​​ແລ່ນ-ລານ ນ​ວ ໄດ້​ພຽງ 5 ຫຼຽນ​ຄໍາ ຢືນ​ຢູ່​ອັນດັບ 4 ຂອງ​ຕາ​ຕະ​ລ​າງ

ນະ​ຄອນຫຼວງວຽງ​ຈັນ ຍາດ​ໄດ້ 5 ຫຼຽນ​ຄຳ 8 ຫຼຽນເງິນ 11 ຫຼຽນ​ທອງ ຢືນ​ຢູ່​ອັນ​ດັບ 4 ຂອງ​ຕາ​ຕະ​ລ​າງສະຫຼຸບຫຼຽນ​​ກີ​ລາປະ​ເພດ​ດັ່ງ​ກ່າ​ວ.

ການ​ແຂ່ງ​ຂັນ​ກີ​ລາ​ປະ​ເພດ​ດັ່ງ​ກ່າວ​ເລີ່ມ​ແຂ່ງ​ແຕ່​ວັນ​ທີ 14-17 ພະ​ຈິກ 2025 ມີ​ນັກ​ກີ​ລາ​ຈາກ 11 ແຂວງ 1 ນະ​ຄອນຫຼວງ ແລະ 2 ກະ​ຊວງ.

ຜ່ານ​ການ​ແຂ່ງ​ຂັນ ນະ​ຄອນຫຼວງວຽງ​ຈັນ ຈັດ​ຢູ່​ໃນ​ອັນ​ດັບທີ 4 ຂອງ​ຕາ​ຕະ​ລ​າງ ໂດຍ​ໄດ້ 5 ຫຼຽນ​ຄາ ປະ​ກອ​ບ​ມີ: ແລ່ນ 2.000 ແມັດ ວິ​ບາກ​ຍິງ 1 ຫຼຽນ ເຕັ້ນ​ສູງ​ຊາຍ 1 ຫຼຽນ ເຕັ້ນ​ສູງ​ຍິງ 1 ຫຼຽນ ຊັດຫຼ​າວ​ຍິງ 1 ຫຼຽນ ແລະ ແກວ່ງ​ຄ້ອນ​ຍິງ 1 ຫຼຽນ.

ຫຼຽ​ນ​ເງິນ​ໄດ້ 8 ຫຼຽນ ມາ​ຈາກ ແລ່ນ 4×100 ແມັດ ຍິງ 2 ຫຼຽນ ຊັດຫຼາວ​ຊາຍ 1 ຫຼຽນ ຊັດຫຼາວ​ຍິງ 1 ຫຼຽນ ແລະ ແກວ່ງ​ຄ້ອນ​ຍິງ 1 ຫຼຽນ ສ່ວນຫຼຽນ​ທອງ ໄດ້​ຈາກ ແລ່​ນ 100ແມັດ ຍິງ 1 ຫຼຽນ ແລ່ນ 10.000ແມັດ ຊາຍ 1 ຫຼຽນ ຍ່າງ 5.000 ແມັດ​ຍິງ 1 ຫຼຽນ ແລ່ນ 100ແທັດ ຂວ້າມ​ຮົ້ວ ຍິງ 1 ຫຼຽນ ແລ່ນ 4×100ແມັດ ທີມ​ຊາຍ 2 ຫຼຽນ ເຕັ້ນ​ຍາວ ຍິງ 1 ຫຼຽນ ໂຍນ​ນ້ຳ​ໜັກ ຍິງ 1 ຫຼຽນ ແກວ່ງ​ຈ​ານ​ ຍິງ 1 ຫຼຽນ ແລະ ແລ່ນ 4×400ແມັດ ປ​ະ​ສົມ 1 ຫຼຽນ.

ສຳ​ລັບ​ຜົນ​ສະຫຼຸບ​ການ​ແຂ່ງ​ຂັນ​ແລ່ນ-ລານ ອັນ​ດັບ 1 ເປັນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້ 14 ຫຼຽນ​ຄຳ 10 ຫຼຽນ​ເງິນ 4 ຫຼຽນ​ທອງ ອັນ​ດັບ 2 ຄຳ​ມ່ວນ 10 ຫຼ​ຽນ​ຄຳ 1 ຫຼຽນ​ເງິນ 2 ຫຼຽນ​ທອງ ອັນ​ດັບ 3 ສະ​ຫວັນ​ນະ​ເຂດ 6 ຫຼຽນ​ຄາ 7 ຫຼຽນ​ເງິນ 11 ຫຼຽນ​ທອງ ອັນ​ດັບ 4 ນະ​ຄອນຫຼວງວຽງ​ຈັນ 5 ຫຼຽນ​ຄຳ 8 ຫຼ​ຽນ​ເງິນ 11 ຫຼຽນ​ທອງ ອັນ​ດັບ 5 ແຂວງວຽງ​ຈັນ 4 ຫຼຽນ​ຄຳ 4 ຫຼຽນ​ທອງ ອັນ​ດັບ 6 ຈຳ​ປາ​ສັກ 1 ຫຼຽນ​ຄຳ 4 ຫຼຽນ​ເງິນ 1 ຫຼຽນ​ທອງ ອັນ​ດັບ 7 ຜົ້ງ​ສາ​ລີ 1 ຫຼຽນ​ຄຳ 2 ຫຼຽນ​ເງິນ 2 ຫຼຽນ​ທອງ ອັນ​ດັບ 8 ເຊກອງ 3 ຫຼຽນ​ເງິນ 2 ຫຼຽນທອງ ອັນ​ດັບ 9 ອຸ​ດົ​ມ​ໄຊ 2 ຫຼຽນ​ເງິນ ອັນ​ດັບ 10 ປ​ກ​ສ 1 ຫຼຽນ​ເງິນ 3 ຫຼຽນ​ທອງ ອັນ​ດັບ 11 ຊຽນ​ຂວາງ ຫົວ​ພັນ ອັດ​ຕະ​ປື ແລະ ໄຊ​ສົມ​ບູນ ແຂວງ​ລະ 1 ຫຼຽນ​ທອງ.

error: Content is protected !!