ຫາລືການກໍານົດເປົ້າໝາຍກະກຽມໃຫ້ແກ່ການເປີດກອງປະຊຸມກຸ່ມທຸລະກິດທ່ອງທ່ຽວ

    ກອງປະຊຸມປຶກສາຫາລືການເຄື່ອນໄຫວວຽກງານທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 11 ກໍລະກົດ 2020 ທີ່ບ້ານສວນມະນີຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນບັນດາຂໍ້ຫຍຸ້ງຍາກ ວຽກງານຄຸ້ມຄອງ ແລະ ແຜນປັບປຸງທຸລະກິດທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນເຊິ່ງກັນ ແລະ ກັນ ລະຫວ່າງກຸ່ມທຸລະກິດທ່ອງທ່ຽວ ແລະ ຂະແໜງການກ່ຽວຂ້ອງຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງ ເພື່ອກໍານົດຈຸດປະສົງເປົ້າໝາຍກະກຽມໃຫ້ແກ່ການເປີດກອງປະຊຸມກຸ່ມທຸລະກິດທ່ອງທ່ຽວນະຄອນຫຼວງວຽງຈັນ ເພື່ອປັບປຸງການຈັດຕັ້ງໃນທ້າຍປີ 2020 ເຊິ່ງຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໄດ້ອອກອະນຸຍາດຢູ່ນະຄອນຫຼວງວຽງຈັນ ມີທັງໝົດ 3 ຮ້ອຍກວ່າບໍລິສັດໃນນີ້ມີບໍລິສັດບໍ່ມີຕົວຕົນ 1 ຮ້ອຍກວ່າບໍລິສັດ ໄລຍະຜ່ານມາກໍໄດ້ມີການປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອຈະສ້າງຕັ້ງສະມາຄົມທຸລະກິດທ່ອງທ່ຽວໃໝ່ ເພື່ອເປັນການສ້າງພື້ນຖານ ແລະ ຄວາມເຂັ້ມແຂງໃຫ້ສະມາຄົມ ແນໃສ່ປຸກລະດົມຫົວໜ່ວຍທຸລະກິດທ່ອງທ່ຽວເຂົ້າມາເປັນສະມາຊິກຂອງສະມາຄົມໃຫ້ຫຼາຍຂຶ້ນ.

    ນອກຈາກນັ້ນແລ້ວ ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ທັດສະນະສຶກສາບັນດາກິດຈະກໍາຕ່າງໆຢູ່ບ້ານສວນມະນີຈັນ ພ້ອມທັງປູກຕົ້ນໄມ້ຈໍານວນໜຶ່ງ ເພື່ອເປັນການເພີ່ມປ່າປົກຫຸ້ມສີຂຽວ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວລາວທ່ຽວລາວໃຫ້ນັບມື້ນັບຫຼາຍຂຶ້ນ.

error: Content is protected !!