ພິທີມອບ-ຮັບໃບຢັ້ງຢືນຕະຫຼາດມາດຕະຖານໃຫ້ວິສາຫະ ກິດຮຸ້ນສ່ວນຈັດສັນຕະຫຼາດໂນນຄໍ້ ຕັ້ງຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ເປັນແຫ່ງທຳອິດຂອງເມືອງໄຊເສດຖາ ແລະ ເປັນແຫ່ງທີ 8 ຂອງ ນວ ຈັດຂຶ້ນວັນທີ 21 ພະຈິກ 2025 ມີທ່ານ ອັກຄະວົງ ວຽນເຮືອງໄຜ່ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ຄຳສະຫວັນ ໂຄດໄຊ ປະທານຄະນະກຳມະການປົກ ຄອງເມືອງໄຊເສດຖາ ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ນາງ ປາລົມ ສ້ອຍດາລາ ຜູ້ອຳນວຍການຕະ ຫຼາດໂນນຄໍ້ໄດ້ຂຶ້ນລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຂອງວິສາຫະກິດຮຸ້ນສ່ວນຈັດສັນຕະຫຼາດວ່າ: ວິສາຫະກິດຮຸ້ນສ່ວນຈັດສັນຕະຫຼາດໂນນຄໍ້ໃນເມື່ອກ່ອນເປັນຕະຫຼາດຂາຍຍ່ອຍຂະໜາດກາງໃນຮູບແບບວິສາຫະ ກິດຮຸ້ນສ່ວນສາມັນ ໂດຍແມ່ນທ່ານ ນາງ ແສງແກ້ວ ວົງພະຈັນ ສັນຊາດລາວເປັນຜູ້ອຳນວຍການຕະຫຼາດ ໄດ້ສ້າງຕັ້ງຂື້ນປີ 2016 ຈາກນັ້ນເຫັນວ່າການເຂົ້າມາຊົມໃຊ້ບໍລິ ການຂອງຜູ້ຊື້ ແລະ ຜູ້ຂາຍຢູ່ພາຍໃນຕະຫຼາດໄດ້ມີປະລິ ມານເພີ່ມຂື້ນເຮັດໃຫ້ຕະຫຼາດໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວຕາມແນວທາງການພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດວາງອອກ ສະນັ້ນເພື່ອຮອງຮັບຊາວຄ້າຂາຍ ແລະ ຜູ້ຊົມໃຊ້ບໍການໃຫ້ມີຄວາມສະດວກສະບາຍ ທັງເປັນການຊ່ວຍແກ້ໄຂບັນຫາຄວາມແອອັດຢູ່ພາຍໃນ ພວກຂ້າພະເຈົ້າໄດ້ລົງທຶນຊື້ທີ່ດິນບໍລິເວນຂ້າງຄຽງເພີ່ມ 18.743 ຕາແມັດ ເພື່ອຂະຫຍາຍເນື້ອທີ່ໃຫ້ການບໍລິການ ຈາກໃນເບື້ອງຕົ້ນມີ 15.715 ຕາແມັດ ປັດຈຸບັນມີເນື້ອທີ່ໃຫ້ບໍລິການທັງໝົດ 34.458 ຕາແມັດ ແລະ ຂະຫຍາຍຕຶກອາຄານໃຫ້ການບໍລິການຕື່ມ 1 ຫຼັງ ເພື່ອນຳໃຊ້ເປັນບ່ອນຈຳໜ່າຍສິນຄ້າປະເພດພືດຜັກ ໝາກໄມ້ ເຄື່ອງທະ ເລ ອາຫານແເຊ່ແຂງ ແລະ ຜົນຜະລິດຕາມລະດູການ ປີ 2022 ຈຶ່ງໄດ້ຍົກລະດັບຕະຫຼາດດັ່ງກ່າວມາເປັນຕະຫຼາດໃຫຍ່.





ຕະຫຼາດໂນນຄໍ້ມີເນື້ອທີ່ດິນທັງໝົດ 34.458 ຕາແມັດ ໃນນີ້ເປັນອາຄານກວມເນື້ອທີ່ປະມານ 6.988 ຕາແມັດ ເຊິ່ງແບ່ງອອກເປັນອາຄານຕະຫຼາດ 6.588 ຕາແມັດ ອາຄານຫ້ອງການ 250 ຕາແມັດ ອາຄານສາງເຢັນ 150 ຕາແມັດ ເນື້ອທີ່ເດີ່ນຈອດລົດ 27.470 ຕາແມັດ ການຈັດສັນເນື້ອທີ່ສຳາລັບໂຊນສິນຄ້າແບ່ງເປັນ 12 ໝວດສິນຄ້າຄື:ໂຊນຂາຍຊີ້ນ ໂຊນຂາຍປາ ໂຊນຂາຍສັດປີກ ໂຊນຂາຍອາຫານທະເລ ໂຊນຂາຍອາຫານແຊ່ແຂງ ໂຊນຂາຍພືດຜັກ ໂຊນຂາຍໝາກໄມ້ ໂຊນຂາຍສິນຄ້າປະເພດເສັ້ນ ໂຊນຂາຍສິນ ຄ້າປະເພດເຄື່ອງປຸງແຕ່ງ ໂຊນຂາຍເສື້ອຜ້າ-ເຄື່ອງສຳອາງ ໂຊນຂາຍອາຫານສຸກ-ອາຫານພື້ນບ້ານ ໂຊນບໍລິການເສີມຄວາມງາມ ແລະ ອື່ນໆ.




ຕະຫຼາດໂນນຄໍ້ມີສະຖານທີ່ຮອງຮັບຊາວຄ້າຂາຍປະເພດຫ້ອງ 48 ຫ້ອງ ປະເພດໂຕະ 1.127 ໂຕະ ປະເພດລ໋ອກ 63 ລ່໋ອກ ລວມທັງໝົດ 1.238 ຫົວໜ່ວຍ ດ້ານການຈໍລະຈອນສິນຄ້າໃນແຕ່ລະວັນປະເພດຊີ້ນງົວ 3,2 ໂຕນ ປະເພດຊີ້ນໝູພັນ 5,5 ໂຕນ ປະເພດຊີ້ນໄກ່ 1.230 ກິໂລ ປະເພດປາ 3,5 ໂຕນ ປະເພດພືດຜັກ 6,5 ໂຕນ ມູນຄ່າ 334 ລ້ານກີບ ປະເພດໝາກໄມ້ 3,5 ໂຕນ ປະເພດເຂົ້າສານ 4,5 ໂຕນ ແລະ ອື່ນໆ ລວມມູນຄ່າທັງໝົດ 1,51 ຕື້ກີບຕໍ່ວັນ.