ສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວສູນທອນພົດຕໍ່ພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫຼວງ ບາງຕອນວ່າ: ກ່ອນໜ້ານີ້ 50 ປີ ນະສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງອັນມະຫຶມາຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຢຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດິນາ, ຂຸນເສິກຢ່າງສິ້ນເຊີງ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກເຫດການປະຫວັດສາດອັນຍິ່ງໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ຊາຕາກໍາຂອງຊາດ ແລະ ສັງຄົມ ປະເທດເຮົາ ປ່ຽນແປງຢ່າງເລິກເຊິ່ງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງການກໍ່ສ້າງປິຕຸພູມລາວ ທີ່ແສນຮັກ ແລະ ຫວງແຫນ ຂອງພວກເຮົາ ໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ ຢ່າງອິ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກ ຕະຫຼອດກາລະນານ”.

    ເມື່ອຫວນຄືນ ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການສ້າງຕັ້ງລະບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ ພວກເຮົາມີຄວາມອາໄລອາວອນ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ວິລະກໍາອັນລໍ້າເລີດ, ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລໍາບາກໃດໆ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້.

    ຕະຫຼອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ການມ້າງເພທໍາລາຍທຸກຮູບແບບຕໍ່ລະບອບໃໝ່. ພວກເຮົາ ຮັກສາໄວ້ຢ່າງໜັກແໜ້ນ ຊຶ່ງໝາກຜົນຂອງການປະຕິວັດ ທີ່ແລກໄດ້ມາດ້ວຍຢາດເລືອດ, ຊີວິດ ແລະ ການເສຍສະຫຼະ ບໍ່ຈັກວ່າເທົ່າໃດ ຂອງນັກປະຕິວັດ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາອັນຖືກຕ້ອງ ສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ພວກເຮົາໄດ້ຕັ້ງໜ້າ, ເດັດດ່ຽວ ແລະ ບາກບັ່ນສູ້ຊົນສູງສຸດ ເພື່ອສະແຫວງຫາເສັ້ນທາງກ້າວເດີນທີ່ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ, ຈຸດພິເສດຂອງລາວ ແລະ ຈາກການຖອດບົດຮຽນໃນການສ້າງສາລະບອບໃໝ່ໃນຊຸມປີທໍາອິດ ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ ຜ່ານແນວຄິດລິເລີ່ມອັນປະດິດສ້າງ ແລະ ການຕັດສິນໃຈອັນກ້າຫານຂອງປະທານ ໄກສອນ ພົມວິຫານ, ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986 ແລະ ກອງປະຊຸມໃຫຍ່ຄັ້ງຕໍ່ໆມາ ຂອງພັກ ໄດ້ສະຫຼຸບສັງລວມບັນຫາຕ່າງໆ ແລ້ວວາງອອກເປັນແນວທາງປ່ຽນແປງໃໝ່ ທີ່ເປັນລະບົບຄົບຊຸດ, ຮອບດ້ານ, ມີຫຼັກການ ແລະ ໄດ້ເພີ່ມເຕີມເສີມຂະຫຍາຍ ເຖິງທຸກວັນນີ້ ແລະ ຍັງຈະສືບຕໍ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍສູ່ລວງເລິກຕໍ່ໆໄປ.

