ຈຸດຫັນປ່ຽນສຳຄັນດ້ານສຸຂະພາບໃນລາວ: ຂໍ້ມູນ WHO ເປີດເຜີຍທ່າອ່ຽງທີ່ໜ້າເປັນຫ່ວງ ຮຽກຮ້ອງໃຫ້ມີການດໍາເນີນການຢ່າງຮີບດ່ວນ

ໃນໂລກທີ່ກໍາລັງປ່ຽນແປງຢ່າງໄວວາ ແລະ ການພັດທະນາໄດ້ນໍາພາຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ ນັ້ນ ຍັງມີວິກິດການດ້ານສຸຂະພາບທີ່ເກີດຂຶ້ນຢ່າງຫຼວງຫຼາຍ ຕາມຂໍ້ມູນຈາກ ອົງການອະນາໄມໂລກ (WHO) ສະທ້ອນໃຫ້ເຫັນທັງຄວາມຄືບໜ້າທີ່ນ່າຊື່ນຊົມ ແລະ ຄວາມທ້າທາຍໃໝ່ທີ່ຮຸນແຮງຂຶ້ນຕໍ່ກັບສຸຂະພາບຂອງ ເຊິ່ງຕົວເລກສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ: ແມ້ວ່າອາຍຸຂອງປະຊາກອນຈະເພີ່ມຂຶ້ນຕະຫຼອດສອງທົດສະວັດຜ່ານມາ ແຕ່ປະເທດກໍາລັງພະເຊິນໜ້າກັບທ່າອ່ຽງຂອງ ພະຍາດທີ່ບໍ່ຕິດຕໍ່ (NCDs) ເພີ່ມຂຶ້ນ ໂລກທີ່ປ້ອງກັນໄດ້ ແລະ ຊ່ອງຫວ່າງການເຂົ້າເຖິງບໍລິການສຸຂະພາບທີ່ຕ້ອງໄດ້ຮັບການແກ້ໄຂຢ່າງເປັນຮູບທຳ.

ປະເທດທີ່ກໍາລັງເຕີບໂຕ ກັບຄວາມກົດດັນທາງດ້ານສຸຂະພາບທີ່ເພີ່ມຂຶ້ນປະຊາກອນຂອງລາວໃນປີ 2023 ມີຈໍານວນ 7,66 ລ້ານຄົນ ແລະ ຄາດວ່າຈະເພີ່ມຂຶ້ນ 27% ຖືກ 9,76 ລ້ານຄົນ ໃນປີ 2050.ນີ້ເປັນພາລະກຳໃຫຍ່ຕໍ່ລະບົບສຸຂະພາບ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ. ອາຍຸຂອງປະຊາກອນໄດ້ເພີ່ມຂຶ້ນຈາກ 58,3 ປີ ໃນປີ 2000 ມາເປັນ 68,4 ປີ ໃນປີ 2019ແຕ່ຫຼັງຈາກການລະບາດ COVID-19 ອາຍຸກໍຫຼຸດລົງເບື້ອງເບົາຫຼື 68,2 ປີ ສະແດງເຫັນຄວາມບອບບາງຂອງລະບົບບໍລິການດ້ານສຸຂະພາ.

ພະຍາດທີ່ບໍ່ຕິດຕໍ່: ແມ່ນສິ່ງທ້າທາຍທີ່ສຸດ 63% ຂອງການເສຍຊີວິດ ໃນປີ 2021 ມີຜູ້ເສຍຊີວິດທັ້ງໝົດ 47.544 ຄົນ ໃນລາວ ເຊິ່ງເປັນເລື່ອງທີ່ໜ້າຕົກໃຈ ເພາະການເສຍຊີວິດເກີດຈາກ ພະຍາດທີ່ບໍ່ຕິດຕໍ່ ເຊັ່ນ: ພະຍາດຫົວໃຈ ພະຍາດຫຼອດເລືອດ ພະຍາດເບົາຫວານ ແລະ ປອດອັກເສບຊໍາເຮື້ອ.ສ່ວນພະຍາດຕິດຕໍ່ ແລະ ພະຍາດທີ່ເກີດໃນແມ່-ເດັກ ຄິດເປັນ 27% ອຸບັດຕິເຫດ 8% ແລະ COVID-19 ອີກ 2% ນີ້ເປັນການປ່ຽນແປງຄັ້ງໃຫຍ່ໃນໂຄງສ້າງພາລະຂອງສັງຄົມ.

