ໂດຍຕອບສະໜອງຕາມການເຊື້ອເຊີນຂອງພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025.

ໃນວັນທີ 18 ພະຈິກ 2025 ທີ່ທໍານຽບປະທານປະເທດ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອ ກາດນີ້ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ແລະ ຍິນດີຕ້ອນຮັບອັນອົບອຸ່ນມາຍັງສົມເດັດ ເຈົ້າຍິງ ໂອໂກະ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ່າມກາງບັນ ຍາກາດທີ່ສອງປະເທດ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຕິດບັດໜ້າທີ່ ຢູ່ ສປປ ລາວ (ເລີ່ມແຕ່ປີ 1965 ເປັນຕົ້ນມາ) ເຊິ່ງ ສປປ ລາວ ເປັນປະເທດທໍາອິດສໍາລັບການຢ້ຽມຢາມທາງການຢູ່ຕ່າງປະເທດຂອງສົມເດັດ ເຈົ້າຍິງ ໄອໂກະ ແລະ ຖືເປັນຂີດໝາຍອັນສໍາຄັນທາງປະ ຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.

ໃນການພົບປະ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕິພາບ ແລະ ການຮ່ວມມືອັນໃກ້ຊິດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ ເຊິ່ງໃນປີ 2015 ສອງປະເທດໄດ້ຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມຍຸດທະສາດ ໃນໂອ ກາດ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ພິເສດໃນປີ 2025 ນີ້ ສອງປະເທດກໍໄດ້ຍົກລະດັບສາຍພົວພັນມາເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະ ບານຍີ່ປຸ່ນ ສົ່ງອາສາສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນທີ່ສຸດ ພ້ອມນີ້ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍ ເຫຼືອອັນລໍ້າຄ່າແກ່ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງ ຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະ ແມ່ນການພັດທະນາຊັບ ພະຍາກອນມະນຸດ ການສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ ອັນໄດ້ປະ ກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ນັບດີຂຶ້ນເປັນກ້າວໆ ເປັນຕົ້ນແມ່ນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ພິເສດແມ່ນອົງການກາແດງລາວ ແລະ ຍີ່ປຸ່ນ ກໍໄດ້ມີການພົວພັນຮ່ວມມື ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ ເພື່ອຍົກສູງຄຸນນະພາບໃນການບໍລິການເລືອດທີ່ປອດໄພ ຍົກສູງຂີດຄວາມສາມາດທາງດ້ານວິຊາການ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃຫ້ແກ່ເຈົ້າໜ້າທີ່ອົງການກາແດງລາວ ຢູ່ຂັ້ນສູງກາງ ແລະ ທ້ອງຖິ່ນ ໃນຊຸມປີຜ່ານມາ.

ໃນໂອກາດດຽວກັນນີ້ ສົມເດັດ ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ນັບຖືມາຍັງ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ຮັບການປະດັບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໃນເດືອນມັງກອນ 2023 ທີ່ຜ່ານມາ ເຊິ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນໄດ້ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ ເຊິ່ງລັດຖະບານຍີ່ປຸ່ນໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນສາຍລັດ ແລະ ສາຍສະພາ ນອກຈາກນີ້ ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະໄດ້ສືບຕໍ່ໄດ້ຮັບການສົ່ງເສີມ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.