ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ທະນາຄານການລົງທຶນເອີຣົບ

ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກ ລຸກຊໍາບວກ ໃນວັນທີ 16-18 ພະຈິກ 2025 ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ທະນາຄານການລົງທຶນເອີຣົບ (European Investment Bank-EIB) ເຊິ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ນາງ ຕູຣາຢາ ທຣິກີ (Thouraya TRIKI) ຫົວໜ້າກົມຮ່ວມມືສາກົນຂອງທະນາຄານດັ່ງກ່າວ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບ ພາລະບົດບາດ ໜ້າທີ່ ຈຸດ ປະສົງເປົ້າໝາຍຂອງທະນາຄານດັ່ງກ່າວ ແມ່ນເພື່ອສົ່ງເສີມ ແລະ ສະໜອງທຶນໃຫ້ແກ່ບັນດາປະເທດຕ່າງໆໃນການພັດ ທະນາ ເປັນຕົ້ນແມ່ນ ການຂະຫຍາຍຕາງໜ່າງໄຟຟ້າພະ ລັງງານສະອາດ ເສດຖະກິດສີຂຽວ ແລະ ການເຊື່ອມຍົງເຊື່ອມຈອດ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງທະນາຄານການລົງ ທຶນເອີຣົບ ທີ່ຊ່ວຍເຫຼືອສະໜັບສະໜູນໃຫ້ເງິນກູ້ຢືມແກ່ບັນດາປະເທດຕ່າງໆ ລວມທັງ ສປປ ລາວ ໃນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ໂຄງການຂົນສົ່ງສາທາລະນະແບບຍຶນຍົງໃນຕົວເມືອງ ແລະ ອື່ນໆ.

ທ່ານ ລັດຖະມົນຕີ ໄດ້ສະເໜີໃຫ້ທະນາຄານ ສຶກສາຄົ້ນຄວ້າ ຄວາມເປັນໄປໄດ້ໃນການພັດທະນາພື້ນຖານໂຄງຮ່າງໂດຍສະເພາະ ໂຄງການເຊື່ອມຍົງທາງດ້ານພະລັງງານໄຟຟ້າໃນອາຊຽນ ການສ້າງເສັ້ນທາງລົດໄຟ ແລະ ທາງດ່ວນ ເຊື່ອມຍົງ ສປປ ລາວ ກັບບັນດາປະເທດເພື່ອນບ້ານ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ສາ ກົນ.

error: Content is protected !!