WHO ລາຍງານວ່າປັດໃຈສຽງຕໍ່ໄປນີ້ເປັນຕົວຂັບເຄື່ອນຫຼັກຂອງການເພີ່ມຂຶ້ນຂອງ NCDs: ເຊັ່ນ: ມົນລະພິດອາກາດ (PM2.5 ສູງກວ່າມາດຕະຖານ WHO ຫຼາຍເທົ່າ) ການສູບຢາ ສູງໃນຜູ້ຊາຍ ອາຫານບໍ່ຖືກສຸຂະພາບ ແລະ ອັດຕານ້ຳໜັກເກີນເພີ່ມ ການຂາດການກວດພົບພະຍາດແບບເຊິ່ງໜ້າ ແລະ ການເຂົ້າເຖິງບໍລິການບໍ່ທົ່ວເຖິງ ເຊິ່ງ ປັດໃຈເຫຼົ່ານີ້ໃມ່ແມ່ນພຽງແຕ່ປັນຫາທາງແພດ ແຕ່ເປັນພາລະກຳທາງເສດຖະກິດ ແລະ ສັງຄົມ ທີ່ກະທົບທຸກຄອບຄົວ.

ການຄຸ້ມຄອງບໍລິການສຸຂະພາບ: ຄືບຫນ້າແຕ່ຍັງບໍ່ພຽງພໍ ບັນຫານີ້ແມ່ນຄວາມຈິງທີ່ວ່າມີຄວາມຄືບໜ້າຫຼາຍດ້ານແຕ່ຄວາມແຕກຕ່າງໃນການເຂົ້າເຖິງບໍລິການດ້ານສຸຂະພາຍຍັງບໍ່ທັນກວ້າງຂວາງເຊັ່ນ: ການບໍລິການແມ່-ເດັກ ແລະ ວັກຊີນ ມີບາງເຂດທີ່ບໍ່ຄົບຖ້ວນ ຄ່າໃຊ້ຈ່າຍໃນການບໍລິການດ້ານສຸຂະພາບຍັງເຮັດໃຫ້ຄອບຄົວຫຼາຍຄອບຄົວເກີດຄວາມຫຍຸ້ງຍາກລໍາບາກ ບຸກຄະລາກອນສາທາລະນະສຸກຍັງບໍ່ພຽງພໍ ໂດຍສະເພາະເຂດຊົນນະບົດ.ໃນປີ 2025 ອົງການ WHO ຄາດຄະເນວ່າຈະມີ: ປະຊາກອນ 0,8 ລ້ານຄົນ ໄດ້ຮັບການຄຸ້ມຄອງທາງການເງິນທີ່ດີຂຶ້ນ ປະຊາກອນ 0,2 ລ້ານຄົນ ໄດ້ເຂົ້າເຖິງບໍລິການສໍາຄັນ 2,8 ລ້ານຄົນ ໄດ້ຮັບການປົກປ້ອງຈາກພາວະສຸຂະພາບຮ້າຍແຮງຖ້າມາດຕະການໃນປັດຈຸບັນຖືກສານຕໍ່.

ລາວຢູ່ໃນຈຸດຫັນປ່ຽນທີ່ສຳຄັນທາງດ້ານສຸຂະພາບ ເຖິງແມ່ນວ່າຈະມີຄວາມຄືບຫນ້າຫຼາຍດ້ານ ຈາກອາຍຸຍືນທີ່ເພີ່ມຂຶ້ນ ການຫຼຸດອັດຕາການເສຍຊີວິດແມ່–ເດັກແຕ່ຄື້ນບັນຫາຂອງ ພະຍາດທີ່ບໍ່ຕິດຕໍ່ ກໍາລັງຄຸກຄາມການພັດທະນາດັ່ງກ່າວ.ສໍາລັບສິ່ງມີ່ຕ້ອງປະຕິບັດເພື່ອເຮັດໃຫ້ບັນຫາດັ່ງກ່າວໄດ້ຮຫັການແກ້ໄຂເຊັ່ນ: ສ້າງລະບົບກວດພົບພະຍາດແບບເຊິ່ງໜ້າ ຄວບຄຸມມົນລະພິດ ແລະ ສິ່ງແວດລ້ອມ ພັດທະນາບໍລິການສຸຂະພາບໃຫ້ທົ່ວເຖິງ ລົງທຶນໃນການປ້ອງກັນພາລະພະຍາດໃນຊຸມຊົນ ໃຫ້ຄວາມສໍາຄັນກັບເຂດຫ່າງໄກສຸຂະພາບຂອງປະຊາຊົນແມ່ນພື້ນຖານຂອງການພັດທະນາ ແລະ ແມ່ນເວລາທີ່ຕ້ອງລົງມືຢ່າງຈິງຈັງ.

error: Content is protected !!