ໂດຍ: ສ.ແສງງາມ
ໂຮງຮຽນປະຖົມບ້ານປາກປູນ ເມືອງລະມາມ ແຂວງເຊກອງ ສ້າງຂຶ້ນໃນປີ 2010 ທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເພື່ອສ້າງຕັ້ງໂຮງຮຽນແຫ່ງນີ້ຂຶ້ນມາ ດ້ວຍຄວາມຫວັງວ່າຈະເປັນສະຖານທີ່ຮັບການສຶກສາທີ່ມີຄຸນນະພາບສໍາລັບເດັກນ້ອຍໃນບ້ານ ແລະ ບ້ານໃກ້ຄຽງ ຕະຫຼອດໄລຍະເວລາ 15 ປີ ໂຮງຮຽນແຫ່ງນີ້ໄດ້ເປັນບ່ອນໃຫ້ຄວາມຮູ້ແກ່ເດັກນ້ອຍນັບບໍ່ຖ້ວນ ເປັນບ່ອນຫຼໍ່ຫຼອມອະນາຄົດຂອງຊຸມຊົນບ້ານປາກປູນ.




ແນວໃດກໍຕາມ ເວລາບໍ່ໄດ້ຢຸດນິ້ງ ການໃຊ້ງານຕະຫຼອດຫຼາຍປີ ບວກກັບສະພາບອາກາດຂອງໃນເຂດດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ໂຄງສ້າງອາຄານ ພື້ນຫ້ອງຮຽນທີ່ເຄີຍແຂງແຮງແຕກຫັກອອກເປັນແຜ່ນໆ ອາດເປັນອັນຕະ ລາຍຕໍ່ນັກຮຽນທີ່ຍ່າງຜ່ານ ສີຜະໜັງທີ່ເຄີຍສົດໃສກໍເລີ່ມມີຄາບດ່າງດໍາ ສ້າງບັນຍາກາດທີ່ບໍ່ເອື້ອຕໍ່ການຮຽນຮູ້ ເພດານບາງຈຸດເປ່ເພ ເປັນຄວາມກັງວົນກ່ຽວກັບຄວາມປອດໄພ ສະພາບເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຄຸນນະ ພາບການຮຽນການສອນເທົ່ານັ້ນ ແຕ່ຍັງອາດເຮັດໃຫ້ນ້ອງນັກຮຽນສູນເສຍຄວາມກະຕືລືລົ້ນທີ່ຈະມາໂຮງຮຽນອີກດ້ວຍ. ໃນປີ 2025 ຄວາມຫວັງກໍໄດ້ກັບຄືນມາອີກຄັ້ງ.

ດ້ວຍການເຫັນຄວາມສໍາຄັນຂອງວຽກງານການສຶກສາເພື່ອອະນາຄົດຂອງເດັກນ້ອຍ ບໍລິສັດ ເຊກອງ 4 ພາວເວີ ຈໍາກັດ ແລະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານຊ່ວຍເຫຼືອສັງຄົມ ທັງສອງບໍລິ ສັດໄດ້ສົມທົບກັບຫ້ອງການສຶກສາທິການ ແລະ ກີລາເມືອງລະມາມ ເພື່ອຟື້ນຟູປັບປຸງໂຮງຮຽນແຫ່ງນີ້ໃຫ້ກັບຄືນມາມີຊີວິດຊີວາອີກຄັ້ງ.ໂຄງການຟື້ນຟູຄັ້ງນີ້ບໍ່ແມ່ນເປັນພຽງການສ້ອມແປງທົ່ວໄປ ແຕ່ເປັນການປ່ຽນແປງທີ່ສົມ ບູນແບບ.

ບໍລິສັດທັງສອງໄດ້ລົງທຶນທັງແຮງກາຍແຮງໃຈ ແລະ ເງິນທຶນເພື່ອສ້າງສະພາບແວດລ້ອມຂອງການຮຽນທີ່ດີທີ່ສຸດໃຫ້ແກ່ນ້ອງນັກ ຮຽນ. ການຊ່ວຍເຫຼືອຄັ້ງນີ້ມີມູນຄ່າລວມເຖິງ 216 ລ້ານກີບ (ສອງຮ້ອຍສິບຫົກລ້ານກີບ) ປະ ກອບດ້ວຍ: ການກໍ່ສ້າງ ແລະ ການສ້ອມແປງອາຄານຮຽນ: ພື້ນທີ່ແຕກຫັກໄດ້ຖືກສ້ອມແປງຄືນໃໝ່ ຜະໜັງທີ່ໝົ່ນໝອງໄດ້ຖືກລົບອອກ ແລະ ທາສີໃໝ່ສົດໃສ ເພດານທີ່ເປ່ເພໄດ້ຖືກສ້ອມແປງໃຫ້ແຂງແຮງປອດໄພ.
ໃນທີ່ສຸດວັນແຫ່ງຄວາມສຸກກໍ່ມາເຖິງ ພິທີມອບ-ຮັບ ໂຄງ ການກໍ່ສ້າງບ່ອນຫຼິ້ນເດັກ ມອບທຶນການສຶກສາ ແລະ ສ້ອມ ແປງໂຮງຮຽນປະຖົມບ້ານປາກປູນ ໄດ້ມີຂຶ້ນ 12 ທັນວາ 2025 ໄດ້ເປັນວັນທີ່ທຸກຄົນລໍຖ້າຄອຍ ພິທີມອບ-ຮັບໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີ ທ່ານ ບົວໄລ ວິໄລວົງ ປະທານກໍາມະການປົກ ຄອງເມືອງລະມາມ ທ່ານ ຊົນລະວິດ ວິນິດໃສ ຜູ້ອໍານວຍການ ບໍລິສັດຣາຊ-ລາວ ບໍລິການຈໍາກັດ ແລະ ບໍລິສັດ ເຊກອງ 4 ພາວເວີ ຈໍາກັດ ທ່ານ ນະລົງວິດ ຄອງສິນ ຮອງຜູ້ອໍນວຍການ ບໍລິສັດ ເຊກອງ 4 ພາວເວີ ຈໍາກັດ ພາກສ່ວນກ່ຽວຂ້ອງ ພໍ່ແມ່ຜູ້ປົກຄອງ ຜູ້ທີ່ພາລູກມາສົ່ງໂຮງຮຽນດ້ວຍຄວາມຫວັງ ແລະ ທີ່ສໍາຄັນທີ່ສຸດນ້ອງນັກຮຽນທຸກຄົນ ຜູ້ທີ່ຈະໄດ້ຮັບຜົນປະໂຫຍດໂດຍກົງຈາກການຊ່ວຍເຫຼືອຄັ້ງນີ້.



ບັນຍາກາດໃນວັນນັ້ນເຕັມໄປດ້ວຍຄວາມຮູ້ສຶກດີໃຈ ແລະ ຄວາມກະຕັນຍູ. ນ້ອງນັກຮຽນແຕ່ລະຄົນຍິ້ມກວ້າງເມື່ອໄດ້ເຫັນຫ້ອງຮຽນໃໝ່ຂອງຕົນ ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງຕ່າງກໍຂອບໃຈຈາກໃຈຈິງ ຕາງໜ້າບໍລິສັດທັງສອງໄດ້ກ່າວຖ້ອຍຄໍາທີ່ຈິງໃຈວ່າ ການລົງທຶນໃນການສຶກສາແມ່ນການລົງທຶນໃນອະນາຄົດຂອງຊາດ.


ທ່ານ ຊົນລະວິດ ວິນິດໃສ ກ່າວໃນພິທີມອບ-ຮັບໂຄງການດັ່ງກ່າວວ່າ: ການສະໜັບສະໜຸນຂອງບໍລິສັດໃນມື້ນີ້ ບໍ່ວ່າຈະເປັນ ການກໍ່ສ້າງ ແລະ ການສ້ອມແປງອາຄານຮຽນ ການກໍ່ສ້າງຫ້ອງກິດຈະກຳພ້ອມອຸປະກອນ ການຕິດຕັ້ງລະບົບໄຟຟ້າ-ໄຟສ່ອງສະຫວ່າງ ອຸປະກອນການຮຽນ–ການສອນ ແລະ ທຶນການສຶກສາໃຫ້ແກ່ນັກຮຽນລວມມູນຄ່າປະມານ 216 ລ້ານກີບ ທັງໝົດນີ້ ເກີດຂຶ້ນຈາກຄວາມຕັ້ງໃຈອັນແທ້ຈິງຂອງບໍລິ ສັດ ທີ່ຢາກເຫັນເດັກໆ ໃນພື້ນທີ່ມີໂອກາດເຂົ້າເຖິງສະພາບແວດລ້ອມການຮຽນຮູ້ທີ່ດີ ທັນສະໄໝ ແລະ ປອດໄພ ເພື່ອວາງລາກຖານທີ່ໝັ້ນຄົງສູ່ອະນາຄົດຂອງພວກເຂົາ. ບໍລິສັດຂອງພວກເຮົາເຊື່ອຫມັ້ນວ່າ “ການສຶກສາ” ແມ່ນພະລັງທີ່ສຳຄັນ ທີ່ຈະສ້າງການພັດທະນາຢ່າງຍືນຍົງໃຫ້ກັບຊຸມຊົນ ແລະ ພວກເຮົາຫວັງເປັນຢ່າງຍິ່ງວ່າ ການສະໜັບສະໜຸນໃນຄັ້ງນີ້ ຈະຊ່ວຍເສີມສ້າງໂອກາດ ແລະ ແຮງບັນ ດານໃຈໃຫ້ແກ່ນັກຮຽນທຸກຄົນ ໃຫ້ເຕີບໂຕເປັນກຳລັງສຳ ຄັນຂອງປະເທດຊາດໃນອະນາ ຄົດ.ໂຄງການຟື້ນຟູໂຮງຮຽນປະຖົມບ້ານປາກປູນຄັ້ງນີ້ມີຄວາມໝາຍຫຼາຍກວ່າພຽງແຕ່ການສ້ອມແປງອາຄານ. ມັນເປັນການສະແດງໃຫ້ເຫັນເຖິງຄວາມຮັບຜິດ ຊອບຂອງພາກເອກະຊົນທີ່ມີຕໍ່ສັງຄົມ.


ບໍລິສັດເຊກອງ 4 ພາວເວີ ຈໍາກັດ ແລະ ບໍລິສັດຣາຊ-ລາວ ບໍລິການ ໄດ້ສະແດງໃຫ້ເຫັນວ່າ: ຄວາມສໍາເລັດທາງທຸລະກິດສາມາດໄປຄຽງຄູ່ກັບການສ້າງຄຸນປະໂຫຍດໃຫ້ແກ່ຊຸມຊົນ.ສໍາລັບນ້ອງນັກຮຽນ ໂຮງຮຽນທີ່ສົດໃສ ປອດໄພ ແລະ ມີອຸປະກອນທີ່ດີ ບໍ່ພຽງແຕ່ເຮັດໃຫ້ນ້ອງມີຄວາມສຸກໃນການຮຽນຫຼາຍຂຶ້ນເທົ່ານັ້ນ ແຕ່ຍັງສົ່ງຂໍ້ຄວາມທີ່ວ່າ “ເຈົ້າມີຄຸນຄ່າ ເຈົ້າສົມຄວນໄດ້ຮັບສິ່ງທີ່ດີທີ່ສຸດ.” ສະພາບແວດລ້ອມທີ່ດີຊ່ວຍເພີ່ມຄວາມໝັ້ນໃຈໃຫ້ແກ່ນ້ອງນັກຮຽນ ກະຕຸ້ນໃຫ້ນ້ອງຢາກມາໂຮງຮຽນ ແລະ ຕັ້ງໃຈຮຽນຫຼາຍຂຶ້ນ.

