ອົງການປົກຄອງ ນວ ຮັບຟັງ ແລະ ປະເມີນການຈັດຕັ້ງປະ ຕິບັດວຽກງານທີ່ພົ້ນເດັ່ນ

ກອງປະຊຸມອົງການປົກຄອງນະ ຄອນຫຼວງວຽງຈັນ ຄັ້ງທີ 53 ຈັດຂຶ້ນວັນທີ 27 ພະຈິກ 2025 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ມີບັນດາສະມາຊິກອົງການປົກ ຄອງ ນວ ແລະ ຂະ ແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບັນ ຫາທີ່ສຳຄັນຂອງ ນວ ເປັນຕົ້ນໄດ້ຮັບຟັງການລາຍງານກ່ຽວກັບຫົວຂໍ້ທີ່ຈະພິຈາລະນາຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ພິ ຈາລະນາບັນຫາສຳຄັນພື້ນຖານຂອງ ນວ ຮ່າງບົດລາຍ ງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 5 ປີ (2021-2025) ຄັ້ງທີ IX ປະຈຳາປີ 2025 ແລະ ທິດ ທາງແຜນການປະຈໍາປີ 2026 ຂອງ ນວ ແລະ ທິດທາງຕໍ່ໜ້າ ແລະ ຮ່າງບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖກິດ-ການເງິນໃນ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ສະເໜີໂດຍທ່ານຫົວໜ້າພະແນກການເງິນ ນວ ຮ່າງບົດລາຍງານການຈັດຕັ້ງປະຕິບັດວາລະເຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ສະເໜີໂດຍທ່ານຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ຊີ້ແຈງບັນຫາສຳາຄັນຕ່າງໆຂອງ ນວ ຕາມການສະເໜີຂອງຄະນະປະຈຳສະພາປະຊາ ຊົນ ນວ ສະພາບການຄຸ້ມຄອງຮ່ອງລະນາຍນ້ຳຮ່ອງສັກ ຮ່ອງແຊງ ແລະ ຮ່ອງທອງ ສະເໜີໂດຍທ່ານຫົວໜ້າຫ້ອງ ການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ສະ ພາບການຊອກຄົ້ນ ສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຣຕາສຢູ່ ນວ (ລົງເລິກການຈັດຕັ້ງປະຕິບັດຕາມມະຕິຂອງຄະນະປະຈຳາສະາແຫ່ງຊາດ ສະ ບັບເລກທີ 182/ຄປຈ ລົງວັນທີ 1 ກໍລະກົດ 2025) ສະເໜີໂດຍທ່ານຫົວໜ້າະແນກອຸດສາຫະກຳ ແລະ ການຄ້າ ນວ ຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຄຸ້ມຄອງລະນບົບບຳບັດນ້ຳເປື້ອນໃນ ນວ ສະເໜີໂດຍທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ຄະນະຮັບຜິດຊອບຄົ້ນຄວ້າ ປ້ອງກັນ ແລະ ຊີ້ແຈງຕໍ່ສະພາປະຊາຊົນ ນວ ຕາມຂໍ້ຕົກລົງສະບັບເລກທີ 1167/ຈນວ ລົງວັນທີ 27 ຕຸລາ 2025 ປະເມີນຜົນການຈັດຕັ້ງປະກິບັດຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການກຳນົດການຄຸ້ມຄອງນຳໃຊ້ເຂດສະຫງວນຂອງສູນພັດທະນາຊົນລະປະທານອ່າງເກັບນໍ້ານໍ້າຊ່ວງສະນັບເລກທີ 435/ ຈນວ ລົງວັນທີ 27 ກັນຍາ 2005 ສະເໜີໂດຍທ່ານຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນວ ປະມີນຜົນການ ຈັດຕັ້ງປະຕິບັດຂໍ້ຕົກ ລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ເຂດໂຄງການຊົນລະນປະທານນ້ຳຫຸມສະນັບເລກທີ 538/ຈນວ ລົງວັນທີ 8 ມີນາ 2002 ສະເໜີໂດຍທ່ານຫົວໜ້າພະເນກກະສິກຳ ແລະ ສິ່ງແວດລ້ອມ ນວ ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນໍ້າວຽງຈັນ ສະບັບເລກທີ 0966/ຈນວ ລົງວັນທີ 11 ພະຈິກ 2019 (ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ສະນັບເລກທີ 016/ສປນວ ລົງວັນທີ 4 ມີນາ 2025) ສະເໜີໂດຍທ່ານຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນວ.

ພ້ອມນັ້ນກໍຮັບຟັງການລາຍງານກ່ຽວກັບການສະຫຼຸບຖອດຖອນບົດຮຽນການຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2025 ສະໜີໂດຍ ທ່ານຫົວ ໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ແລະ ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ຮັບຟັງການລາຍງານກ່ຽວກັບບົດສະຫຼຸບສະພາບພົ້ນເດັ່ນປະຈຳເດືອນພະຈິກ ແລະ ແຜນວຽກຈຸດສຸມປະຈຳເດືອນທັນວາ 2025 ຂອງອົງການປົກຄອງ ນວ ສະເໜີໂດຍທ່ານຫົວໜ້າຫ້ອງວ່າການ ນວ ແລະ ບາງບັນຫາທີ່ສຳຄັນຈຳນວນໜຶ່ງ.

error: Content is protected !!