2 ທັນວາ ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງໝາກຜົນຂອງປະຊາຊົນລາວບັນດາເຜົ່າ

ວັນຊາດ ທີ 2 ທັນວາ ປີ 1975 ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຂອງທົ່ວພັກ ທົ່ວລັດ ທົ່ວກຳລັງປະກອບອາ ວຸດ ແລະ ທົ່ວປວງຊົນລາວທັງຊາດ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງໝາກຜົນຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ຕໍ່ສູ້ຢ່າງລະອິດລະອ້ຽວ ຂ້ຽວຂາດ ບໍ່ຮູ້ອິດຮູ້ເມື່ອຍ ແລະ ເຕັມໄປດ້ວຍການເສຍສະຫຼະ ເພື່ອກອບກູ້ເອົາເອກະ ລາດແຫ່ງຊາດໂດຍແມ່ນ ປະທານໄກສອນ ພົມວິຫານ ເປັນຫຼັກແຫຼ່ງ ເປັນບົດບາດໃຈກາງ ແຫ່ງການນຳພາ ປະ ເທດຊາດ ພົ້ນເດັ່ນທີ່ສຸດ ແມ່ນການນໍາພາການສ້າງຕັ້ງກອງທັບ ສ້າງຕັ້ງພັກ ນຳພາການຕໍ່ສູ້ ຢ່າງມີຫຼັກການ ແລະ ເຕັມໄປດ້ວຍພິກໄຫວ ຊຶ່ງເຮັດໃຫ້ ການຕໍ່ສູ້ສາມາດຍາດ ໄດ້ໄຊຊະນະເປັນກ້າວໆ ແລະ ກ້າວໄປເຖິງຍາດໄດ້ໄຊຊະນະຢ່າງສົມບູນ-ສະຖາປະນາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ.

ທ່ານ ຕ້ອຍ ພົມທິລາດ ຮອງເລຂາຄະນະພັກ ຮອງປະ ທານອົງການກວດສອບແຫ່ງລັດ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນໃໝ່ ເມື່ອວັນທີ 26 ພະຈິກ 2025 ເນື່ອງໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງວ່າ: ປະ ທານໄກສອນ ພົມວິຫານ ໄດ້ນຳພາການກຳນົດແນວທາງ ແລະ ນໍາພາປະເທດ ປະຕິບັດແນວທາງການປ່ຽນແປງໃໝ່ ຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ 4 ຂອງພັກ ປີ 1986 ເປັນຕົ້ນມາ ໄດ້ເຮັດໃຫ້ປະເທດຊາດ ຂອງພວກເຮົາ ພັດທະນາໄປຕາມຍຸດທະສາດໃຫຍ່ ຢ່າງຖືກທິດ ແລະ ເຊື່ອມຍົງກັບສາກົນ ຢ່າງມີຫົວຄິດປະດິດສ້າງ-ມີພິກໄຫວ ຈົນເຖິງປັດ ຈຸບັນນີ້ ລະບົບແນວຄິດ ແລະ ທັດສະນະການຊີ້ນຳ ຂອງປະທານໄກສອນ ພົມວິຫານ ແມ່ນຕິດພັນ ຍືນຍົງ ແລະ ມີຊີວິດຊີວາ ຢູ່ໃນຊີວິດການ ເມືອງ ຂອງພັກ-ລັດ ແລະ ການພັດທະນາປະເທດຊາດ ຕະຫຼອດມາ ແລະ ຈະຍືນຍົງຕະຫຼອດໄປ ນັບມື້ເກີດດອກອອກຜົນ.

