ສະເຫຼີມສະຫຼອງຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ

ວັນທີ 20 ພະຈິກ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກເຂົ້າ ຮ່ວມ ພິທີສະເຫຼີມສະຫຼອງຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ທີ່ຫ້ອງການອົງການສະຫະປະຊາຊາດ (ສປຊ) ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ກະຊວງການຕ່າງປະເທດ ຮ່ວມກັບອົງການ ສປຊ ປະຈຳ ສປປ ລາວ ພາຍໃຕ້ຄຳຂວັນ: ການມີສ່ວນຮ່ວມຂອງໄວໜຸ່ມ ໃນການເລັ່ງບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງສາກົນວ່າດ້ວຍອະນາ ຄົດ (Pact for the Future)” ໂດຍມີບັນດາຂະແໜງການພາກລັດ ທ່ານທູດ ທູຕານຸທູດ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ອົງ ການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການຜູ້ປະສານງານອົງການ ສປຊ ໄດ້ເປີດຕົວປື້ມຄູ່ມືຄຳແນະນຳກ່ຽວກັບລະບົບການດຳເນີນງານຂອງອົງການສະຫະປະຊາຊາດ ໃນລະດັບປະເທດ ໂດຍການສະໜັບສະໜູນຈາກລັດຖະບານສະວິດ ປື້ມຄູ່ມືດັ່ງກ່າວ ເປັນເອກະສານບ່ອນອີງທີ່ທັນກັບສະ ພາບການ ແລະ ມີປະໂຫຍດສຳລັບທຸກປະເທດສະມາຊິກ ອົງການ ສປຊ ໂດຍສະເພາະ ສຳ ລັບບັນດາປະເທດກໍາລັງພັດທະນາ ຄື: ສປປ ລາວ ທີ່ຮ່ວມມືຢ່າງໃກ້ຊິດກັບລະບົບອົງການ ສປຊ ກໍຄືບັນດາອົງການເຄືອຂ່າຍ ຄູ່ມືສະບັບນີ້ ຈະບໍ່ເປັນພຽງຂໍ້ມູນຂ່າວສານທົ່ວໄປ ແຕ່ເປັນ “ເຄື່ອງມືເພື່ອສ້າງຄວາມເຂັ້ມແຂງ” ເຮັດໃຫ້ລະບົບອົງການ ສປຊ ມີຄວາມຊັດເຈນ ແລະ ເຂົ້າໃຈງ່າຍຂຶ້ນ ເຮັດໃຫ້ວຽກງານຂອງອົງການມີຄວາມໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍ ຊ່ວຍໃຫ້ບັນດາຂະແໜງການ ຜູ້ຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ບັນດາຊ່ຽວຊານ-ວິຊາການ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນໃນການຮ່ວມມືກັບອົງ ການຕ່າງໆ ຂອງອົງການສະຫະປະຊາຊາດ ຢ່າງມີຍຸດທະສາດ ສາມາດເຊື່ອມສານໃຫ້ກົມກຽວກັບບູລິມະສິດແຫ່ງຊາດ ດັ່ງທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະໃຫ້ສອດ ຄ່ອງຢ່າງມີປະສິດທິພາບ ກັບບັນດາໂຄງການຮ່ວມມືເພື່ອການພັດທະນາແບບຍືນຍົງຂອງອົງການ ສປຊ ກໍຄືຮັບປະກັນໃຫ້ທຸກໆທຶນຮອນການຊ່ວຍເຫຼືອ ທີ່ຖືກໝູນໃຊ້ນັ້ນສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ປະຊາຊົນລາວ.

ພິເສດ ໃນໂອກາດດັ່ງກ່າວ ຍັງໄດ້ມີການເປີດນຳໃຊ້ຢ່າງເປັນທາງການສະແຕັມທີ່ລະນຶກ 70 ປີ ເຊິ່ງເປັນໜຶ່ງໃນກິດຈະກຳເພື່ອສະ ເຫຼີມສະຫຼອງ ການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ອົງ ການ ສປຊ ໃນໄລຍະ 7 ທົດສະວັດ ຜ່ານມາ ເຊິ່ງການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ເປັນການປະກອບສ່ວນດ້ານນະໂຍບາຍ ແລະ ທຶນຮອນເທົ່ານັ້ນ ແຕ່ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຍົກລະດັບຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວຢ່າງແທ້ຈິງ ແລະ ຊ່ວຍສ້າງສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຮັບ ມືກັບການປ່ຽນແປງທີ່ເກີດຂຶ້ນໃນປັດຈຸບັນ ເຊິ່ງໄດ້ກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາ ແລະ ຫັນປ່ຽນຕົນເອງຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມຈອດພາກພື້ນ ແລະ ສາກົນ.

ໃນການລົງຢ້ຽມຢາມຫ້ອງການ ສປຊ ຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດຢ້ຽມຊົມການ ວາງສະແດງຜົນງານ: “70 ປີແຫ່ງການຮ່ວມມື” ຈັດໂດຍອົງການເຄືອຂ່າຍ ສປຊ ເປັນຕົ້ນ ໂຄງການຮ່ວມມືດ້ານສຸຂະພາບຈະເລີນພັນ ແມ່ ເດັກອ່ອນ ເດັກ ແລະ ເຍົາ ວະຊົນ (ອົງການ UNFPA WHO UNICEF) ຜົນງານແກະສະຫຼັກລະເບີດ (ນຳສະເໜີໂດຍ ນັກກວດກູ້ໄວໜຸ່ມເພດຍິງ) ການຮັບມື ແລະ ຕອບໂຕ້ຕໍ່ໄພພິບັດ (ອົງການ IOM) ໂຄງການກາເຟວັນໄໝ່ (ອົງການ UNODC) ແລະ ໂຄງການລະ ບົບອາຫານ ແລະ ໂພສະນາການ (ອົງການ WFP FAO IFAD).

error: Content is protected !!