ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້ ອັດຕາແລກປ່ຽນ ລາ ຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດ ຂອງພະນັກງານ-ລັດຖະກອນ ທະຫານ-ຕຳຫຼວດ ປະຊາຊົນບັນດາເຜົ່າ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ລັດຖະບານຂໍຢືນຢັນອີກເທື່ອໜຶ່ງວ່າ ລັດຖະບານ ໄດ້ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກ ປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດໃນວຽກຈຸດສຸມ ໂດຍໄດ້ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ.
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄືນບາງຈຸດ ຄື:ບັນຫາ ເງິນເຟີ້ ອັດຕາແລກປ່ຽນ ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ໄລຍະຜ່ານມາ ແມ່ນໄດ້ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະ ກອນ ທະຫານ-ຕຳຫຼວດ ປະຊາຊົນບັນດາເຜົ່າຫຼາຍທີ່ສຸດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນຕົວເມືອງໃຫຍ່ ແລະ ອາໃສແຕ່ເງິນເດືອນ ເພາະລາຍຮັບຄືເກົ່າແຕ່ສິນຄ້າແພງຂຶ້ນ ສະນັ້ນ ລັດຖະບານ ຈຶ່ງໄດ້ນໍາໃຊ້ທຸກມາດຕະການເພື່ອເຮັດໃຫ້ລາຄາສິນຄ້າ ແລະ ອັດຕາເງິນເຟີ້ຫຼຸດລົງ ຈາກຄວາມພະຍາຍາມດັ່ງກ່າວ ກໍສາມາດເຮັດໃຫ້ອັດຕາເງິນເຟີ້ທີ່ເມື່ອກ່ອນມີບາງໄລຍະສູງເຖິງ 40 ກວ່າສ່ວນຮ້ອຍ ຫຼຸດລົງມາເຫຼືອ 4% ໃນເດືອນຕຸລາ 2025 ແລະ ສະເລ່ຍ 10 ເດືອນຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ແລະ ຈະສືບຕໍ່ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 1 ຕົວເລກ.
ສໍາລັບໃນຕໍ່ໜ້າ ລັດຖະບານຈະມີກົນໄກ ວິທີການ ແລະ ມາດຕະການ ສືບຕໍ່ແກ້ໄຂບັນຫາທີ່ຍັງເຮັດບໍ່ທັນໄດ້ດີ ຄື:ຈະສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນ ຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ພ້ອມກັນນັ້ນ ຈະສືບຕໍ່ຊຸກຍູ້ ໃຫ້ບັນດາຜູ້ປະກອບການນໍາເຂົ້າ-ສົ່ງອອກ ບັນດານັກລົງທຶນຕ່າງປະເທດທີ່ລົງທຶນຢູ່ລາວໂອນເງິນຊໍາລະ-ຮັບຊຳລະ ແລະ ນໍາທຶນມາລົງທຶນ ຜ່ານລະບົບທະນາຄານໃຫ້ເຂັ້ມງວດ ແລະ ມີຈໍານວນເພີ່ມຂຶ້ນຕື່ມ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍຂອງພໍ່ຄ້າຄົນກາງ.
ພ້ອມກັນນັ້ນ ຈະໄດ້ທົບທວນຄືນລາຄາໄຟຟ້າ ສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບແພງ ສໍາລັບປະຊາຊົນ ແລະ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ໃຫ້ດີຂຶ້ນ ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນດ້ວຍການຍູ້ແຮງ ການຫັນເປັນທັນສະໄໝ ຕິດພັນກັບການຂະຫຍາຍຖານລາຍຮັບໃໝ່ ໂດຍສະເພາະການເກັບລາຍຮັບພາສີ-ອາກອນ ຢູ່ດ່ານສາກົນ ການເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ ລາຍຮັບຈາກທີ່ດິນ ເພື່ອໃຫ້ເກັບລາຍຮັບເກີນແຜນ ແລະ ມີຄັງສະສົມຫຼາຍຂຶ້ນ.