
ບໍລິສັດ ເຊກອງ 4 ພາເວີ ຈໍາກັດ ແລະ ບໍລິສັດ ຣາຊ-ລາວ ບໍລິການ ຈໍາກັດ ສົມທົບກັບ ຫ້ອງການສຶກສາທິ ການ-ກີລາເມືອງລະມາມ ຈັດພິທີມອບ-ຮັບ ໂຄງການກໍ່ສ້າງບ່ອນຫຼິ້ນເດັກ ມອບທຶນການສຶກສາ ແລະ ສ້ອມ ແປງໂຮງຮຽນປະຖົມບ້ານປາກປູນ ເມືອງລະມາມ ແຂວງເຊກອງ.




ໂຄງການດັ່ງກ່າວໄດ້ເລີ່ມແຕ່ກາງເດືອນ ຕຸລາ 2025 ແລະ ສໍາເລັດ 100% ໃນທ້າຍເດືອນດຽວກັນ ດ້ວຍງົບປະມານກວ່າ 210 ລ້ານກີບ.



ງົບປະມານດັ່ງກ່າວໄດ້ມາຈາກ ບໍລິສັດຣາຊ-ລາວ ບໍລິການ ຈຳ ກັດ ມູນຄ່າ 65 ລ້ານ ກີບ ບໍລິສັດ ເຊກອງ 4 ພາວເວີ ຈຳກັດ ມູນຄ່າ 100.592.000 ກີບ ບໍລິສັດ ຣາຊກຣຸບ ຈຳກັດມະຫາ ຊົນ ມູນຄ່າ 75.000 ບາດ ນອກ ຈາກນັ້ນຍັງມີບໍລິສັດ ແລະ ບຸກຄົນ ປະກອບສ່ວນຊ່ວຍເຫຼືອຊື້ໜາມໝາກຈັບ ຄື: ບໍລິສັດ ເອວ ໄອດີອີເອັສໄອເອ ມູນຄ່າ 2,1 ລ້ານກີບ.


ທ່ານ ຊົນລະວິດ ວິນິດໃສ ຜູ້ອໍານວຍການ ບໍລິສັດຣາຊ -ລາວ ບໍລິການຈໍາກັດ ແລະ ບໍລິສັດ ເຊກອງ 4 ພາວເວີ ຈໍາກັດ ກ່າວວ່າ: ການສະໜັບສະໜຸນຂອງບໍລິສັດໃນມື້ນີ້
ບໍ່ວ່າຈະເປັນ ການກໍ່ສ້າງ ແລະ ການສ້ອມແປງອາຄານຮຽນ ການກໍ່ສ້າງຫ້ອງກິດຈະກຳພ້ອມອຸປະກອນ ການຕິດຕັ້ງລະບົບໄຟຟ້າ-ໄຟສ່ອງສະ ຫວ່າງ ອຸປະກອນການຮຽນ–ການສອນ ແລະ ທຶນການສຶກສາໃຫ້ແກ່ນັກຮຽນລວມມູນຄ່າປະມານ 216 ລ້ານກີບ (ສອງ ຮ້ອຍສິບຫົກລ້ານກີບ).



ທັງໝົດນີ້ ເກີດຂຶ້ນຈາກຄວາມຕັ້ງໃຈອັນແທ້ຈິງຂອງບໍລິ ສັດ ທີ່ຢາກເຫັນເດັກໆ ໃນພື້ນທີ່ມີໂອກາດເຂົ້າເຖິງສະພາບແວດລ້ອມການຮຽນຮູ້ທີ່ດີ ທັນສະໄໝ ແລະ ປອດໄພ ເພື່ອວາງລາກຖານທີ່ໝັ້ນຄົງສູ່ອະນາຄົດຂອງພວກເຂົາ.
ບໍລິສັດຂອງພວກເຮົາເຊື່ອຫມັ້ນວ່າ “ການສຶກສາ” ແມ່ນພະລັງທີ່ສຳຄັນ ທີ່ຈະສ້າງການພັດທະນາຢ່າງຍືນຍົງໃຫ້ກັບຊຸມຊົນ ແລະ ພວກເຮົາຫວັງເປັນຢ່າງຍິ່ງວ່າ ການສະໜັບສະໜຸນໃນຄັ້ງນີ້ ຈະຊ່ວຍເສີມສ້າງໂອກາດ ແລະ ແຮງບັນ ດານໃຈໃຫ້ແກ່ນັກຮຽນທຸກຄົນ ໃຫ້ເຕີບໂຕເປັນກຳລັງສຳ ຄັນຂອງປະເທດຊາດໃນອະນາ ຄົດ.
ສໍາລັບພິທີມອບ-ຮັບ ໂຮງຮຽນແຫ່ງດັ່ງກ່າວມີຂຶ້ນ ໃນວັນມີ 12 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າ ຮ່ວມຂອງ ທ່ານ ບົວໄລ ວິໄລວົງ ປະທານກໍາມະການປົກ ຄອງເມືອງລະມາມ ທ່ານ ຊົນລະວິດ ວິນິດໃສ ທ່ານ ນະລົງວິດ ຄອງສິນ ຮອງຜູ້ອໍນວຍການ ບໍລິສັດ ເຊກອງ 4 ພາວເວີ ຈໍາກັດ ພາກສ່ວນກ່ຽວຂ້ອງ ຄູອາຈານ ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ.