ວັນທີ 12 ພະຈິກ 2025 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດປັບປຸງກົງຈັກການຈັດຕັ້ງ ແລະ ຊັບຊ້ອນພະນັກງານຂອງບັນດາຫ້ອງການທີ່ໂຮມເຂົ້າກັນໃຫ້ໄປຂື້ນກັບຫ້ອງການໃໝ່ ແລະ ປະກາດລາຍຊື່ພະນັກງານເຂົ້າຮັບບໍານານ ເຊີ່ງຈັດຂຶ້ນຢູ່ສໍານັກງານປົກຄອງເມືອງຫາດຊາຍຟອງ ໂດຍມີ ທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງຫາດຊາຍຟອງ ທ່ານ ທະນົງສິນ ແສງພະວົງ ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງຂັ້ນນະຄອນຫຼວຽງຈັນ ແລະ ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ





ໃນວາລະຂອງການປະກາດຊັບຊ້ອນພະນັກງານ-ລັດຖະກກອນ ຄັ້ງນີ້ ບັນດາທ່ານຫົວໜ້າຫ້ອງການທີ່ມີລາຍຊື່ ແລະ ຖືກໂຮມເຂົ້າກັນກໍ່ໄດ້ຕາງໜ້າກັນຂຶ້ນລາຍງານບົດສະຫຼຸບໂດຍຫຍໍ້ໃນການນໍາພາຈັດຕັ້ງປະຕິບັດວຽກງານຢູ່ໃນໄລຍະທີ່ຜ່ານມາ ແລະ ມອບວຽກງານທີ່ຈະໂອນໄປໂຮມເຂົ້າກັບຫ້ອງການໃໝ່ ເຊີ່ງປະກອບມີ ຫ້ອງການພາຍໃນເມືອງ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ແລະ ຫ້ອງການ ຖວທ ເມືອງ.
ຈາກນັ້ນ ທ່ານ ຍອດຊາຍ ລາຊະບຸດ ຫົວໜ້າຄະນະຈັດຕັ້ງເມືອງຫາດຊາຍຟອງ ຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 766/ຈນວ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜຸນບໍານານ ໂດຍເຫັນດີອະນຸມັດໃຫ້ ທ່ານ ນາງ ເກສອນ ອິນທະລັກສາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ຮັບອຸດໜຸນບໍານານ ພ້ອມທັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຊັບຊ້ອນພະນັກງານ-ລັດຖະກອນ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງຫາດຊາຍຟອງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ ແລະ ຮອງຫົວນ້າຫ້ອງການ ຫົວໜ້າ ຮອງຫົວໜ້າໜ່ວຍງານ ແລະ ການຊັບຊ້ອນພະນັກງານວິຊາການ ແລະ ພ້ອມທັງຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ຮອງຫົວໜ້າຫ້ອງການ ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ



ຄະນະປະຈໍາພັກ ເມືອງຫາດຊາຍຟອງ ໄດ້ຕົກລົງເຫັນດີຊັບຊ້ອນ ທ່ານ ກົງໃຈ ສິວິໄລ ຫົວໜ້າຫ້ອງການພາຍໃນ ເມືອງຫາດຊາຟອງ ໄປປະຈໍາການຢູ່ຫ້ອງວ່າການເມືອງຫາດຊາຍຟອງ ທ່ານ ໂອລະສາ ໂພທິສັດ ຮອງຫົວໜ້າຫ້ອງ ການພາຍໃນ ເມືອງຫາດຊາຍຟອງ ໄປະຈໍາການຢູ່ຫ້ອງວ່າການເມືອງຫາດຊາຍຟອງ ແຕ່ງຕັ້ງ ທ່ານຍອຊາຍ ລາຊະບຸດ ເປັນຫົວໜ້າຄະນະຈັດຕັ້ງເມືອງຫາດຊາຍຟອງ ແຕ່ງຕັ້ງ ທ່ານ ນາງ ພອນໄຊ ສະຫງ່າສີ ເປັນຮອງຄະນະຈັດຕັ້ງເມືອງ ແລະ ຍັງໄດ້ແຕ່ງຕັ້ງ ທ່ານ ສຸກສາຄອນ ດວງມາລາ ຮອງຫົວໜ້າຫ້ອງການພາຍໃນ ເມືອງຫາດຊາຍຟອງ ເປັນຮອງຄະນະຈັດຕັ້ງເມືອງຫາດຊາຍຟອງ ແຕ່ງຕັ້ງ ທ່ານ ສົມໝາຍ ອຸ່ນສີດາ ເປັນຫົວໜ້າຫ້ອງການອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ເມືອງຫາດຊາຍຟອງ ແຕ່ງຕັ້ງ ທ່ານ ຊົມພູ ສີພູວົງ ເປັນຮອງຫົວໜ້າຫ້ອງການອຸດສາຫະກໍາພະລັງງານ ແລະ ບໍ່ແຮ່ ເມືອງຫາດຊາຍຟອງ ທ່ານ ອານົນ ສີສຸພັນ ຮັກສາການຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຫາດຊາຍຟອງ ເປັນຮອງຫົວໜ້າຫ້ອງການອຸດສາຫະກໍາພະລັງງານ ແລະ ບໍ່ແຮງ ເມືອງຫາດຊາຍຟອງ ແຕ່ງຕັ້ງ ທ່ານ ລິດທິໄຊ ວົງຈັນມີ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ເປັນ ຮອງຫົວໜ້າຫ້ອງການ ອຸດສາຫະກໍາພະລັງານ ແລະ ບໍ່ແຮ່ ເມືອງຫາດຊາຍຟອງ ແລະ ເຫັນດີຊັບຊ້ອນ ທ່ານ ວົງໂຄຈອນ ບຸດທະສະວົງ ພະນັກງານຫ້ອງການວັດທະນະນທໍາ ແລະ ທ່ອງທ່ຽວ ເມືອງຫາດຊາຍຟອງ ໄປປະຈໍາການຢູ່ຫ້ອງການຄະນະໂຄສະນາອົບຮົມ ເມືອງຫາດຊາຍຟອງ ສໍາລັບການຊັບຊ້ອນບຸກຄະລາກອນຄັ້ງນີ້ ກໍ່ເພື່ອປະຕິບັດຕາມທິດນໍາຂອງຂັ້ນເທິງຢ່າງມີຄວາມເປັນເອກພາບເປັນພື້ນຖາມ ມີຄວາມເໝາະສົມເພື່ອໃຫ້ສອດຄ່ອງຕາມພາລະບົດ ບາດຂອງໜ້າທີ່ວຽກງານ ໂດຍຄຽງຄູ່ກັບການປັບປຸງບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃນຕໍ່ໜ້າໃຫ້ມີຄຸນນະພາບດີຂື້ນ.