ໃນອາທິດນີ້ ສູນສະຖິຕິແຫ່ງຊາດ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ສົ່ງນັກສັງເກດ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 36 ທ່ານ ລົງເຄື່ອນໄຫວທົ່ວປະເທດ ເພື່ອຕິດຕາມ ແລະ ສັງເກດການເກັບກໍາຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ການລົງເຮັດວຽກຂອງນັກສັງເກດການໃນຄັ້ງນີ້ ເປັນຄວາມພະຍາຍາມໜຶ່ງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມໜ້າເຊື່ອຖື ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້.

ໂດຍປະຕິບັດຕາມຫຼັກການສາກົນ ນັກສັງເກດການທີ່ຜ່ານການຝຶກອົບຮົມ ໄດ້ຖືກມອບໝາຍ ເພື່ອລົງໄປທຸກແຂວງ ໃນຂອບເຂດທົ່ວປະເທດ ເພື່ອປະເມີນສະພາບ ແລະ ຄວາມຖືກຕ້ອງຂອງການເກັບກຳຂໍ້ມູນພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ພາກສະໜາມ ເຊິ່ງໄດ້ເລີ່ມຕົ້ນຕັ້ງແຕ່ວັນທີ 3 ພະຈິກ 2025.
ນອກຈາກການລາຍງານປະຈຳວັນ ຂອງນັກສັງເກດການ ຈາກພາກສະໜາມແລ້ວ, ພາຍຫລັງສຳເລັດການເກັບກຳຂໍ້ມູນ ນັກສັງເກດການ ຍັງຈະລາຍງານຜົນຂອງການຕິດຕາມໃຫ້ສູນສະຖິຕິແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ບົດລາຍງານດັ່ງກ່າວຈະສະແດງໃຫ້ເຫັນຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງການເກັບກຳຂໍ້ມູນພົນລະເມືອງ ທີ່ຈະສິ້ນສຸດ ໃນວັນທີ 28 ທັນວາ 2025 ນີ້.
ສປປ ລາວ ດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ທຸກໆສິບປີ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍສະຖິຕິ. ນັບຕັ້ງແຕ່ປີ 1985 ສປປ ລາວ ໄດ້ຈັດຕັ້ງດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ມາແລ້ວ 4 ຄັ້ງ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຈະໄດ້ສະໜອງຂໍ້ມູນອັນສຳຄັນ ແລະ ຂໍ້ມູນຈາກການສໍາຫຼວດຄັ້ງນີ້ ຈະເປັນບ່ອນອີງພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການເສີມຂະຫຍາຍຍຸດທະສາດແຫ່ງຊາດ ເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ, ແມ່ຍິງ ແລະ ຄົນພິການ ແລະ ຮັບປະກັນ “ບໍ່ປະໃຜໄວ້ທາງຫລັງ”.
ທ່ານ ລຽນທອງ ສຸພານີ, ຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ, ຫົວໜ້າຫ້ອງການສໍາຫຼວດພົນລະເມືອງ ຂັ້ນສູນກາງ ໄດ້ກ່າວວ່າ: ການສົ່ງນັກສັງເກດການລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຕ່າງໆ ເພື່ອສັງເກດການດຳເນີນການເກັບກຳຂໍ້ມູນພາກສະໜາມ, ເຊິ່ງຈະເປັນປັດໄຈຕົ້ນຕໍໃນການຮັບປະກັນຄຸນນະພາບ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແບບດິຈິຕອນ ຄັ້ງທໍາອິດ ຂອງປະເທດ.

“ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ກໍ່ໄດ້ມີສ່ວນຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນສູນສະຖິຕິແຫ່ງຊາດ ກະຊວງການເງິນ, ບັນດາກະຊວງ, ອຳນາດການປົກຄອງ ຂັ້ນແຂວງ ແລະ ເມືອງ ພ້ອມທັງ ບັນດາບ້ານໃນຂອບເຂດທົ່ວປະເທດ,” ທ່ານຍັງກ່າວຕື່ມອີກວ່າ: ການສັງເກດການຈະຊ່ວຍຮັບປະກັນໃຫ້ການລົງເກັບກຳຂໍ້ມູນພົນລະເມືອງພາກສະໜາມດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ ແລະ ຕໍ່ເນື່ອງໃນຂອບເຂດທົ່ວປະເທດ. ການມີຂໍ້ມູນທີ່ມີຄຸນນະພາບສູງ ແລະ ໜ້າເຊື່ອຖືໄດ້ ຈະເຮັດໃຫ້ພວກເຮົາມີຄວາມພ້ອມຫລາຍຂື້ນໃນການກຳນົດແຜນການພັດທະນາປະເທດໃນອານາຄົດ, ສ້າງຄວາມເຂັ້ມແຂງທາງດ້ານການກຳນົດນະໂຍບາຍຕ່າງໆ ພ້ອມທັງຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າອີກດ້ວຍ.”
ທ່ານ ປອ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ເນັ້ນໜັກວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແບບດິຈິຕອລ ເປັນປະຫວັດສາດທີ່ສຳຄັນຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖິຕິແຫ່ງຊາດ.
“ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນວຽກງານສໍາຄັນລະດັບຊາດທີ່ຮຽກຮ້ອງໃຫ້ມີຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນຈາກປະຊາຊົນ. ການສັງເກດການ ຈະຊ່ວຍຮັບປະກັນວ່າ: ການເກັບກຳຂໍ້ມູນທີ່ມີຄວາມຊັດເຈນ ຈະສະທ້ອນໃຫ້ເຫັນ ຄວາມເປັນຈິງໃນຊຸມຊົນ ແລະ ສ້າງເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການກຳນົດນະໂຍບາຍ, ການວາງແຜນ ແລະ ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນລາວ.”

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເປັນບາດລຽ້ວທີ່ສຳຄັນຂອງ ສປປ ລາວ ແລະ ເປັນຄວາມມຸ່ງໝັ້ນຮ່ວມກັນໃນການສ້າງພື້ນຖານຂໍ້ມູນທີ່ໜັກແໜ້ນໃຫ້ແກ່ວຽກງານສະຖິຕິຂອງປະເທດ.ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກລັດຖະບານ, ການເຮັດວຽກດ້ວຍຄວາມຫ້າວຫັນຂອງນັກສັງເກດການ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງຈາກບັນດາຄູ່ຮ່ວມພັດທະນາເຊັ່ນ: ສປ ຈີນ, ປະເທດອົດສະຕຣາລີ, ລຸກຊຳບວກ, ສະວິດເຊີແລນ, ສະຫະລັດອາເມລິກາ ແລະ ເຢຍລະມັນ. ການສຳຫຼວດພົນລະເມືອງໃນຄັ້ງນີ້ ແນ່ໃສ່ການຜະລິດຂໍ້ມູນທີ່ມີຄວາມຖືກຕ້ອງ ແລະ ກວມເອົາໝົດທຸກຄົນ ເພື່ອເປັນບ່ອນອີງສຳລັບການວາງນະໂຍບາຍ, ປັບປຸງການບໍລິການຂອງລັດ ແລະ ກຳນົດບຸລິມະສິດໃນການພັດທະນາຂອງເທດໃນອະນາຄົດ. ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງບັນດາຜູ້ໃຫ້ທຶນທຸກພາກສ່ວນທີ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານການສຳຫຼວດໃນຄັ້ງນີ້ ທັ້ງນີ້ກໍ່ເພື່ອຮັບປະກັນໃຫ້ທຸກຄົນ, ທຸກຊຸມຊົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາ.