ປັດຈຸບັນ ແຫຼ່ງຊັບພະຍາກອນທຳມະຊາດໄດ້ມີການປ່ຽນແປງ ໄດ້ກາຍເປັນສິ່ງຄຸກຄາມຕໍ່ຜະລິດຕະພັນເຄື່ອງປ່າຂອງດົງ ທີ່ນຳໃຊ້ເປັນອາຫານ ແລະ ສິນຄ້າຂອງປະຊາຊົນຊາວຊົນນະບົດ ນັບມື້ຫຍຸ້ງຍາກ ການເຂົ້າເຖິງຜະລິດຕະພັນເຄື່ອງປ່າຂອງດົງ ມີສະພາບການນຳໃຊ້ເກີນຄວາມອາດສາມາດໃນການສະໜອງ ແລະ ມີການຂຸດຄົ້ນ ຫຼື ນຳໃຊ້ບໍ່ຖືກຕ້ອງ ພ້ອມດຽວກັນນັ້ນ ນະໂຍບາຍຂອງຂັ້ນເທິງທີ່ໄດ້ມີການຈັດຕັ້ງປະຕິບັດມາແຕ່ທ້າຍຊຸມປີ 1980 ກໍມີການປ່ຽນແປງຫຼາຍ ໃນວຽກມອບດິນ ມອບປ່າ ພູມສັນຖານປະເທດໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.
ໃນປີ 1993 ກໍໄດ້ມີການປະກາດເຂດສະຫງວນແຫ່ງຊາດ ຫຼື ເຂດອະນຸຮັກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ເຊິ່ງເນື້ອທີ່ປ່າສະຫງວນເຫຼົ່ານີ້ມີຈຳນວນ 20 ແຫ່ງ ແລະ ກວມເອົາເນື້ອທີ່ 14% ຂອງເນື້ອທີ່ທັງໝົດໃນທົ່ວປະເທດ ພ້ອມກັນນັ້ນ ລາວກໍໄດ້ເຂົ້າເປັນພາຄີສົນທິສັນຍາສາກົນກ່ຽວກັບການອະນຸຮັກພືດພັນ ແລະ ສັດປ່າທີ່ຫາຍາກ ເຊິ່ງເປັນສົນທິສັນຍາທີ່ມີຄວາມສຳຄັນ ໃນວຽກງານຂອງການອະນຸຮັກແນວພັນພືດ ແລະ ສັດປ່າ ໃນປີ 2004.
ນອກຈາກນີ້ ວຽກງານທາງດ້ານຊົນລະປະທານ ໄດ້ມີການຂະຫຍາຍຕົວເພື່ອເຮັດໃຫ້ຊາວກະສິກອນສາມາດເຮັດນາໄດ້ 2 ລະດູ ແລະ ປູກພືດຜັກກະສິກຳອື່ນໆ ເຊິ່ງການກໍ່ສ້າງຊົນລະປະທານ ແລະ ການກໍ່ສ້າງເຂື່ອນໄຟຟ້າ ກໍໄດ້ມີການກວດກາຜ່ານແຜນແມ່ບົດ ຫຼື ເບິ່ງໃນວິທີການໃນການການອອກແບບຂອງການກໍ່ສ້າງ ເພື່ອເຮັດໃຫ້ໄດ້ຮັບຜົນກະທົບໜ້ອຍທີ່ສຸດຕໍ່ຊີວະນາໆພັນທຳມະຊາດ ພ້ອມດຽວກັນນັ້ນ ກໍໄດ້ມີການສົ່ງເສີມການຜະລິດເປັນສິນຄ້າ ແລະ ການປູກພືດອຸດສາຫະກຳ ເຊິ່ງໄດ້ເຮັດໃຫ້ສະພາບການນຳໃຊ້ຢາປາບສັດຕູພືດເພີ່ມຂຶ້ນ ບໍ່ວ່າຈະຢູ່ໃນລະດັບສູນກາງ ກໍຄື ທ້ອງຖິ່ນ ເຖິງແມ່ນວ່າການປູກພືດດັ່ງກ່າວ ຈະສ້າງລາຍຮັບໃຫ້ແກ່ປະຊາຊົນ ແຕ່ມັນເປັນສິ່ງອັນຕະລາຍທາງດ້ານມົນລະພິດຕໍ່ນ້ຳ ດິນ ຕະຫຼອດເຖິງສຸຂະພາບຂອງຄົນ ເປັນການທຳລາຍຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ຈາກການດຳເນີນການຜະລິດກະສິກຳ ເຊັ່ນ ການນຳໃຊ້ຢາປາບສັດຕູພືດ ເຊິ່ງເປັນວົງຈອນຂອງຄວາມໂຫດຮ້າຍ ທີ່ທຳລາຍສະພາບແວດລ້ອມໃນການຜະລິດກະສິກຳ ເນື່ອງຈາກວ່າພືດ ແລະ ສັດທີ່ຢູ່ໃນປ່າ ມັນມີການອາໄສເຊິ່ງກັນ ແລະ ກັນຢ່າງເປັນລະບົບ ນອກຈາກນີ້ ການປູກພືດອຸດສາຫະກຳທີ່ນຳໃຊ້ສານເຄມີ ເປັນການທຳລາຍລະບົບນິເວດວິທະຍາທຳລາຍຊີວະນາງໆພັນ ການປູກຕົ້ນໄມ້ອຸດສາຫະກຳ ປັດຈຸບັນ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ເປັນຕົ້ນ ການປູກຢາງພາລາ ຕົ້ນປາມ ແລະ ອື່ນໆ ເຊິ່ງການປູກພືດດັ່ງກ່າວໃນເບື້ອງຕົ້ນ ກໍອີງໃສ່ນະໂຍບາຍການສົ່ງເສີມ ເພື່ອບໍ່ໃຫ້ເປັນການທຳລາຍສະພາບແວດລ້ອມປ່າໄມ້ ສະນັ້ນ ຖ້າລະບົບນິເວດຖືກທຳລາຍດ້ວຍສານເຄມີປະເພດຕ່າງໆ ກໍຈະເຮັດໃຫ້ຜະລິດຕະພັນເຄື່ອງປ່າຂອງດົງຫຼຸດລົງ ເຄື່ອງປ່າຂອງດົງມີຄວາມສຳຄັນຕໍ່ປະຊາຊົນຊາວຊົນນະບົດ ສາມາດແກ້ໄຂຄວາມອຶດຫິວໃຊ້ເປັນອາຫານການກິນຕ່າງໆນາໆ ພ້ອມທັງເປັນແຫຼ່ງລາຍຮັບຂອງເຂົາເຈົ້ານຳອີກດ້ວຍ.