ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບແລະສາມັກຄີ ຂອງລາວ ຄະນະຜູ້ແທນຄະນະສັນ ຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ ອາດີດກໍາມະການສູນກາງພັກ ອາດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 8-11 ທັນວາ 2025ນີ້.

ໃນວັນທີ 9 ທັນວາ 2025 ທີ່ສະພາແຫ່ງຊາດ  ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະສັນຕິພາບຫວຽດນາມ ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງ ຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ ອະດີດກໍາມະການສູນ ກາງພັກ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ຫວຽດນາມ.

ໃນກອງປະຊຸຸມພົບປະສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ ປຶກສາຫາລື ແລກປ່ຽນບົດຮຽນ ປະ ສົບການໃນການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກ ທີ່ສອງຝ່າຍສົນໃຈ ເຮັດໃຫ້ການພົບປະມີເນື້ອໃນອຸດົມ ສົມບູນ ແລະ ມີບັນຍາກາດ ອັນສະໜິດສະໜົມເປັນການປະກອບສໍາຄັນສ່ວນເຂົ້າ ໃນການ ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ລາວ-ຫວຽດນາມ ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດ ຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ – ຫວຽດນາມ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກ້ວາງ ແລະ ລວງເລິກ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ໃນວັນດຽວກັນ ຄະນະຜູ້ແທນສັນຕິພາບ ຫວຽດນາມ ຍັງໄດ້ເຂົ້າຢ້ຽມຄໍານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະ ເທດ ນອກນັ້ນ ຄະນະຜູ້ແທນສັນຕິພາບ ຫວຽດນາມ ຍັງໄດ້ຢ້ຽມຢາມ ແລະ ພົບປະກັບການນໍາແຂວງວຽງຈັນ ຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ວັດທະນາທຳປະຫັວດສາດ ແລະ ເຂດເສດຖະກິດ ໃນນະຄອນຫຼວງ ວຽງຈັນ ແລະ  ແຂວງວຽງຈັນຈໍານວນໜຶ່ງຕື່ມອີກ

error: Content is protected !!