ລາວ ໂຕໂຢຕ້າ ຕັ້ງເປົ້າປ້ອງກັນແຊັມ ເປບຊີ ລາວລີກ 1 ສະໄໝທີ 5

ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ ເອັບ​ຊີ ເປີດ​ຕົວ​ສະ­ໂມ­ສອນ ແລະ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ລະ­ດູ​ການ 2020 ພ້ອມ​ທັງ​ຕັ້ງ​ເປົ້າ​ປ້ອງ​ກັນ​ແຊັມ​ລີກ​ສູງ​ສຸດ​ຂອງ ສປປ ລາວ ສະ­ໄໝ​ທີ 5 ການ​ແຂ່ງ­ຂັນ​ບານ­ເຕະ​ລາຍ­ການ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ທີ່​ເປີດ​ສາກ​ຂຶ້ນ​ໃນ​ອາ­ທິດ​ຜ່ານ​ມາ​ນີ້.

ວັນ​ທີ 9 ກໍ­ລະ­ນີ 2020 ຢູ່​ບໍ­ລິ­ສັດ ລາວ​ໂຕ​ໂຢ​ຕ້າ​ບໍ­ລິ­ການ ຈຳ­ກັດ ບ້ານ​ທົ່ງ​ຂັນ​ຄຳ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ພິ­ທີ​ເປີດ​ຕົວ​ນັກ​ເຕະ ແລະ ເຊັນ​ສັນ­ຍາ​ກັບ​ຜູ້​ສະ­ໜັບ­ສະ­ໜູນ​ລະ­ດູ​ການ 2020 ໂດຍ​ມີ​ທ່ານ ຢາ​ສຸ​ໂອະ ພິ­ລາ​ພັນ​ເດ​ຊ ຮອງ​ປະ­ທານ​ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ ເອັບ​ຊີ ທ່ານ ປະ­ສາດ​ໄຊ ພິ­ລາ​ພັນ​ເດ​ຊ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ໂຕ​ໂຢ​ຕ້າ ຈຳ­ກັດ ພ້ອມ​ດ້ວຍ​ຜູ້​ສະ­ໜັບ­ສະ­ໜູນ​ຕ່າງໆ ຄູ​ເຝິກ ນັກ­ກີ­ລາ ແລະ ສື່​ມວນ​ຊົນ ເຂົ້າ​ຮ່ວມ.

ທ່ານ ຢາ​ສຸ​ໂອະ ພິ­ລາ​ພັນ​ເດ​ຊ ກ່າວ​ວ່າ: ລາວ​ໂຕ​ໂຢ​ຕ້າ ເອັບ​ຊີ ພ້ອມ​ແລ້ວ​ສຳ­ລັບ​ການ​ປ້ອງ​ກັນ​ແຊັມ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ເຊິ່ງ​ພາຍ­ຫຼັງ​ປ້ອງ​ກັນ​ແຊັມ​ລີກ​ສູງ​ສຸດ​ຂອງ​ລາວ ປີ 2019 (ສະ­ໄໝ​ທີ 4) ພວກ​ເຮົາ​ກໍ​ໄດ້​ສືບ­ຕໍ່​ເຄື່ອນ​ໄຫວ ແລະ ເກັບ​ຕົວ​ເຝິກ­ຊ້ອມ ເພື່ອ​ເຂົ້າ​ຮ່ວມ ເອ​ເອັບ​ຊີ ຄັບ 2020 ທີ່​ຈັດ​ຂຶ້ນ​ປີ­ຜ່ານ­ມາ ກ່ອນ​ທີ່​ຈະ​ຢຸດ​ການ​ເຝິກ­ຊ້ອມ​ໃນ​ຕົ້ນ​ປີ 2020 ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ ແລະ ແຈ້ງ​ການ​ຂອງ​ລັດ­ຖະ­ບານ ເພື່ອ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ແຕ່​ໄດ້​ຈັດ​ໃຫ້​ນັກ­ກີ­ລາ​ເຝິກ­ຊ້ອມ​ເປັນ​ປົກ­ກະ­ຕິ​ຢູ່​ເຮືອນ​ແຕ່­ລະ­ຄົນ ໂດຍ​ມີ​ການ​ຕິດ­ຕາມ​ຕະ­ຫຼອດ ນັກ​ເຕະ​ຊຸດ​ນີ້​ສ່ວນ​ຫຼາຍ​ແມ່ນ​ນັກ­ກີ­ລາ​ຊຸດ​ຊາວ​ໜຸ່ມ​ທີ່​ຂຶ້່ນ​ມາ​ໃໝ່ ປະ­ສົມ​ປະ­ສານ​ນັກ​ເຕະ​ຊຸດ​ໃຫຍ່ ປີ​ນີ້​ພວກ​ເຮົາ​ຈະ​ພະ­ຍາ­ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ເພື່ອ​ປ້ອງ​ກັນ​ແຊັມ​ໃຫ້​ໄດ້.

ລາວ​ໂຕ​ໂຢ​ຕ້າ ເອັບ​ຊີ ເປັນ​ສະ­ໂມ­ສອນ​ທີ່​ຄວ້າ​ແຊັມ​ລີກ​ສູງ​ສຸດ​ຂອງ ສປປ ລາວ 4 ສະ­ໄໝ (ປີ 2015 2017 2018 ແລະ 2019) ນັບ​ຕັ້ງ­ແຕ່​ເຂົ້າ​ຮ່ວມ​ຄັ້ງ​ທຳ​ອິດ​ໃນ​ປີ 2014 ລວມ​ເຖິງ​ແຊັມ​ສະ­ໄໝ​ທຳ​ອິດ​ຂອງ​ການ​ແຂ່ງ­ຂັນ​ບານ­ເຕະ​ຊີງ​ຂັນ ສຕລ ປີ 2019 ເຊິ່ງ​ລາວ​ລີກ 1 ປີ​ນີ້ ນັດ​ທຳ​ອິດ ລາວ​ໂຕ​ໂຢ​ຕ້າ ປະ​ເດີມ​ສະ­ໜາມ ພົບ ມາ​ສ​ເຕີ 7 ເອັບ​ຊີ ທີມ​ຮອງ​ແຊັມ​ເກົ່າ ວັນ​ເສົາ​ທີ 11 ກໍ­ລະ­ກົດ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ໃນ.

error: Content is protected !!