ຈາກປະເດັນຄໍາສະເໜີຊັກຖາມ ຂອງສະມາຊິກສະພາແຫ່ງຊາດ(ສສຊ)ທີ່ໃຫ້ຄວາມສົນໃຈກ່ຽວກັບບັນຫາການເພີ່ມດັດສະນີເງິນເດືອນ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນປີ 2026 ເປັນຕົ້ນໄປ ແລະໄດ້ຕັ້ງຄໍາຖາມສະເໜີຕໍ່ພາກສ່ວນກ່ຽວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວ່າກ່ຽວບັນຫານີ້ຈະຈັດຕັ້ງປະຕິບັດຄືແນວໃດ? ໂດຍສະເພາະ ແຫຼ່ງລາຍຮັບ ທີ່ຈະມາຮອງຮັບ ແລະ ການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ວ່າມີໜ້ອຍຫຼາຍປານໃດ ແລະ ຜົນທີ່ຕາມມາ ຄືລາຄາສິນຄ້າ ຈະເພີ່ມຂຶ້ນຕື່ມ ໂດຍລັດຖະບານ ຈະມີມາດຕະການຄວບຄຸມລາຄາສິນຄ້າ ຄືແນວໃດ?.

ຕໍ່ກັບປະເດັນດັ່ງກ່າວ ວັນທີ 13 ພະຈິກ2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂື້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນໃນວັນທີ 13 ພະຈິກ 2025 ຢູ່ຫໍສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງມີບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສັນຕິພາບ ພົມວິຫານ ໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາ ເສດຖະກິດຂອງພວກເຮົາ ໄດ້ປະເຊີນກັບຄວາມບອບບາງ ດ້ານເສດ ຖະກິດ ມະຫາພາກ ໂດຍສະເພາະ ບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ ລາຄາສິນຄ້າ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນຫຼາຍເທົ່າ ແລະ ເຮັດໃຫ້ການດຳລົງຊີວິດການເປັນຢູ່ ສະເພາະ ພະນັກງານ-ລັດຖະກອນ ທະຫານ-ຕຳຫຼວດ ແລະ ປະຊາຊົນ ໄດ້ຮັບຜົນກະທົບ.
ຈາກສະພາບດັ່ງກ່າວ ລັດຖະບານ ໄດ້ມີຄວາມພະຍາຍາມສູງ ໃນການເລັ່ງແກ້ໄຂ ບັນຫາຄວາມທຸກຍາກທາງດ້ານເສດຖະກິດ ການເງິນ ໃຫ້ຜ່ອນຄາຍລົງ. ພ້ອມກັນນັ້ນ ໄດ້ຄົ້ນຄວ້າປັບໂຄງສ້າງເງິນເດືອນ, ເງິນນະໂຍບາຍ ໂດຍການ ເພີ່ມເງິນເດືອນສຸດທິບໍ່ຫຼຸດ 3.000.000 ກີບຕໍ່ເດືອນ (ປີ 2025 ຂັ້ນຕໍ່າໄດ້ຮັບ 2.200.000 ກີບຕໍ່ເດືອນ)ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ-ລັດຖະກອນ.
ການປັບໂຄງສ້າງເງິນເດືອນ ເງິນນະໂຍບາຍໃນຄັ້ງນີ້ ມີຈຸດປະສົງ ແນໃສ່ການຊ່ວຍໜູນ ກໍາລັງຊື້ ສິນຄ້າ ທີ່ໄດ້ຮັບຜົນກະທົບ ຕໍ່ການເພີ່ມຂຶ້ນຂອງຄ່າຄອງຊີບ ແລະ ລາຄາສິນຄ້າ ແຕ່ບໍ່ແມ່ນການກະຕຸ້ນ ເຮັດໃຫ້ເພີ່ມຄວາມຕ້ອງການຊົມໃຊ້ ສິນຄ້າອຸປະໂພກ, ບໍລິໂພກ ທີ່ອາດຈະສ້າງຄວາມກົດດັນ ເຮັດໃຫ້ມີ ສະພາບອັດຕາເງິນເຟີ້ເພີ່ມສູງຂຶ້ນ ໃນໄລຍະຕໍ່ໜ້າ. ພ້ອມກັນນັ້ນ ກໍເປັນການແກ້ໄຂ ດ້ານສະຫວັດດີການ ໃຫ້ແກ່ພະນັກງານ-ລັດຖະກອນ ໃນສະພາບທີ່ພວກເຮົາປະເຊີນກັບບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງ ເງິນກີບ.
ຜ່ານການຄົ້ນຄວ້າ ພວກເຮົາສາມາດຈັດສັນງົບປະມານເພີ່ມເຂົ້າໃສ່ ພາກເງິນເດືອນ ເງິນນະໂຍບາຍ 11.000 ຕື້ກີບ ຊຶ່ງການເພີ່ມຂຶ້ນດັ່ງກ່າວ ໄດ້ມາຈາກການເພີ່ມລາຍຮັບພາຍໃນ ໂດຍການຂະຫຍາຍຖານ ອາກອນມູນຄ່າເພີ່ມ ການປັບອັດຕາອາກອນຊົມໃຊ້ ຂະຫຍາຍຖານອາກອນໃໝ່ ເປັນຕົ້ນ: ອາກອນ ສິ່ງແວດລ້ອມ ອາກອນທີ່ດີນ ແລະ ອື່ນໆ ເຊິ່ງເປັນລາຍຮັບທີ່ໝັ້ນຄົງ ແລະ ມີຄວາມອາດສາມາດ ໃນການ ເກັບເພີ່ມຂຶ້ນໃນແຕ່ລະປີ ໄປຄ່ຽງຄູ່ກັບການປະຕິບັດ ມາດຕະການປິດການຮົ່ວໄຫຼດ້ານລາຍຮັບ ຕິດພັນ ກັບການຫັນເປັນທັນສະໄໝ.
ເພື່ອຮັບປະກັນໝາກຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ ຄວນເອົາໃຈໃສ່ບາງດ້ານຄື: ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ເປັນເຈົ້າການ ໃນການກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ສະບຽງອາຫານທີ່ຈໍາເປັນເອົາໃຈໃສ່ເຜີຍແຜ່ຂໍ້ມູນ ຂ່າວສານ ໃຫ້ສັງຄົມເຂົ້າໃຈ ຕໍ່ຄວາມຈໍາເປັນ ສາເຫດໃນການປັບຂຶ້ນເງິນເດືອນເງິນນະໂຍບາຍ ເພື່ອບໍ່ໃຫ້ ບັນດາຜູ້ປະກອບການ ພໍ່ຄ້າແມ່ຄ້າ ສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ແລະ ຊຸກຍູ້ສົ່ງເສີມການຜະລິດ ພາຍໃນໃຫ້ເຂັ້ມແຂງຂຶ້ນ ສາມາດຕອບສະໜອງຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງ ຂໍ້ຫຍຸ້ງຍາກ ຕ່າງໆ ໃນການດໍາເນີນທຸລະກິດ ໂດຍສະເພາະບັນຫາຕົ້ນທຶນ ແລະ ອື່ນໆ.