ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX ໃນວັນທີ 13 ພະຈິກ 2025 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ (ກສ) ໄດ້ຊີ້ແຈງບາງບັນຫາ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ທ່ານ ລິນຄຳ ດວງສະຫວັນ ໄດ້ຊີ້ແຈງວ່າ: ໃນການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິ ກຳເປັນສິນຄ້າ ຈະສືບຕໍ່ຄົ້ນຄວ້າກຳນົດນະໂຍບາຍ ກະຕຸກຊຸກຍູ້ການຜະລິດ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຜະລິດ ເຊັ່ນ:ການເຂົ້າເຖິງແຫຼ່ງທຶນດອກເບ້ຍທີ່ເໝາະສົມ (ປັດຈຸບັນ ມີກອງທຶນສົ່ງເສີມການຜະລິດສິນຄ້າລາວ ເພື່ອສົ່ງເສີມຊາວກະສິກອນຂະໜາດນ້ອຍ ໃນການຜະລິດເປັນສິນຄ້າ) ການເຂົ້າເຖິງຂໍ້ມູນຄວາມຕ້ອງການຂອງຕະຫຼາດ ນະໂຍບາຍການນໍາເຂົ້າ ປັດໄຈການຜະລິດ (ແນວພັນພືດ-ສັດ ຢາປ້ອງກັນພະຍາດສັດ ຢາປາບສັດຕູພືດ ປຸ໋ຍ ແລະ ກົນຈັກ) ທີ່ເຮົາບໍ່ສາມາດຜະລິດໄດ້ ສົ່ງເສີມການຜະລິດ ໂດຍນໍາໃຊ້ເຕັກນິກທີ່ທັນສະໄໝ ຫັນການປູກ-ການລ້ຽງເປັນຟາມ ແລະ ເນັ້ນໃສ່ກະສິກຳສະອາດ (ຕາມມາດຕະຖານກະສິກຳອິນຊີ ແລະ ມາດ ຕະຖານກະສິກຳທີ່ດີ ສໍາລັບພືດ ແລະ ມາດຕະຖານການລ້ຽງສັດ ແລະ ສັດນໍ້າທີ່ດີ).
ນອກນີ້ ຊຸກຍູ້ສົ່ງເສີມການຈັດຕັ້ງເປັນກຸ່ມ ເປັນສະຫະກອນການຜະລິດເປັນສິນຄ້າ ໂດຍມີການເຮັດສັນຍາການຮ່ວມມື ລະຫວ່າງ ຜູ້ປະກອບການ ແລະ ກຸ່ມຜະລິດ ສ້າງຄວາມເຂັ້ມແຂງຜ່ານກຸ່ມ ສະຫະກອນ ແລະ ຊາວກະສິກອນທົ່ວໄປ ໃນການເກັບຮັກສາແນວພັນດີ ເຕັກນິກການຜະລິດ ຕິດພັນກັບຕະຫຼາດ ໃຫ້ມີຫຼາຍຮູບຫຼາຍສີ ໂດຍເປັນເຈົ້າ ການຮ່ວມກັບບັນດາຄູ່ຮ່ວມພັດທະນາ ຜູ້ປະກອບການ ແລະ ອົງການຈັດຕັ້ງທາງສັງຄົມ ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ຜູ້ຜະລິດ ຜູ້ປະກອບການ ທີ່ມີຄວາມສົນໃຈລົງທຶນໃສ່ລະບົບເຊັ່ນ: ລະບົບສາງເຢັນ ສາງເກັບມ້ຽນສິນຄ້າ ທ່າຍົກເຊື່ອມຈອດ ກັບລະບົບສາງຂອງສະຖານີລົດ ໃຫ້ການບໍລິການຂົນສົ່ງສິນຄ້າ ມີຄວາມສະດວກວ່ອງໄວ ທັນສະໄໝ ແລະ ໄດ້ມາດຕະຖານ ໃນກາານຂົນສົ່ງ ສືບຕໍ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານ-ວັດຖຸເຕັກນິກຕ່າງໆທີ່ຈຳເປັນ ເພື່ອຮັບໃຊ້ໃນການຜະລິດຟົດສິນຄ້າ ເມື່ອການສົ່ງອອກ ເປັນຕົ້ນ: ຫ້ອງວິໄຈສັດຕູພືດ-ວິໄຈສານເຄມີຕົກຄ້າງ ໂຮງງານປຸງແຕ່ງບົດ ໂຮງບົ່ມ ລານຕາກ ສາງເກັບມ້ຽນ ອື່ນໆ ຢູ່ໃນສູນກາງ ແລະ ທ້ອງຖິ່ນ ສົ່ງເສີມການຜະລິດສິນຄ້າ ຕາມລາຍການເຈລະຈາເບີດຕະຫຼາດ ສິນຄ້າກະສິກຳ ໃນນັ້ນ ວຽກການຄຸ້ມຄອງ ແລະ ຂຶ້ນທະບຽນອອກໃບຕາດິນ: ໃນທົ່ວປະເທດ ມີສໍາມະໂນຕອນດິນທັງໝົດ 3.000.632 ຕອນ ມາຮອດປັດຈຸບັນ ສາມາດອອກໃບຕາດິນ ໄດ້ທັງໝົດ 2.266.414 ຕອນ ເທົ່າກັບ 75,5% ຂອງສໍາມະໂນຕອນດິນທັງໝົດ ໃນນັ້ນ ມີຂໍ້ມູນຕອນດິນດີຈິຕ້ອນ ທີ່ຢູ່ໃນຖານຂໍ້ມູນ ລາວ ແລນ ເລັກ (Lao Land Reg) ຈໍານວນ 1.516.921 ຕອນ.
ສໍາລັບແຜນການ 5 ປີ (2021-2025) ໃນການຂຶ້ນໃບທະບຽນອອກໃບຕາດິນ ໃຫ້ສໍາເລັດ 1,6 ລ້ານຕອນ ໃນນັ້ນ ປະຕິບັດໄດ້ແລ້ວ 770.000 ຕອນ ເທົ່າກັບ 48% ຂອງແຜນການ ໃນປີ 2025 ໃນ 10 ເດືອນຜ່ານມາ ອອກໃບຕາດິນໄດ້ 136.456 ຕອນ ເທົ່າ 45,5% ແລະ ຄາດຄະເນໝົດປີ ຈະໄດ້ປະມານ 219.906 ຕອນ ເທົ່າກັບ 73,3% ຂອງແຜນການທີ່ສະພາແຫ່ງຊາດ ຮັບຮອງ (300.000 ຕອນ)ນອກນີ້ ສໍາເລັດການຂຶ້ນບັນຊີດິນລັດ ທັງໝົດຂອງ 11 ກະຊວງ (ຂັ້ນກະຊວງ) ມີຈໍານວນ 166 ຕອນ ເນື້ອທີ່ 999,3 ເຮັກຕາ ແລະ ຈະສືບຕໍ່ຂຶ້ນທະບຽນອອກໃບຕາດິນລັດ ໃຫ້ກັບຂະແໜງການທີ່ໄດ້ນໍາໃຊ້ທີ່ດິນຂອງລັດ ທີ່ບໍ່ທັນໄດ້ມີໃບຕາດິນລັດ ໃຫ້ສໍາເລັດ (ຂັ້ນແຂວງ ເມືອງ ແລະ ບ້ານ) ໃນຂອບເຂດທົ່ວປະເທດ.