ໃຜຕົກຕຽງ

ຊາຍ​ເຖົ້າ​ອາ­ຍຸ​ເກືອບ​ຢຽບ​ເຂົ້າ​ເລກ​ແປດ (80) ແຕ່​ພະ­ຍາດ​ຫົວ​ງູ​ຍັງ​ບໍ່​ຍອມ​ຈາງ​ຫາຍ​ໄປ​ກັບ​ອາ­ຍຸ ເນື່ອງ​ຈາກ​ເປັນ​ຄົນ​ຖົງ​ເງິນ​ຕື່ງ ຊາຍ​ເຖົ້າ​ຄົນ​ນີ້​ຈຶ່ງ​ສາ­ມາດ​ຫິ້ວ​ສາວ​ນ້ອຍ​ເຂົ້າ​ເຮືອນ​ພັກ​ບໍ່​ອັ້ນ ແຕ່​ຫຼາຍ​ເທື່ອ​ຕໍ່​ຫຼາຍ​ທີ ເຫື່ອ­ແຮງ​ກໍ​ບໍ່​ເປັນ­ໃຈ ດັ່ງ­ນັ້ນ ເຖົ້າ​ຈຶ່ງ​ຊອກ​ຊື້​ແນວ​ບຳ­ລຸງ​ກຳ­ລັງ​ເພື່ອ​ກຽມ​ໃສ່​ໃນ​ຄ່ຳ​ຄືນ​ໜຶ່ງ ເຖົ້າ​ໄປ​ຊອກ​ຊື້​ເຫຼົ້າ​ບອງ​ຢາ​ທີ່​ມີ​ປ້າຍ​ຂຽນ​ວ່າ “ເຫຼົ້າ​ສາວ​ນ້ອຍ​ຕົກ​ຕຽງ” ກ່ອນ​ຈົກ​ເງິນ​ຊື້ ເຂົາ​ເວົ້າ​ກັບ​ຜູ້​ຂາຍ​ວ່າ:

“ລະ­ວັງ ຄັນ​ບໍ່​ຄື​ກັບ​ຄຳ​ໂຄ­ສະ­ນາ ເຈົ້າ​ຕ້ອງ​ສົ່ງ​ເງິນ​ຄືນ​ໃຫ້​ຂ້ອຍ”.

“ເອີ…ໜາ ບໍ່​ຕ້ອງ​ຫວ່ງ ໄດ້­ຜົນ​ເກີນ​ຄາດ​ແນ່­ນອນ !” ເຈົ້າ​ຂອງ​ຮ້ານ​ຕອບ

ພໍ​ຮອດ​ເຊົ້າ​ມື້​ໃໝ່ ເຖົ້າ​ຫົວ​ງູ ເຊິ່ງ​ມີ​ໜ້າ­ຜາກ​ໂປ​ລົກ​ປົກ ກໍ​ຍ່າງ​ຊົກ​ເຊ​ເຂົ້າ​ໄປ​ຮ້ານ​ຂາຍ​ເຫຼົ້າ​ບ່ອນ​ເກົ່າ ແລ້ວ​ຊີ້​ໜ້າ​ເຈົ້າ​ຂອງ​ຮ້ານ ທັງ​ເວົ້າ​ຂຶ້ນ​ວ່າ:

“ເອົາ​ເງິນ​ມາ​ດຽວ­ນີ້… ເຮົາ​ຖືກ​ຕີນ​ມັນ​ທຳ​ຈົນ​ຕົກ​ຕຽງ… ອີ່​ນາງ​ນ້ອຍ​ຫັ້ນ​ນອນ​ເສີຍ ມຶງ​ຄື​ຕົວະ ເອົາ​ເງິນ​ຄືນ​ມາ​ໃຫ້​ກູ​ດຽວ­ນີ້ !!!”.

error: Content is protected !!