ການຕໍ່ສູ້ອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ຂອງນັກຮົບປະຕິວັດ ຕ້ານພວກຈັກກະພັດຜູ້ຮຸກຮານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາ ປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ 1975 ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ສິດເປັນເຈົ້າຂອງປະເທດຊາດ ໄດ້ເປັນຂອງປະຊາຊົນບັນດາເຜົ່າ ສັງຄົມມີຄວາມສະຫງົບສຸກ-ເປັນລະບຽບຮຽບຮ້ອຍ ແລະ ສາມັກຄີຖືກຕ້ອງປອງດອງ ມີຜືນແຜ່ນ ດິນອັນຄົບຖ້ວນ ເຂດນໍ້າແດນດິນ ອຳນາດອະທິປະໄຕ ໄດ້ເປັນຂອງປວງຊົນລາວ ຢ່າງໝັ້ນແກ່ນ ແລະ ໄດ້ຮັບການຄໍ້າປະກັນ ດ້ວຍຈິດໃຈຮັກຊາດອັນແຮງກ້າ ຂອງປະຊາຊົນລາວບັນດາເຜົ່າ ຜົນສຳເລັດ ແຫ່ງການປົກປັກຮັກສາ ສ້າງ ສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຜ່ານມາ ແມ່ນສາມາດ ເຫັນໄດ້ ແລະ ພິສູດໄດ້ ຢ່າງປະຈັກຕາ ໃນແຕ່ລະດ້ານຄື ໜຶ່ງ:ລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນບໍ່ມີຍາມໃດຖືກສັ່ນຄອນ ມີຄວາມໝັ້ນຄົງ ແລະ ໄດ້ຮັບການສະໜັບສະໜູນ ຢ່າງສະເໝີຕົ້ນສະເໝີປາຍຈາກປວງຊົນ ໃນທຸກຊັ້ນຄົນ ສອງ: ດ້ານເສດ ຖະກິດ ມີການປ່ຽນແປງຢ່າງຮອບດ້ານ ຕາມຈັງຫວະຂອງແຕ່ລະຍຸກ ແລະ ມີຄວາມຕໍ່ເນື່ອງ ໃນແຕ່ລະໄລຍະ ເຫັນໄດ້ GDPຕໍ່ຫົວຄົນ ໃນປີ 1985 ໄດ້ 114 ໂດລາ ປີ 2025 ບັນລຸໄດ້ 2 ພັນກວ່າໂດລາ ສາມ: ດ້ານສັງຄົມ ອັດຕາຄວາມທຸກຍາກຫຼຸດລົງຕໍ່ເນື່ອງຈາກປະມານ 40% ໃນປີ 1986 ຫຼຸດລົງເຫຼືອພຽງ ປະມານ 15% ໃນປີ 2025 ມາຮອດປັດຈຸບັນ ອັດຕານໍາໃຊ້ໄຟຟ້າຂອງຄົວເຮືອນປະ ຕິບັດໄດ້ 95,88% ລະບົບໂທລະຄົມະນາຄົມ-ສື່ສານ ຄວບຄຸມທົ່ວທຸກພາກ ຂອງປະເທດ.

