ກອງປະຊຸມລັດຖະມົນຕີແຮງງານລາວ-ຫວຽດນາມ ຄັ້ງທີ IX ໄດ້ໄຂຂຶ້ນ ລະຫວ່າງວັນທີ 11-12 ພະຈິກ 2025 ຢູ່ທີ່ແຂວງນິງບິ່ງ ສສ ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ໂດ້ແທງບິ່ງ ກຳມະການສູນກາງພັກຄອມມຸຍນິດຫວຽດນາມ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ (ພນ) ແລະ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກປະຊາຊົນປະຕິວັດລາວ ລັດ ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ (ຮສສ) ມີ ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ບັນດາຮອງລັດຖະມົນຕີຂອງສອງກະຊວງ ການນໍາຂອງແຂວງນິງບິ່ງພ້ອມຄະນະກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ໃນກອງປະຊຸມດັ່ງກ່າວ ສະຫາຍ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍພ້ອມທັງຕີລາຄາສູງຕໍ່ຜົນສຳເລັດໃນການຮ່ວມມືທີ່ທັງສອງກະຊວງຍາດມາໄດ້ໃນໄລຍະ 2 ປີຜ່ານມາ ກອງປະຊຸມນີ້ມີຄວາມໝາຍສຳຄັນຍິ່ງໂດຍສະເພາະແມ່ນຈັດໄດ້ຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ພວມສຸມໃສ່ການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ແລະ ກະກຽມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີຜ່ານມາ ພ້ອມທັງໄດ້ຢືນຢັນໃນການເພີ່ມທະວີການຮ່ວມມືຂອງສອງປະເທດແມ່ນຕັ້ງຢູ່ບົນພື້ນຖານສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດນັບມື້ນັບເພີ່ມຂຶ້ນ ໂດຍສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມໃນດ້ານວຽກງານແຮງງານໃຫ້ນັບມື້ຫັນໄປສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ ໂອາກດນີ້ທ່ານລັດຖະມົນຕີຍັງໄດ້ຢືນຢັນພ້ອມໃຫ້ເຫັນເຖິງຄໍາໝັ້ນສັນຍາທີ່ຈະສະໜັບສະໜູນສືບຕໍ່ແຜນການຮ່ວມມືດ້ານແຮງງານກັບ ສສ ຫວຽດນາມໃນໄລຍະ 5 ປີຕໍ່ໜ້າ ໄລຍະ 2026-2030 ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຍຸດທະສາດການຮ່ວມມື 10 ປີ (2021-2030) ຕາມເປົ້າໝາຍຂອງສອງພັກ ສອງລັດຖະບານ ໃນການສືບຕໍ່ເພີ່ມທະວີການຊຸກຍູ້ ສົ່ງເສີມ ແລະ ຈັດຕັ້ງປະຕິບັດວຽກງານແຮງງານຂອງສອງຝ່າຍໃຫ້ ກ້ວາງຂວາງ ມີປະສິດທິພາບຍິ່ງໆຂຶ້ນ.


ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ເປັນເອກະພາບ ແລະ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ແລະ ຜູ້ມີຄຸນງາມຄວາມດີໃນພາລະກິດປະຕິວັດ ແລະ ບົດບັນທຶກ ພ້ອມນີ້ສອງຝ່າຍກໍໄດ້ເປັນເອກະພາບກັນໃນການຈັດກອງປະຊຸມລັດຖະມົນຕີແຮງງານ ລາວ-ຫວຽດນາມຄັ້ງທີ X ຂຶ້ນທີ່ ສປປ ລາວ ໃນປີ 2027.