ໃນວັນທີ 27 ພະຈິກ 2025 ທີ່ ສຳນັກງານນາຍົກລັດຖະ ມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະ ອານາຈັກ ກໍາປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມທາງ ການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ ສປປ ລາວ ໃນລະຫວ່າງວັນທີ 26-28 ພະຈິກ 2025.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມ ຢາມ ສປປ ລາວ ຄັ້ງນີ້ ຂອງ ທ່ານ ປຣາກ ໂຊຄົນ ພ້ອມດ້ວຍຄະນະ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ໃນໂອກາດວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກຳປູ ເຈຍ ຄົບຮອບ 72 ປີ (9 ພະຈິກ 1953) ທີ່ຫາກໍຜ່ານ ພົ້ນໄປນັ້ນ ພ້ອມທັງຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ ພາຍໃຕ້ການນຳພາອັນປີຊາສາມາດ ຂອງລັດຖະບານກໍາປູເຈຍໃນໄລຍະຜ່ານມາ ຊຶ່ງໄດ້ເຮັດໃຫ້ກໍາປູເຈຍມີສະຖຽນລະພາບດ້ານການເມືອງ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບ ປຸງປົວແປງດີຂື້ນເປັນກ້າວໆ.
ພ້ອມນີ້ ທ່ານ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງຂອງຝ່າຍກໍາປູເຈຍ.

ໃນໂອກາດດຽວກັນນີ້ ທ່ານ ປຣາກ ໂຊຄົນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມາຍັງ ພະນະທ່ານ ສອນໄຊ ສີພັນດອນແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງການປຶກສາຫາລືກັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ຄັ້ງທີ 15 ຊຶ່ງສອງຝ່າຍໄດ້ເປັນເອກະພາບກັນໃນຫຼາຍບັນຫາຂອງການຮ່ວມມືສອງຝ່າຍ ແລະ ໄດ້ຮັບຮອງເອົາບົດບັນທຶກກອງປະຊຸມ JC ລາວ-ກໍາປູເຈຍ ຄັ້ງທີ 15 ທີ່ກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ຍ່ອຍ ໃນຂົງເຂດການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດ ວັດທະນະທຳ-ສັງຄົມ ການສຶກສາ ສາທາລະນະສຸກ ແລະ ອື່ນໆ.
ພ້ອມດຽວກັນນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງສອງປະທດໃນດ້ານອື່ນໆຕື່ມອີກ ເປັນຕົ້ນແມ່ນ ວຽກງານຊາຍແດນ ການພົວພັນຮ່ວມມືດ້ານພະລັງງານໄຟຟ້າ ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ ແລະ ອື່ນໆ.