ທ່ານ ຕ້ອຍ ພົມທິລາດກ່າວຕື່ມວ່າ: ປີ 2025ເປັນປີ ທີ່ມີຄວາມສຳຄັນ ຂອງອົງການກວດສອບແຫ່ງລັດ ເປັນປີແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ເປັນປີມ້ວນທ້າຍການປະຕິບັດແຜນ 5 ປີ(2020-2025) ຂອງອົງການກວດສອບແຫ່ງລັດ ຕາມການຮັບຮອງຂອງສະພາແຫ່ງຊາດ ສາມາດຍາດໄດ້ຜົນງານໃນແຕ່ລະດ້ານ ຄາດໝາຍ-ຫຼາຍຕົວເລກໃນແຜນການ ໄດ້ສຳເລັດຕາມແຜນ ແລະ ລື່ນແຜນວາງໄວ້ ຊຶ່ງໄດ້ສຳເລັດການກວດສອບທັງໝົດ ຫຼາຍກວ່າ 611 ເປົ້າໝາຍ (ປະຕິບັດໄດ້ ລື່ນແຜນການ) ສຳ ເລັດການຂະຫຍາຍກົງຈັກການຈັດຕັ້ງ ອົງການການກວດສອບປະຈຳພາກ ເພີ່ມ 2 ແຫ່ງ ລວມເປັນ 5 ແຫ່ງ ປະ ກອບສ່ວນ ໃນການປັບປຸງລັດຖະທຳທະນູນ ສະບັບ ປີ 2025 ຊຶ່ງໄດ້ກໍານົດບົດບາດໃໝ່ ໜ້າທີ່ໃໝ່ສຸດທີ່ສຳຄັນ ໃຫ້ອົງການກວດສອບແຫ່ງລັດ ມີສ່ວນຮ່ວມ ໃນການສ້າງແຜນງົບປະມານແຫ່ງລັດ ທາງດ້ານບຸຄະລາກອນ ກໍມີຄວາມເຕີບໃຫຍ່ ທາງດ້ານຈຳນວນ ແລະ ຄຸນນະພາບ ຈາກເບື້ອງຕົ້ນການສ້າງຕັ້ງ ມີພະນັກງານ ພຽງ 30 ກວ່າທ່ານ ປັດຈຸ ບັນ ມີ ເກືອບ 500 ທ່ານ ມີນັກກວດສອບ ທີ່ໄດ້ຜ່ານການເຝິກອົບຮົມສະເພາະດ້ານ(ຂັ້ນ ນັກກວດສອບ) ກວມເກືອບ 50% ວຽກງານຮ່ວມມື ແລະ ເຊື່ອມຍົງ ກັບ ສາກົນ ກໍພົ້ນເດັ່ນ ແລະ ມີຜົນສຳເລັດ ຍາດແຍ່ງການຮ່ວມມືດ້ານວິຊາການ ໃນທຸກພູມີພາກ-ຂົງເຂດ ມີສາຍພົວພັນຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ ຫຼາຍກວ່າ 10 ປະເທດ ເປັນສະມະຊິກ ຂອງອົງການຈັດຕັ້ງ ສະຖາບັນກວດສອບສູງສຸດ ຂອງສາກົນ ຂອງ ພາກພື້ນອາຊີ-ປາຊິພິກ ແລະ ອາຊ່ຽນ ອັນເປັນການປະກອບສ່ວນ ຍົກບົດ ບາດ ຂອງ ສປປ ລາວ ໃນເວທີສາກົນ-ພາກພື້ນພ້ອມດຽວກັນນັ້ນຜົນການກວດສອບແຫ່ງລັດ ໄດ້ເປັນບ່ອນອີງໃຫ້ແກ່ພັກ-ລັດ ສະພາແຫ່ງຊາດ ລັດຖະບານ ເປັນຂໍ້ມູນ ເພື່ອນໍາພາ-ຊີ້ນໍາ ເປັນຂໍ້ມູນການກໍານົດແນວທາງນະໂຍບາຍ ແຜນການພັດທະນາເສດຖະກິດ ແຜນການ ການເງິນ ແລະ ເງິນຕາ ໃນແຕ່ລະໄລຍະ ຜົນງານທີ່ພົ້ນເດັ່ນ ຂອງອົງການກວດສອບແຫ່ງລັດ ທີ່ໄດ້ປະກອບສ່ວນ ຕໍ່ການພັດທະນາເສດຖະກິດ ແຜນການ ການເງິນ ແລະ ເງິນ ຕາ ຂອງປະເທດ ໄດ້ສະແດງອອກ ຢ່າງຈະແຈ້ງ ແລະ ຊັດ ເຈນ ເປັນຕົ້ນ ຜົນການກວດສອບ ໄດ້ສະເໜີ ຕໍ່ພັກ-ລັດ ສະພາແຫ່ງຊາດ ແລະ ລັດຖະບານ ຊຶ່ງສາມາດ ຢຸດຕິການປະຕິບັດໂຄງການນອກແຜນ ໄດ້ຢ່າງມີປະສິດທິພາບ ແລະ ແກ້ໄຂໄດ້ ຢ່າງຂາດຕົວ ຜົນການກວດສອບແຫ່ງລັດ ສາ ມາດຊຸກຍູ້ ການລວມສູນລາຍລາຍຮັບ ຂອງທຸກຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າລວມສູນ ຢ່າງຄົບ ຖ້ວນ ເຂົ້າງົບປະມານແຫ່ງລັດ ຜົນການກວດສອບແຫ່ງລັດ ສາມາດຊຸກຍູ້ການລວມສູນບັນຊີລາຍຮັບທຸກແຫຼ່ງ ເຂົ້າລວມສູນໃນລະບົບບັນຊີພາກລັດ ຢ່າງມີປະສິດທິພາບ ຈາກຜົນງານ ແລະ ການປະກອບສ່ວນ ຂອງອົງການກວດສອບແຫ່ງລັດໄດ້ເປັນສ່ວນໜຶ່ງທີ່ສຳຄັນ ເຮັດໃຫ້ການຄຸ້ມຄອງເສດຖະ ກິດ-ການເງິນ ມີປະສິດທິພາບຂຶ້ນ ຢ່າງຊັດເຈນ ລາຍຮັບງົບປະມານເພີ່ມຂຶ້ນ ເກີນແຜນ ແລະ ເກີນດຸນ ຂຶ້ນຕາມລຳດັບ ໃນແຕ່ລະປີ ປະກອບສ່ວນ ອັດຊ່ອງຫວ່າງ ການຮົ່ວໄຫຼ ຂອງງົບປະມານແຫ່ງລັດ ຢ່າງຕັ້ງໜ້າ.

ເນື່ອງໃນໂອກາດ ວັນສຳຄັນດັ່ງກ່າວ ທ່ານ ຕ້ອຍ ພົມທິ ລາດ ຕາງໜ້າ ຄະນະພັກ-ຄະນະນໍາອົງການກວດສອບແຫ່ງລັດ ອົງການກວດສອບປະຈຳພາກ ພະນັກງານ-ລັດຖະກອນ ນັັກກວດສອບແຫ່ງລັດທຸກຖ້ວນໜ້າ ພະ ນັກງານອາວຸໂສ-ບຳນານ ຂອງຂະແໜງການກວດສອບແຫ່ງລັດ ສະແດງຄວາມຮູ້ບຸນຄຸນ ເປັນຢ່າງສຸງ ແລະ ສຸດອົກສຸດໃຈ ຕໍ່ການນຳພັກ-ລັດ ອະດີດການນຳພັກ-ລັດ ທີ່ໄດ້ນໍາພາ-ຊີ້ນຳ ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອ ອົງການກວດສອບແຫ່ງລັດ ມີການເຕີບໃຫຍ່ ແລະ ພັດ ທະນາຕະຫຼອດມາ ອົງການກວດສອບແຫ່ງລັດ ຍາມໃດ ກໍຍຶດໝັ້ນ ປະຕິບັດໜ້າທີ່ຂອງຕົນຢ່າງໜັກແໜ້ນໃນການຮັບໃຊ້ຜົນປະໂຫຍດລວມຂອງຊາດ ຢ່າງທ່ຽງທຳ ຍຶດຖືອຸດົມການຂອງຊາດ ຂອງພັກຢ່າງເດັດດ່ຽວໜຽວແໜ້ນ ຕາມຄຳຂວັນ ແລະ ວິໄສທັດ ຂອງຂະແໜງການ (ພາວະວິໄສ ຊື່ຊັດ ໂປ່ງໃສ ຍຸຕິທຳ ສາມາດກວດສອບໄດ້) ອວຍ ພອນແດ່ ການນຳພັກ-ລັດ ຈົ່ງເຂັ້ມແຂງ ມີໄຊ ແລະ ນຳພາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແນວຄິດ ແລະ ພາລະ ກິດ ຂອງ ປະທານ ໄກສອນ ພົມວິຫານ ຈົ່ງຍືນຍົງ ແລະ ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃນໄລຍະໃໝ່.

error: Content is protected !!