      ເລີ່ມຈາກການປ່ຽນແປງໃໝ່ດ້ານເສດຖະກິດ ຄຽງຄູ່ກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ໄດ້ສ້າງຄວາມຮັບຮູ້ໃໝ່ ດ້ານທິດສະດີ ກ່ຽວກັບສັງຄົມນິຍົມ ສູ່ການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ. ສປປ ລາວ ຈາກທີ່ມີຈຸດເລີ່ມຕໍ່າສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບ ອັນລະອິດລະອ້ຽວ, ຂ້ຽວຂາດ ມາໄດ້. ພວກເຮົາສາມາດເວົ້າໄດ້ຢ່າງເອກອ້າງທະນົງໃຈວ່າ: ຊາດລາວ ຈາກປະເທດສັກດີນາ, ຫຼ້າຫຼັງ ແລະ ຕົກເປັນເມືອງສ່ວຍ, ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ເປັນເວລາຫຼາຍຮ້ອຍປີນັ້ນ ໄດ້ກາຍເປັນປະເທດທີ່ມີເອກະລາດ, ອໍານາດອະທິປະໄຕຢ່າງສົມບູນບົນຜືນແຜນດິນອັນແສນຮັກ ແລະ ປິຕຸພູມອັນຫວງແຫນຂອງປະຊາຊົນລາວບັນດາເຜົ່າ. ລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການສ້າງຕັ້ງ, ບູລະນະ ແລະ ພັດທະນາ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີການປ່ຽນແປງໃຫຍ່ຫຼວງທຸກດ້ານ; ຮັບປະກັນໄດ້ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮອບຮ້ອຍ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໄດ້ຮັບການເຊີດຊູຍິ່ງຂຶ້ນ; ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງ, ຄຸນຄ່າ, ເອກະລັກ ດ້ານວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍ ກາຍເປັນມໍລະດົກອັນລໍ້າຄ່າໃຫ້ຄົນລາວເຮົາ ໄດ້ສືບທອດຕໍ່ໄປ; ຊີວິດຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການເອົາໃຈໃສ່ ປົວແປງ ແລະ ຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ແກ້ໄຂໄດ້ຄວາມທຸກຍາກເປັນກ້າວໆ ແລະ ຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026; ສປປ ລາວ ເປັນຄູ່ຮ່ວມມື-ຄູ່ຮ່ວມພັດທະນາ ທີ່ໄວ້ເນື້ອເຊື່ອໃຈ ຂອງບັນດາປະຊາຊາດ, ມີທີ່ຕັ້ງ ແລະ ບົດບາດສໍາຄັນ ໃນຍຸດທະສາດ ແຫ່ງການເຊື່ອມຈອດ-ເຊື່ອມໂຍງ ຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ບົດບາດ, ຊື່ສຽງ ຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີໂລກ.

      50 ປີຜ່ານໄປນັ້ນ ແມ່ນ 50 ປີ ແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປ ລາວ ຢ່າງບໍ່ຢຸດຢັ້ງ, ຖືເປັນໝາກຜົນລວມຍອດຂອງຂະບວນວິວັດແຫ່ງການຕໍ່ສູ້ອັນດຸເດືອດ, ຂ້ຽວຂາດ, ລໍາບາກ ຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ບໍ່ຍອມຈໍານົນ, ຄວາມຟົດຟື້ນປະຕິວັດ ແລະ ການເສຍສະຫຼະ ຂອງບັນພະບູລຸດ ແລະ ວິລະບູລຸດ ຂອງຊາດລາວວິລະຊົນ ກໍຄື ການຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ, ພິເສດແມ່ນຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບ ຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ອ້າຍນ້ອງ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າງາມ ຊຶ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຂໍ້ສະຫຼຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”.

    ຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ” ຊຶ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນໍາພາລະກິດປະຕິວັດ, ນໍາພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

      ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ, ເລິກເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫຼາຍປະການນັ້ນ ສປປ ລາວ ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການພົວພັນຮ່ວມມື ເພື່ອພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ໃນນີ້ສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນ ກັບປະເທດເພື່ອນມິດຍຸດທະສາດ; ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ເດັດດ່ຽວຍຶດໝັ້ນເສັ້ນທາງການພັດທະນາ ທີ່ມີຄວາມສົມດູນ, ກົມກຽວ ລະຫວ່າງເສດຖະກິດ ກັບວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ, ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ ບົນພື້ນຖານການເຊີດຊູສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັງສາມາດກ້າວອອກສູ່ໂລກ ໄດ້ຢ່າງໜັກແໜ້ນ; ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ປະຊາຊົນ ໄດ້ຊົມໃຊ້ໝາກຜົນຈາກການພັດທະນາ ຢ່າງຍຸຕິທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາ ຕ້ອງສູ້ຊົນບັນລຸຄາດໝາຍໃຫຍ່ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ລະບຸໄວ້ໃນໂຄງການການເມືອງ ຂອງພັກ ວ່າ “ຮອດປີ 2055 ເມື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.

    ພວກເຮົາ ຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະ ຕະຫຼອດໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວ ໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນສືບທອດ ຕໍ່ໄປຕາບເທົ້າໃດໆ.

    ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເສຍສະຫຼະອັນສູງສົ່ງ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ. ດ້ວຍຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາຊົນຕໍ່ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ ທີ່ບັນພະບູລຸດຂອງພວກເຮົາ ໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ຊຶ່ງພວມໄດ້ຮັບການຕໍ່ຍອດ ແລະ ຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສືບທອດ ທີ່ຈົງຮັກພັກດີນັ້ນ, ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງຢ່າງແນ່ນອນ.

– ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!

– ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືືນ!

– ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ!

– ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!

error: Content is protected !!