ບໍລິສັດສະມໍບີ້ທີ່ປຶກສາດ້ານການລົງທຶນ ຈຳກັດ ໄດ້ຈັດຕັ້ງປະຕິບັດວຽກງານເກັບມ້ຽນ ແລະ ຂົງສົ່ງຂີ້ເຫຍື້ອໃນງານບຸນທາດຫຼວງປີ 2025 ສາມາດຂົນສົ່ງຂີ້ເຫຍື້ອໄດ້ 186 ຖ້ຽວ (ລົດໃຫຍ່) ເທົ່າກັບ 633.731 ກິໂລ ເຊິ່ງຖືວ່າປີນີ້ຍັງມີຈຳນວນຂີ້ເຫຍື້ອຫຼາຍ ເຖິງແມ່ນວ່າມີການຈັດງານຖັງຂີ້ເຫຍື້ອໄວ້ຫຼາຍໝຈຸດໃນງານບຸນ ແຕ່ຍັງມີການຖິ້ມຂີ້ເຫຍື້ອຊະຊາຍ.

ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍບີ້ທີ່ປຶກສາດ້ານການລົງທຶນ ຈຳກັດ ໃຫ້ສະພາດໃນວັນທີ 14 ພະຈິກ 2025 ວ່າ: ບໍລິສັດຂອງພວກເຮົາໄດ້ເຂົ້າປະຕິບັດວຽກງານເກັບມ້ຽນ ແລະ ຂົງສົ່ງຂີ້ເຫຍື້ອໃນງານບຸນທາດຫຼວງປີ 2025 ໄດ້ເຂົ້າຈັດການອະນາໄມ ແລາະ ເກັບຂີ້ເຫຍື້ອຕາມແຜນກ່ອນງານເລີ່ມ 2 ວັນ ແລະ ພາຍຫຼັງຈົບງານ 3 ວັນ ແຕ່ການຈັດຕັ້ງປະຕິ ບັດຕົວຈິງເກີນແຜນມາ 1 ວັນ ເນື່ອງຈາກມີວ່າພື້ນຂອງເດີນທາດຫຼວງມີການເທໃໝ່ເຮັດໃຫ້ພື້ນຍັງບໍ່ແຫ້ງ ແລະ ເຮັດໃຫ້ຂີ້ເຫຍື້ອເປັນປະເພດທິດຊູຫຼືເຈ້ຍທີ່ເປື່ອຍງ່າຍຕິດ ແລະ ຊືມຕາມພື້ນເຊິ່ງໄດ້ນຳໃຊ້ທັງກໍາລັງຄົນ ແລະ ພາຫະນະເພື່ອອະນາໄມໃຫ້ມີຄວາມສະອາດຈົບງາມ.
ປະລິມານຂີ້ເຫຍື້ອໃນງານບຸນປີນີ້ຖືວ່າຫຼຸດລົງຈາກປີກາຍເນື່ອງຈາກ 2 ວັນທຳອິດບໍ່ມີຄົນມາທ່ຽວຊົມຫຼາຍ ແລະ ປະເພດຂີ້ເຫຍື້ອໃນງານກໍບໍ່ມີນໍ້າໜັກຫຼາຍຂີ້ເຫຍື້ອສ່ວນຫຼາຍຈະເປັນ ກ໋ອງໂຟມໄມ້ສຽບລູກຊີ້ນໃບປິວ ຈອກນໍ້າທີ່ເຮັດດ້ວຍເຈ້ຍທີແຈກຕາມຮ້ານຂາຍເຄື່ອງຕ່າງໆ ແລະ ເສດອາຫານ ລວມນ້ໍາໜັກປະມານ 633.731 ກິໂລ ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອປີນີ້ແມ່ນຫຼຸດລົງເນື່ອງຈາກໃຊ້ລົດອັດຂະໜາດໃຫຍ່ຂະໜາດ 12 ແມັດກ້ອນ ທຽບໃສ່ປີຜ່ານມາແມ່ນນຳໃຊ້ລົດຂະໜາດນ້ອຍເຊິ່ງເຮັດໃຫ້ຖ້ຽວຂົນສົ່ງແຕກຕ່າງກັນ ປີນີ້ມີ 186 ຖ້ຽວລົດໃຫຍ່ ທຽບເທົ່າ 558 ຖ້ຽວລົດນ້ອຍ ນອກຈາກນີ້ກໍໄດ້ນຳຖັງຂີ້ເຫຍື້ອທັງໝົດ 300 ຖັງ ແລະ ມີທັງຖົງດໍາໄວ້ຄ່ຽນຖ່າຍຂີ້ເຫຍື້ອພາຍໃນງານອີກດ້ວຍ ການອະນາໄມແມ່ນ ຄ່ຽນຖ່າຍຈຸດທີ່ຢູ່ໃນຖັງບໍ່ສາມາດອະນາໄມຫຼືກວດຕາມເດີນໄດ້ເນື່ອງຈາກສະພາບແອອັດຂອງຄົນ ໂດຍໄດ້ເລີ່ມອະນາໄມພາຍຫຼັງແລ້ວງານ 23:00 ໂມງຂອງທຸກໆວັນ ໄດ້ເລີ່ມຈາກໜ້າເວທີກາງ ຫຼື ສະ ໜາມຫຼວງ ອະນາໄມເປັນໜ້າກະດານລົງໄປໃນເດີ່ນພະທາດຫຼວງ ແລະ ບັນດາຮອບນອກ ໂດຍນຳໃຊ້ພະນັກງານເກັບມ້ຽນ ແລະ ອະນາໄມ 280 ຄົນ ໂດຍແບ່ງກະໃນການເຮັດວຽກເພື່ອກຽມພ້ອມພາຍໃນງານຕະຫຼອດ 24 ຊົ່ວໂມງ (ກະເຊົ້າ ບ່າຍ ເດີກ ແລະ ແຈ້ງ) ເຊິ່ງກະແຈ້ງແມ່ນຈະໄດ້ສຸມໃສ່ໃນຄືນມື້ວັນທີ່ 4 ຫາເຊົ້າວັນທີ 5 ເນື່ອງຈາກຕ້ອງແຂ່ງກັບເວລາໃນການອະນາໄມເກັບມ້ຽນໃຫ້ແລ້ວກ່ອນ 4 ໂມງເຊົ້າເພື່ອກະກຽມໃສ່ບາດ ກຳນົດເວລາຈັດສັນແບ່ງໃຫ້ພະນັກງານເລີ່ມປະຕິບັດວຽກ ແລະ ປະຈໍາການມີພະນັກງານອານາໄມ 280 ຄົນ ປະຈໍາ 24 ຊົ່ວໂມງ ໂຊເຟີຂັບລົດເກັບຂີ້ເຫຍື້ອ 23 ໂມງຫຼັງປິດງານເລີ່ມເຂົ້າມາກະກຽມ ປະຕິບັດຈົນກວ່າຈະສໍາເລັດພາລະກິດ ພະນັກວິຊາການປະຈໍາບູດ 17 ໂມງ ຫາ 23 ໂມງ ທີມກວດກາຄວາມເປັນລະບຽບຮຽບຮ້ອຍແຕ່ລະຈຸດ.


