ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ໄດ້ຮັບການຂະຫຍາຍຕົວ ແລະ ມີຜົນ ສຳເລັດເປັນກ້າວໆໃນຫຼາຍຂົງເຂດ

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ໄດ້ໄຂຂຶ້ນໃນວັນທີ 27 ພະຈິກ 2025 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ແລະ ທ່ານ ປຣາກ ໂຊຄົນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະ ທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍ ວ່າດ້ວຍ ການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 14 ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ທີ່ ນະຄອນຫຼວງພະນົມ ເປັນ ຣາຊະອານາຈັກກໍາປູເຈຍ ໃນປີ 2022 ໂດຍໄດ້ຕີລາ ຄາສູງ ແລະ ມີຄວາມຍິນດີ ທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆໃນຫຼາຍຂົງເຂດ ອັນພົ້ນເດັ່ນແມ່ນ ດ້ານການເມືອງ-ຄວາມໝັ້ນຄົງ ວັດທະນະທຳ-ສັງຄົມ ເສດຖະກິດ-ການຄ້າ ແລະ ອື່ນໆ ໂດຍສະເພາະ ແມ່ນພາຍຫຼັງການຍົກລະດັບສາຍພົວພັນທາງການທູດ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ໃນປີ 2019 (Comprehensive and Long-lasting Strategic Partnership) ເຊິ່ງໄດ້ກາຍ ເປັນພື້ນຖານອັນໜັກແໜ້ນທີ່ສຳຄັນຂອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໄປຄຽງຄູ່ກັນນັ້ນ ສອງປະເທດຍັງໄດ້ສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ໃນຂອບອາຊຽນ ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນຂອງສອງປະເທດ ທີ່ພວມຈະເລີນງອກງາມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.

ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນ ຕົ້ນແມ່ນ ການພົວພັນຮ່ວມມືທາງດ້ານການເມືອງ ວຽກງານປ້ອງ ກັນຊາດ ແລະ ປ້ອງກັນຄວາມສະຫງົບ ວຽກງານຊາຍ ແດນ ການສະກັດກັ້ນ ແລະ ປາບປາມຢາເສບຕິດ ກະສິກຳ ປ່າໄມ້ ການປະມົງ ແລະ ສິ່ງແວດລ້ອມ ເສດຖະກິດ ການຄ້າ ແລະ ການລົງທຶນ ຄົມມະນາຄົມຂົນສົ່ງ ພະລັງງານ ການສຶກສາ ວັດທະນະທໍາ-ສັງຄົມ ການທ່ອງທ່ຽວ ໄປສະ ນີ ການສື່ສານ ເຕັກໂນໂລຊີ ແຮງງານ ວິທະຍາສາດ ນະວັດຕະກໍາ ວຽກງານກວດກາລັດ ສາທາລະນະສຸກ ແລະ ດ້ານອື່ນໆ ພ້ອມນີ້ ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກ ປ່ຽນຢ້ຽມຢາມ ແລະ ພົບປະ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ບັນດາກະຊວງ ຂະແໜງການກ່ຽວຂ້ອງ ແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ຢ່າງເປັນປະຈຳ ແນໃສ່ຊຸກຍູ້ການຮ່ວມ ມືໃນຂົງເຂດຕ່າງໆ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ກຳປູເຈຍ ລວມທັງການສືບຕໍ່​ຊຸກຍູ້ການຈັດຕັ້ງ​ຜັນ​ຂະຫຍາຍ​​ ແຜນ​ປະຕິບັດງານ​ການ​ພົວ ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ແລະ ໝັ້ນຄົງຍາວ​ນານ ​ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາ ຈັກ​ກໍາປູ​ເຈຍ (Action Plan) ສົກປີ 2023-2027 ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ ນອກຈາກນັ້ນ ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອະນຸພາກພື້ນ ພາກພື້ນ ແລະ ສາກົນ.

ໃນຕອນທ້າຍຂອງກອງປະຊຸມ ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາ ທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູ ເຈຍ ຄັ້ງທີ 15 ເຊິ່ງກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ນ້ອຍ ເພື່ອເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ​ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ກໍາປູ​ເຈຍ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ສ້າງ​ສັນ ເຕັມ​ໄປ​ດ້ວຍ​ໄມຕີ​ຈິດມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເ​ຊິ່ງກັນ ແລະ ກັນຢ່າງ​ເລິກເຊິ່ງ ແລະ ໄດ້ບັນລຸ ຜົນສຳເລັດຢ່າງຈົບງາມ.

error: Content is protected !!