ລມຕ ກະຊວງ ວທ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ເຊິ່ງຈັດຂຶ້ນລະຫວ່າງ ວັນທີ 7-11 ພະຈິກ 2025 ທີ່ນະຄອນຫຼວງຣີຢາດ ປະເທດອາລັບບີ ຊາອຸດິ ໂດຍເປັນປະທານຂອງທ່ານ Ahmed AI-Khatib ລັດ ຖະມົນຕີກະຊວງທ່ອງທ່ຽວ ປະເທດອາລັບບີ ຊາອຸດິ ແລະ ເປັນປະທານຮ່ວມໂດຍມີຜູ້ຕາງໜ້າຈາກແຕ່ລະພາກພື້ນ ຈໍານວນ 9 ປະເທດ.

ກອງປະຊຸມຄັ້ງນີ້ ຖືເປັນຄັ້ງປະຫວັດສາດທີ່ມີຜູ້ແທນ ແລະ ການນໍາຂັ້ນລັດຖະມົນຕີທ່ອງທ່ຽວເຂົ້າຮ່ວມຫຼາຍທີ່ສຸດ ໃນຈໍານວນປະເທດສະມາຊິກສົມບູນທັງໝົດ 160 ປະເທດ ແລະ ເຂົ້າຮ່ວມໃນຄັ້ງນີ້ ມີຈຳ ນວນ 148 ປະເທດ ລວມຜູ້ແທນເຂົ້າຮ່ວມ 1.400 ກວ່າທ່ານ ໃນນີ້ ມີຂັ້ນລັດຖະມົນຕີ 90 ທ່ານ ຂັ້ນຮອງລັດຖະມົນຕີ 17 ທ່ານ ແລະ ທ່ານທູດ 70 ທ່ານ.

ສຳລັບ ເນື້ອໃນສໍາຄັນໃນກອງປະຊຸມໃນຄັ້ງນີ້ ມີດັ່ງນີ້: ກອງປະຊຸມໄດ້ຮັບຮອງເອົາຜົນຂອງການເລືອກຕັ້ງເອົາທ່ານ ນາງ Shaikha Al Nowais ລັດຖະມົນຕີກະຊວງທ່ອງທ່ຽວ ປະເທດສະຫະລັດອາລັບອີມີເລດ ເປັນເລຂາທິການໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວຜູ້ໃໝ່ ໄລຍະປີ 2026-2030 ຮັບຮອງເອົາຫົວຂໍ້ປີທ່ອງທ່ຽວໂລກ ສໍາລັບປີ 2026 ແມ່ນການຫັນເປັນດີຕີຕອນ ແລະ ປັນຍາປະດິດ ເພື່ອກໍານົດທິດທາງການທ່ອງທ່ຽວຄືນໃໝ່ ແລະ ຫົວຂໍ້ປີ 2027 ແມ່ນຫັນປ່ຽນການທ່ອງທ່ຽວດ້ວຍການສຸມໃສ່ການປັບປຸງການສຶກສາ.

ໃນກອງປະຊຸມດັ່ງກ່າວ ບັນດາທ່ານການນໍາຂັ້ນສູງຍັງໄດ້ແລກປ່ຽນດ້ານນະໂຍບາຍ ບົດຮຽນ ແລະ ຄໍາແນະນໍາຕ່າງໆ ພາຍໃຕ້ຫົວຂໍ້: “ການຫັນປ່ຽນຂອງຂະແໜງການທ່ອງທ່ຽວ ດ້ວຍການນໍາໃຊ້ປັນຍາປະ ດິດ”.

ຮັບຮອງເອົາການສະເໜີຂອງ ສປ ຈີນ ໃນການສ້າງຕັ້ງຫ້ອງການສະຫະປະຊາຊາດ ເພື່ອການທ່ອງ ທ່ຽວ ປະຈໍາພາກພື້ນອາຊີ-ປາຊີຟິກ ແລະ ອາຊີໃຕ້ ຕັ້ງຢູ່ນະຄອນຊຽງໄຮ ສປ ຈີນ ຮັບຮອງເອົາສະມາຊິກຄະນະບໍລິຫານງານອົງການສະຫະປະຊາຊາດເພື່ອການທ່ອງທ່ຽວ ຈໍານວນ 17 ບ່ອນນັ່ງ ຮັບຮອງເອົາການສະເໜີຂອງປະເທດໂດມິນິກັນ ເປັນປະເທດເຈົ້າພາບຈັດກອງປະຊຸມອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 27 ຊຶ່ງຈະຈັດຂຶ້ນໃນປີ 2027 ຮັບຮອງເອົາຖະແຫຼງການຣີຢາດ ກ່ຽວກັບອະນາຄົດຂອງການທ່ອງທ່ຽວ (Riyadh Declaration on the Future of Tourism).

error: Content is protected !!