ສູນກາງສະຫະພັນແມ່ຍິງລາວ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາອົງການສະຫະປະຊາຊາດ ລວມທັງ ອົງການສະຫະປະຊາຊາດກອງທຶນສຳ ລັບປະຊາກອນ ແລະ ຫ້ອງການຜູ້ປະສານງານອົງການສະ ຫະປະຊາດ ປະຈຳ ສປປ ລາວຮ່ວມກັນຈັດພິທີເປີດບັ້ນໂຄສະນາສາກົນ 16 ວັນ ແຫ່ງການເຄື່ອນໄຫວ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນແຫ່ງຊາດ “ຮ່ວມແຮງຮ່ວມໃຈກັນເພື່ອຢຸດຕິການໃຊ້ຄວາມຮຸນແຮງທາງດ້ານດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ” ໃນວັນທີ 25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ມີທ່ານນາງ ຜາສຸກ ວົງວິຈິດ ຮອງປະທານສູນ ກາງສະຫະພັນແມ່ຍິງລາວ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ທ່ານ ບັກທີຢໍ ຄາ ດິໂຣຟ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ ປະຈຳ ສ ປປ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໃນພີທີດັ່ງກ່າວມີກິດຈະກໍາຫຼາຍຢ່າງເປັນຕົ້ນ ການສະແດງລະຄອນຂອງຊາວໜຸ່ມລາວທີ່ສະແດງ ໃຫ້ເຫັນຜົນກະທົບທາງດ້ານຈິດໃຈຂອງການຖືກຂົ່ມເຫັງທາງອອນ ການສະແດງຍ່າງແຟຊັ່ນທີ່ສະແດງໃຫ້ເຫັນສານແຫ່ງຄວາມເຂັ້ມແຂງ ແລະ ຄວາມປອດໄພທາງດິຈິຕອນ ລາຍການພອດແຄສກັບນັກເຄື່ອນໄຫວໜຸ່ມ ແລະ ຜູ້ທີ່ມີອິດທິພົນທາງສື່ສັງຄົມອອນລາຍ ການຕິດຕັ້ງສື່ໂຄສະນາແບບໂຕ້ຕອບລວມທັງໜ້າຈໍໂທລະສັບຂະໜາດໃຫຍ່ ປ້າຍສາກຫລັງຄອມພິວເຕີ ແລະ ອື່ນໆ ຂະບວນການເຄື່ອນໄຫວ 16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານທາງເພດເລີ່ມນຕົ້ນຕັ້ງແຕ່ວັນທີ 25 ພະຈິກ (ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ) ຈົນເຖິງວັນທີ 10 ທັນວາ (ວັນສິດທິມະນຸດ) ຕະຫຼອດໄລຍະເວລາ 2 ອາທິດນີ້ ຈະມີການຈັດກິດຈະກຳຕ່າງໆໃນທົ່ວປະເທດເຊັ່ນ ກອງປະຊຸມສຳມະນາຢູ່ບັນດາໂຮງຮຽນຕ່າງໆ ກິດຈະກຳສ້າງຄວາມຮັບຮູ້ກ່ຽວກັບຄວາມປອດໄພທາງດິຈິຕອນ ການສົນທະນາໃນຊຸມຊົນຕ່າງໆ ການໂຕ້ວາທີໃນມະຫາວິທະຍາໄລ ແລະ ກິດຈະກຳຂອງຊາວໜຸ່ມ.

