ວັນທີ 1 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນ ຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບແລະ ພົບປະກັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມ ຢາມ ລັດຖະກິດຢູ່ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ລະຫວ່າງວັນທີ 1-2 ທັນວາ 2025.

ໃນໂອກາດນີ້ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກຄັ້ງໜຶ່ງ ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ເປັນການຢ້ຽມຢາມທີ່ມີຄວາມໝາຍສຳຄັນເປັນພິເສດ ຕໍ່ສາຍພົວພັນຂອງສອງປະເທດ ທີ່ມີຂຶ້ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ ທົ່ວລັດ ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມສະ ເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປ ປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ ແລະ ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເປັນການເພີ່ມພູນຄູນສ້າງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ເພື່ອນຳຜົນປະ ໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ.

ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ຊຶ່ງເຫັນວ່າສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍສະເພາະການພົບປະແລກ ປ່ຽນການຢ້ຽມຢາມຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ສຳເລັດການເປີດນຳໃຊ້ ທ່າທຽບເຮືອເລກ 3 ຂອງ ທ່າເຮືອຫວຸງອ່າງ 1, 2, 3; ສໍາເລັດການມອບ-ຮັບ ໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໂຄງການກໍ່ສ້າງຖານຂໍ້ມູນ ເພື່ອຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວ ແລະ ໂຄງ ການກໍ່ສ້າງສວນອຸທິຍານມິດຕະພາບ ລາວ-ຫວຽດ ນາມ ຢູ່ດົງໝາກຄາຍ.

ພ້ອມນີ້ ສອງຝ່າຍຍັງເຫັນດີເປັນເອກະ ພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ໂດຍສະເພາະການສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະ ລະຫວ່າງສອງຜູ້ນໍາ ລາວ-ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ຮັບການປະດັບຫຼຽນຄຳແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດ ຂອງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນອັນສຳຄັນ ຂອງ ສະຫາຍ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນພິເສດ ທີ່ມີໜຶ່ງ ບໍ່ມີສອງ ຢູາໃນໂລກນີ້ ຂອງສອງປະເທດລາວ-ຫວຽດນາມ. ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ,ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ.


ໃນຂະນະດຽວກັນ ສະຫາຍ ເລຂາທິ ການໃຫຍ່ ໂຕ ເລິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາ ມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນ ຂອງສອງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.