ນອກຈາກນີ້ພາຍໃນງານມີການຈັດກິດຈະກໍາຕ່າງໆເຊັ່ນ ຫ້ອງວາງສະແດງ ໂດຍໄດ້ເນັ້ນໜັກການປຸກລະດົມລົງໃຫ້ປະຊາຊົນຖິ້ມຂີ້ເຫຍື້ອໃຫ້ຖືກຖັງຕາມຈຸດຕ່າງໆທີ່ໄດ້ກໍານົດໄວ້ເພື່ອແກ້ໄຂບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ນຳພານັກຮຽນອາສາສະມັກຈາກ ມສ ວຽງຈັນ ແລະ ມສ ມິດຕະພາບລາວຫວຽດນາມເດີນຂະບວນປຸກລະດົມໃຫ້ແກ່ມວນຊົນທີ່ມາຮ່ວມງານບຸນ ພ້ອມນັ້ນພາຍໃນບູດກໍໄດ້ວາງສະແດງສິນຄ້າ ຫຼື ຜະລິດຕະພັນທີ່ເຮັດມາຈາກຂີ້ເຫຍື້ອຍ່ອຍສະຫຼາຍ ແລະ ກິດຈະກໍາສອດແສກຄວາມຮູ້ດ້ານການຮັກສາສິ່ງແວດລ້ອມເພື່ອຮັບຂອງແຈກຂອງແຖມເຊັ່ນ ຖົງຜ້າຈອກນໍ້າ ໝວກ ແລະ ປຸ໋ຍຊີວະພາບເຮັດໃຫ້ຜູ້ເຂົ້າມາທ່ຽວຊົມງານບຸນມີຄວາມສົນໃຈໂດຍສະເພາະແມ່ນນັກຮຽນເຍົາວະຊົນ ແລະ ໄວໜຸ່ມ.


ໃນແຕ່ລະປີໄດ້ນໍາເອົາບົດຮຽນກ່ຽວກັບໜ້າວຽກ ບັນຫາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຕ່າງໆເພື່ອພົວພັນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພື່ອນໍາມາປັບປຸງແກ້ໄຂໃນແຕ່ລະປີໃຫ້ດີຂຶ້ນເປັນຕົ້ນແມ່ນບັນຫາການຖິ້ມຂີ້ເຫຍື້ອຊະຊາຍຂອງປະຊາຊົນ ເຊິ່ງສຳລັບງານບຸນໃນປີນີ້ກໍຍັງພົບເຫັນມີມວນຊົນຈຳນວນໜຶ່ງຍັງບໍ່ຖິ້ມຂີ້ເຫຍື້ອລົງຖັງທີ່ກະກຽມໄວ້ ຖີ້ມຕາມພື້ນສະໜາມກໍໃຫ້ເກີດຄວາມບໍ່ຈົບງາມ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ມວນຊົນທີ່ຈະສືບຕໍ່ເຂົ້າຮ່ວມສະເຫຼີມສະຫຼອງໃນງານບຸນ ແລະ ງານສຳຄັນຂອງຊາດຈົ່ງພ້ອມກັນຮັກສາຄວາມສະອາດດ້ວຍການຖີ້ມຂີ້ເຫຍື້ອລົງຖັງ ແລະ ພ້ອມໃຈກັນຫຼຸດປະລິມານຂີ້ເຫຍື້ອໃຫ້ນັບມື້ນັບຫຼຸດລົງເພື່ອປະກອບສ່ວນຮັກສາສິ່ງແວດລ້ອມ.