ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ (2021-2025) ຂອງລັດຖະ ບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ ໃນຂະນະດຽວກັນຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີ (2021-2025) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກ 2025 ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈິ້ມ ໃຫ້ບັນດາ ສສຊ ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ.
ຜ່ານການຮັບຟັງການລາຍງານຂອງລັດຖະບານ ບັນດາທ່ານຜູ້ແທນ ເຫັນວ່າ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ (2021-2025) ຖືກຕ້ອງ ຄົບຖ້ວນ ແລະ ສອດ ຄ່ອງກັບສະພາບຕົວຈິງແລ້ວ ຫຼື ບໍ່? ໂດຍອີງໃສ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ ລົງວັນທີ 10/8/2021 ສະບັບເລກທີ 111/ສພຊ ລົງວັນທີ 21/11/2023 ຖ້າເຫັນວ່າຍັງມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງ ກໍສະເໜີໃຫ້ຜູ້ແທນມີຄໍາເຫັນເພີ່ມຕື່ມ ໂດຍສະເພາະ ຜ່ານການຕິດຕາມກວດກາ ຂອງຜູ້ແທນຢູ່ເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ.
ຕໍ່ກັບຄາດໝາຍ 5 ວຽກງານຈຸດສຸມ ແລະ ມາດຕະການຂອງວາລະແຫ່ງຊາດ ບັນດາທ່ານເຫັນວ່າ ສາມາດປະຕິບັດຕາມມະຕິສະພາແຫ່ງຊາດ ແລ້ວ ຫຼື ບໍ? ຜ່ານການຕິດຕາມກວດກາຂອງບັນດາທ່ານຜູ້ແທນ ເຫັນວ່າ ມີຂໍ້ຫຍຸ້ງຍາກ ຂໍ້ສະດວກແນວໃດ? ສາມາດຖອດຖອນບົດຮຽນໄດ້ຄືແນວໃດ? ສະເໜີບັນດາທ່ານສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນເພີ່ມຕື່ມ.
ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າ ຕາມການສະເໜີຂອງລັດຖະບານ ທີ່ໃຫ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງ ທີ X (2026-2030) ສະເໜີບັນດາທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ? ໂດຍສະເພາະການປະຕິບັດບັນດາຄາດໝາຍ ແລະ ວຽກງຈຸດສຸມທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ.