ສ່ວນຕົວຜູ້ຂຽນ ຍັງເຊື່ອວ່າຍັງມີຄູບາງທ່ານທີ່ຖືເບົາໃນການພັດທະນາຄວາມຮູ້ ແລະ ວິທີການສິດສອນນັກຮຽນ ເພື່ອເຮັດໃຫ້ນັກຮຽນມີຄຸນນະພາບດີ ເຊິ່ງບໍ່ຄວນລືມວ່າ ບາງໂຮງຮຽນເຂົາກໍຂຽນປັດຊະຍາ ຫຼື ຄຳຂວັນຕິດປ້າຍໜ້າໂຮງຮຽນເລີຍວ່າ ຄຸນນະພາບຂອງນັກຮຽນຄືກຽດສັກສີຂອງໂຮງຮຽນ ດັ່ງນັ້ນ ເຮົາຈະສອນນັກຮຽນແບບໃດ ແລະ ບໍລິຫານຄູແບບໃດໃຫ້ໄດ້ຄຸນນະພາບຂອງການສຶກສາ ຈຶ່ງເປັນສິ່ງທ້າທາຍຕະຫຼອດເວລາວ່າ ຝ່າຍກ່ຽວຂ້ອງຈະເຮັດໄດ້ພຽງໃດ!.
ຜູ້ຂຽນໄດ້ອ່ານພົບນະໂຍບາຍສ້າງຄູຈາກເອກະສານ (ວາລະສານ) ສະບັບພິເສດຈາກໂຄງການພັດທະນາການສ້າງຄູ ແລະ ຍົກຖານະຄູ 7/10/2004 ໄດ້ລົງບົດຄວາມການສ້າງຄູຫຼາຍບົດ ເຊິ່ງເປັນນະໂຍບາຍສ້າງຄູຢ່າງຊັດເຈນ ເພື່ອໃຫ້ໄດ້ຄູທີ່ມີຄຸນນະພາບ (ໜ້າ 21) ໄດ້ອະທິບາຍເຖິງບົດບາດຂອງຄູໃນຫ້ອງຮຽນ ຄືການສອນແບບເອົາເດັກນ້ອຍເປັນໃຈກາງນັ້ນ ຄູຕ້ອງຊຳນານໃນວິຊາຊີບຫຼາຍກວ່າເກົ່າ ຄູຕ້ອງກ້າສ່ຽງທີ່ຈະເຮັດໃຫ້ຫ້ອງຮຽນມີຊີວິດຊີວາ ດຶງເອົານັກຮຽນໃຫ້ມີສ່ວນໂດຍກົງ ໃນຂະບວນການຮຽນຮູ້ບົດບາດຂອງຄູ ຈຶ່ງຕ້ອງເບິ່ງໃຫ້ເຫັນວ່າ ຫ້ອງຮຽນແມ່ນສະຖານທີ່ຮຽນຮູ້ ແລະ ການຄົ້ນພົບຢ່າງມີອິດສະຫຼະ ແທນທີ່ການຮຽນຮູ້ແບບໜຶ່ງແບບດຽວ.
ຄູເປັນຫຍັງຈຶ່ງສຳຄັນແທ້ ຄຳຕອບ ເພາະວ່າຄູຄືວິສະວະກອນແຫ່ງດວງວິນຍານ ຄູຄືແມ່ພິມຂອງຊາດ ຄູຄືພໍ່ແມ່ຜູ້ທີສອງຂອງເດັກນ້ອຍ ຜູ້ຂຽນຄິດວ່າຜູ້ເລືອກອາຊີບຄູ ຍ່ອມຕ້ອງເຄົາລົບຈັນຍາບັນຕົນ ແລະ ຄວນຖືເອົາການພັດທະນາຄວາມຮູ້ຢູ່ສະເໝີ ຍົກຕົວຢ່າງ ຄູຕ້ອງເປັນຜູ້ຮູ້ດີໃນສາຂາວິຊາທີ່ຕົນຮຽນມາຢ່າງແຈ່ມແຈ້ງ ບໍ່ແມ່ນວ່າຈົບສາຍຄູພາສາລາວ-ວັນນະຄະດີ ແຕ່ງກອນກະບໍ່ເປັນ ບໍ່ຖືກ ຕໍ່ມາຄູຕ້ອງເປັນຜູ້ປະພຶດຕົນດີ ໜ້າເຊື່ອຖືຕໍ່ສັງຄົມ ບໍ່ແມ່ນວ່າຄູມີນິໄສມືນເມົາ ແຕ່ງໂຕຕາມໃຈ ຊົງຜົມກະບໍ່ຫວີ ນິໄສຂີ້ຄ້ານ ບໍ່ມັກຄົ້ນຄວ້າພັດທະນາຄວາມຮູ້ ແລ້ວຫຼົງໂຕເອງ ຖືວ່າເປັນຄູແລ້ວຮູ້ໝົດທຸກຢ່າງ.
ສັງລວມວ່າ: ຄູຕ້ອງມີບຸກຄະລິກກະພາບດີ ການປະພຶດໜ້າເຊື່ອຖື ມີມະນຸດສຳພັນດີ ບໍ່ແມ່ນວ່າໜ້າບູດຂຶ້ນຫ້ອງສອນ ຄູຕ້ອງຮັກໃນອາຊີບຢ່າງແທ້ຈິງ ຄູຍັງຕ້ອງເປັນນັກຈິດຕະວິທະຍາ ຄືຮູ້ນັກຮຽນແຕ່ລະເພດໄວ ເພື່ອບໍ່ສອນໃຫ້ເປັນຕາໜ້າເບື່ອ!.
ໂດຍ: ດັ້ນກີບເມກ