ສໍາລັບຄູອາຈານ ການມີສະຖານທີ່ສອນທີ່ດີ ເຮັດໃຫ້ການຖ່າຍທອດຄວາມຮູ້ມີປະສິດທິພາບຫຼາຍຂຶ້ນ ຫ້ອງຮຽນທີ່ມີແສງສະຫວ່າງພຽງພໍ ອຸປະກອນ ແລະ ສະພາບແວດ ລ້ອມທີ່ສະອາດເປັນລະບຽບຮຽບຮ້ອຍ ຊ່ວຍໃຫ້ຄູອາ ຈານສາມາດສຸມໃສ່ການສອນຢ່າງເຕັມທີ່.ສໍາລັບຊຸມຊົນບ້ານປາກປູນ ໂຮງຮຽນທີ່ດີແມ່ນສັນຍາລັກຂອງຄວາມກ້າວໜ້າ.
ມັນເປັນບ່ອນທີ່ພໍ່ແມ່ສາມາດສົ່ງລູກມາດ້ວຍຄວາມໝັ້ນໃຈ ເປັນບ່ອນທີ່ຄວາມຝັນຂອງເດັກນ້ອຍສາມາດເລີ່ມຕົ້ນໄດ້ ທີ່ປັດຈຸບັນມີການຊ່ວຍເຫຼືອຈາກພາກເອກະຊົນ ທີ່ສາມາດເຮັດໃຫ້ອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ.
ຄວາມສໍາເລັດຂອງໂຄງການນີ້ເປັນຕົວຢ່າງທີ່ດີຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ມັນສະແດງໃຫ້ເຫັນວ່າ ເມື່ອທຸກພາກສ່ວນເຫັນຄວາມສໍາຄັນຂອງການສຶກສາ ແລະ ພ້ອມໃຈກັນຮ່ວມມື ຄວາມເປັນໄປບໍ່ໄດ້ກໍສາມາດກາຍເປັນຄວາມຈິງໄດ້.
ການລົງທຶນໃນໂຄງສ້າງພື້ນຖານດ້ານການສຶກສາບໍ່ແມ່ນເປັນຄ່າໃຊ້ຈ່າຍທີ່ສິ້ນເປືອງ ແຕ່ເປັນການລົງທຶນທີ່ຈະໃຫ້ຜົນຕອບແທນໃນໄລຍະຍາວ ເດັກນ້ອຍທີ່ໄດ້ຮັບການສຶກສາທີ່ດີມື້ນີ້ຈະເປັນກໍາລັງສໍາຄັນໃນການພັດທະນາປະ ເທດໃນອະນາຄົດ.ຄວາມຮ່ວມມືນີ້ຍັງເປັນບົດຮຽນສໍາຄັນວ່າ ການພັດທະນາທີ່ຍືນຍົງຕ້ອງອີງໃສ່ການມີສ່ວນຮ່ວມຂອງທຸກພາກສ່ວນ ບໍ່ວ່າຈະເປັນລັດຖະບານ ການຊ່ວຍ ເຫຼືອຈາກຕ່າງປະເທດ ຫຼື ພາກເອກະຊົນ ທີ່ເຂົ້າມາຊ່ວຍ ເຫຼືອທຸກຄວາມພະຍາຍາມລ້ວນມີຄຸນຄ່າ.
ສຳລັບງົບປະມານດັ່ງກ່າວທີ່ໄດ້ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວມາຈາກ ບໍລິສັດ ຣາຊ-ລາວ ບໍລິການ ຈຳ ກັດ ມູນຄ່າ 65 ລ້ານກີບ ບໍລິສັດ ເຊກອງ 4 ພາວເວີ ຈຳກັດ ມູນຄ່າ 100.592.000 ກີບ ບໍລິສັດ ຣາຊກຣຸບ ຈຳກັດມະຫາຊົນ ມູນຄ່າ 75.000 ບາດ ນອກ ຈາກນັ້ນຍັງມີບໍລິສັດ ແລະ ບຸກຄົນ ປະກອບສ່ວນຊ່ວຍເຫຼືອຊື້ໜາມໝາກຈັບ ຄື: ບໍລິສັດ ເອວ ໄອດີອີເອັສໄອເອ ມູນຄ່າ 2,1 ລ້ານກີບ.