ພິທີເຊັນສັນຍາສໍາປະທານໂຄງການພັດທະນາ ແລະ ຄຸ້ມຄອງການເດີນເຮືອທາງທະເລ

ພິທີເຊັນສັນຍາສໍາປະທານໂຄງການພັດທະນາ ແລະ ຄຸ້ມຄອງການເດີນເຮືອທາງທະເລ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ Aryavart Ship Management Private limited ແລະ ບໍລິສັດ ເຄເຄພີ ອິນເຕີເນ ເຊີນນໍ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 13 ພະຈິກ 2025 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຮອງປະທານຄະນະ ກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈໍາການ ແລະ ຕາງໜ້າບໍລິສັດ Aryavart Ship Management ໂດຍ ສາດສະດາຈານ ທ່ານ ນາງ Jaspreet Preet Shahid ຜູ້ອໍານວຍການບໍລິສັດ ແລະ ຕາງໜ້າບໍລິສັດ ເຄເຄພີ ໂດຍແມ່ນທ່ານ ໄຊຍະພອນ ສິງວົງໄຊ ຜູ້ອໍານວຍການບໍລິສັດ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ Jaspreet Preet Shahid ໄດ້ກ່າວວ່າ: ເຖິງວ່າປະເທດລາວບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ແມ່ນໍ້າຂອງແມ່ນມີບົດບາດສໍາຄັນທີ່ສຸດ ສໍາລັບປະເທດລາວ ແມ່ນໍ້າຂອງປຽບດັ່ງຫົວໃຈຂອງປະເທດລາວ ໄດ້ໃຫ້ອາຫານ ວຽກເຮັດງານທໍາ ແລະ ເຊື່ອມຕໍ່ປະເທດ ລາວກັບບັນດາປະເທດເພື່ອນບ້ານ ປະຈຸບັນ ເຖິງເວລາແລ້ວ ທີ່ ສປປ ລາວ ໃນຖານະປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຈະກາຍເປັນປະເທດທີ່ມີທາງເຊື່ອມສູ່ທະເລ ໂຄງການພັດທະນາ ແລະ ຄຸ້ມຄອງການເດີນເຮືອທາງທະເລ ຈະຊ່ວຍ ແລະ ສະໜັບສະໜູນປະເທດລາວໃນການພັດທະນາເສດຖະກິດ ໂດຍຜ່ານ Blue Economy ເສດຖະກິດສີຟ້າ ກໍຄືການໃຊ້ສິດຂອງ ສປປ ລາວ ຢ່າງເຕັມສ່ວນຢູ່ທາງທະເລໃຫ້ກາຍເປັນເສດຖະກິດແກ່ປະເທດ.

ໂຄງການດັ່ງກ່າວນີ້ ຄາດວ່າຈະເປັນກໍາລັງແຮງໜຶ່ງ ທີ່ຈະຊ່ວຍສ້າງລາຍຮັບໂດຍກົງໃຫ້ແກ່ປະເທດ ຊ່ວຍໃຫ້ເສດຖະກິດຂອງ ສປປ ລາວ ເຕີບໃຫຍ່ຂະຫຍາຍຕົວ ສ້າງວຽກເຮັດງານທໍາ ເປີດໂອກາດທາງທຸລະກິດໃໝ່ ເຊັ່ນ: ອຸດສາຫະກໍາການປະມົງ ການຄ້າຂາຍສິນຄ້າທົ່ວໂລກ ດຶງດູດການລົງທຶນ ແລະ ການທ່ອງທ່ຽວໃຫ້ຫຼາຍຂຶ້ນ ໂຄງການພັດທະນາ ແລະ ຄຸ້ມຄອງການ ເດີນເຮື່ອທາງທະເລ ຈະສະໜັບສະນູນລັດຖະບານໃນການພັດທະນາທ່າເຮືອ, ເຮືອ ແລະ ເສັ້ນທາງການເດີນເຮືອທີ່ດີ ຂຶ້ນ.

ພ້ອມທັງສາມາດຊ່ວຍໃຫ້ການຄ້າຂາຍສິນຄ້າງ່າຍຂຶ້ນ ແລະ ການເດີນທາງຂອງປະຊາຊົນຢ່າງປອດໄພ ແລະຮັດແໜ້ນມິດຕະພາບກັບບັນດາປະເທດ ໃນພາກພື້ນອີກດ້ວຍ.

error: Content is protected !!