຂົ້າຮ່ວມຮັບຝັງຈໍານວນ 34 ຄົນ ພາຍຫຼັງສໍາເລັດພາກທິດສະດີແລ້ວແມ່ນໄດ້ລົງແນະນໍາການນໍາໃຊ້ອຸປະກອນໃນຫ້ອງທົດລອງການລ້ຽງໝູຂອງໂຮງຮຽນ ເນື້ອໃນທີ່ບັນລະຍາຍໃນຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈຈາກຄູອາຈານ ແລະ ນັກສຶກສາ ເປັນຢ່າງດີ.

ການຈັດຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນເປົ້າໝາຍຂອງມະຫາວິທະຍາໄລເຕັກນິກວິຊາຊີບກະສິກໍາກວາງຊີ ເຊິ່ງເປັນໜ້າວຽກໜຶ່ງທີ່ສໍາຄັນຂອງໂຄງການສະຖາບັນສີມືແຮງງານກະສິກຳທັນສະໄໝ ລາວ-ຈີນ ນອກຈາກນີ້ຍັງແມ່ນຮັດແໜ້ນການຮ່ວມມືທີ່ສໍາຄັນໃນວຽກງານການສຶກສາໃນສາຂາວິຊາຊີບກະສິກໍາ ລະຫວ່າງ ລາວ-ຈີນ ໃນໄລຍະການມາເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 9-12 ທັນວາ 2025 ຄະນະຜູ້ແທນຈາກມະຫາວິທະຍາໄລເຕັກນິກວິຊາຊີບກະຊິກໍາກວາງຊີ ສປ ຈີນ ແມ່ນໄດ້ໄປພົບປະແລກປ່ຽນບົດຮຽນ ປຶກສາຫາລືການຮ່ວມມືໃນຕໍ່ໜ້າກັບມະຫາວິທະຍາໄລແຫ່ງຊາດ ວິທະຍາໄລເຕັກນິກວິຊາຊີບກະສິກໍາດົງຄໍາຊ້າງ ສະຖາບັນພັດທະນາອະຊີວະສຶກສາ ສະຖາບັນຄົ້ນຄ້ວາກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ. ໃນການພົບປະແມ່ນໄດ້ປຶກສາຫາລືກ່ຽວກັບການຮ່ວມມືຮັບສະໝັກນັກສຶກສາລະດັບປະລິນຍາຕີ ການຍົກລະດັບຂໍ້ມູນການສຶກສາສີມືແຮງງານໃຫ້ເປັນ 2.0 ການສ້າງຄັງຄໍາສັບກະສິກໍາ ອາຊ່ຽນ-ຈີນ ແລະ ປຶກສາຫາລືກ່ຽວກັບໂຄງການຮ່ວມມືຄົ້ນຄ້ວາ ແລະ ເປັນຊຸກຍູ້ໂຄງການສະຖາບັນສີມືແຮງງານໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນໄປອີກບາດກ້າວໜຶ່ງ.