ກຳ​ນົດວັນທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໂຄສົກຂອງຄະນະກຳມະການເລືອຕັ້ງລະດັບຊາດ ໄດ້​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ປະ​ກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນ​ວັນ​ທີ 3 ທັນ​ວາ 2025 ວ່າ: ອີງຕາມມາດຕາ 68 ຂໍ້ 9 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະ ຊາຊົນລາວ ສະບັບເລກທີ 77/ສພຊ, ລົງວັນທີ 20 ມີນາ 2025ອີງຕາມມາດຕາ 33 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024ອີງຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການກຳນົດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 328/ຄປຈ ລົງວັນທີ 21 ພະຈິກ 2025ອີງຕາມໜັງສືສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 53/ຄປຈ ລົງວັນທີ 21 ພະຈິກ 2025.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 311/ປປທ ລົງວັນທີ 1 ທັນວາ 2025 ວ່າດ້ວຍການປະກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້:

  • ມາດຕາ 1: ປະກາດເອົາວັນອາທິດ ກົງກັບວັນທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
  • ມາດຕາ 2: ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງລະດັບທ້ອງ ຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມກຳນົດເວລາທີ່ໄດ້ກຳນົດໄວ້ ໃນລັດຖະດຳລັດສະບັບນີ້.
  • ມາດຕາ 3: ລັດຖະດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ບັນດາທ່ານຜູ້ມີສິດເລືອກຕັ້ງ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ແລະ ພີ່ນ້ອງຊາວລາວທີ່ດຳ ລົງຊີວິດຢູ່ຕ່າງປະເທດ ທີ່ນັບຖື ແລະ ຮັກແພງວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ເປັນວັນມີຄວາມໝາຍສຳຄັນທາງປະຫວັດສາດ ແລະ ຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອຳ ນາດລັດ ເຊິ່ງເປັນອຳນາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງລັດຖະທຳມະນູນ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປີ 2025 ຍ້ອນວ່າວັນທີ 22 ກຸມພາ 2026 ເປັນວັນທີ່ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາງໜ້າຕົນປະຕິບັດສິດອຳນາດຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ ຂອງທ້ອງຖິ່ນ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ພົນລະເມືອງລາວ ນິຕິບຸກຄົນ ແລະ ການຈັດຕັ້ງ ພ້ອມກັນສູ້ຊົນພັດທະນາປະເທດຊາດ ເພື່ອເຮັດໃຫ້ປະຊາ ຊົນຮັ່ງມີຜາສຸກ ປະເທດຊາດມັງຄັງເຂັ້ມແຂງ ສັງຄົມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

ການອອກລັດຖະດຳລັດ ປະກາດວັນເລືອກຕັ້ງຄັ້ງນີ້ແມ່ນມີຂຶ້ນ ໃນວັນທີ 1 ທັນວາ 1975 ເຊິ່ງເປັນວັນເປີດກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ແລະ ວັນທີ 2 ທັນວາ 1975 ເປັນມື້ທີ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາທິປະໄຕຢ່າງສີ້ນເຊິ່ງ ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນ ໄຂສັງກາດໃໝ່-ສັງກາດແຫ່ງເອກະລາດ ແລະ ອິດສະຫຼະພາບອັນແທ້ຈິງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງເປັນເຫດການ ການເມືອງອັນຍິ່ງໃຫຍ່ຂອງຊາດລາວເຮົາ ເຊິ່ງມື້ວານນີ້ ທົ່ວພັກ ລັດ ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ສຳເລັດຜົນຢ່າງຈົບງາມ ແລະ ຢູ່ໃນເວລາທີ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຫາກໍ່ສຳເລັດການຈັດຕັ້ງມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ສຳ ເລັດຜົນຢ່າງເບີກ ບານມ່ວນ ຊື່ນ ການສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ວັນເກີດປະທານ ໄກສອນ ພົມວິ ຫານ ຄົບ ຮອບ 105 ປີ ແລະ ມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ນັ້ນ ສະແດງໃຫ້ເຫັນເຖິງກຳລັງແຮງສັງ ລວມຊະນະເລີດຂອງປວງຊົນລາວທັງຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍເຫດນັ້ນຈຶ່ງເວົ້າໄດ້ວ່າ ການປະກາດວັນເລືອກຕັ້ງຄັ້ງນີ້ ມີຄວາມໝາຍສຳຄັນເປັນພິເສດແຕກຕ່າງກັບທຸກຄັ້ງໃນໄລຍະທີ່ຜ່ານມາ.

ໃນໄລຍະແຕ່ນີ້ ໄປຫາວັນທີ 7 ມັງກອນ 2026 ແມ່ນຈະໄດ້ສຸມໃສ່ເຜີຍແຜ່ຮ່ຳຮຽນເອກະ ສານເລືອກຕັ້ງ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ຈົ່ງໄດ້ເຂົ້າຮ່ວມການຮ່ຳຮຽນເອກະ ສານກ່ຽວກັບວຽກງານເລືອກຕັ້ງໃຫ້ທົ່ວເຖິງ ເພື່ອກຳແໜ້ນ ແລະ ໃຊ້ສິດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ໃນໂອກາດເລີດງາມຍາມດີນີ້ ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂ້າພະເຈົ້າ ຂໍຮຽກ ຮ້ອງໄປຍັງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງກະກຽມທາງດ້ານຈິດໃຈ ເຫື່ອແຮງເພື່ອເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

error: Content is protected !!