ພິທີຊ້ອມເຝີກໃຫຍ່ທຸກຂະບວນເດີນສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນວັນທີ 14 ພະຈິກ 2025 ທີ່ເດີ່ນສະໜາມຫຼວງ ນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ ມີບັນດາການນຳພັກ ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ການຊ້ອມໃຫຍ່ ເດີນສວນສະໜາມຄັ້ງນີ້ ເພື່ອກວດກາຄວາມພ້ອມຂອງທຸກກ້ອນກໍາລັງທີ່ຈະເດີນສວນສະໜາມໃນມື້ວັນຊາດທີ 2 ທັນວາ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເອກອ້າງຜົນງານ ໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງສົມກຽດ.
ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກ້ອນກຳລັງ ທີ່ໄດ້ສຸມທຸກຄວາມພະຍາຍາມ ເອົາໃຈໃສ່ໃນການເຝີກຊ້ອມ ເຊິ່ງເຫັນໄດ້ວ່າ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ເຖິງຢ່າງໃດກໍຕາມສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ແຕ່ລະກ້ອນກຳລັງ ສືບຕໍ່ຝຶກຊ້ອມ ເດີນສວນສະໜາມຕື່ມອີກ ເພື່ອໃຫ້ມີຄວາມພ້ອມ ມີຄວາມເປັນລະບຽບຮຽບຮ້ອຍຂຶ້ນກວ່າເກົ່າ ໂດຍສະເພາະກ້ອນກຳລັງຂອງບັນດາກະຊວງ ອົງການ ແລະ ມວນຊົນ ໃຫ້ສືບຕໍ່ຝຶກຊ້ອມຕື່ມອີກ ເພື່ອໃຫ້ເປັນລະບຽບກວ່າເກົ່າ ເປັນຕົ້ນ ຈັ່ງຫວະການເດີນ ຮູບແຖວ ການແກວ່ງທຸງ ແລະ ອື່ນໆ.




ການຊ້ອມໃຫຍ່ ເດີນສວນສະໜາມ ດັ່ງກ່າວ ປະກອບມີກ້ອນ ປກຊ-ປກສ 25 ກ້ອນກໍາລັງ ໃນນີ້ ກ່ອນກຳລັງ ປກຊ 19 ກ້ອນກຳລັງ ປກສ 6 ກ້ອນກໍາລັງ ແລະ ກ້ອນກໍາລັງ ຈາກບັນດາກະຊວງ ອົງການ ແລະ ມວນຊົນ ເຂົ້າຮ່ວມ ຈໍານວນຫຼາຍກ້ອນກໍາລັງ ພ້ອມນີ້ຍັງຈະໄດ້ສືບຕໍ່ເຝີກຊ້ອມໃຫຍ່ ຕື່ມອີກໃນວັນທີ 21 ແລະ ວັນທີ 28 ພະຈິກ 2025 ທັງນີ້ກໍເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ ໃນມື້ສະແດງຕົວຈິງ ໃນວັນທີ 2 ທັນວາ 2025 ນີ້.