ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX ໃນວັນທີ 12 ພະຈິກ 20025 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ກ່າວວ່າ:ຜ່ານການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນບັນດາເຂດເລືອກຕັ້ງ ຂ້າພະເຈົ້າຂໍອະນຸຍາດມີບາງຄໍາເຫັນ ຕໍ່ກັບພາກສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ (2021-2025) ການປະຕິບັດຄາດໝາຍ ທີ່ມີຜົນສຳເລັດພົ້ນເດັ່ນຕົ້ນຕໍ ຄື:ຄາດໝາຍແຜນງົບປະມານ ສາມາດເກັບລາຍຮັບໄດ້ 18,43% ຂອງ GDP (ມະຕິສະພາ 17% ຂອງ GDP) ເນື່ອງຈາກສາມາດປະຕິບັດມາດຕະການຫັນເປັນທັນສະໄໝ ໃນການເກັບລາຍຮັບມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ເຊິ່ງສອດຄ່ອງກັບຫຼັກການຫັນເປັນມືອາຊີບເປັນບາດກ້າວທີ່ເປັນຮູບປະທຳດີຂຶ້ນ.
ຄາດໝາຍຮັກສາສະຖຽນລະພາບດ້ານເງິນຕາ ເປັນຕົ້ນ:ຄຸ້ມຄອງກະແສເງິນຕາ ຈາກການສົ່ງອອກສິນຄ້າ ໃຫ້ກັບຄືນສູ່ປະເທດ ສາມາດບັນລຸໄດ້ 72,46% (ມະຕິສະພາ ບໍ່ຫຼຸດ 70% ຂອງມູນຄ່າສົ່ງອອກ) ຄັງສຳ ຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ 5.28 ເດືອນ (ມະຕິສະພາ ສາມາດກຸ້ມການນຳເຂົ້າບໍ່ຫຼຸດ 3 ເດືອນ) ຄາດໝາຍ 5 ວຽກຈຸດສຸມ ເປັນຕົ້ນ: ອັດຕາສ່ວນສົ່ງອອກຜະລິດຕະພັນກະສິກໍາ ບັນລຸໄດ້ 31,49% (ມະຕິສະພາ 30% ຂອງມູນຄ່າສົ່ງອອກຜະລິດຕະພັນກະສິກຳທັງໝົດ) ຜະລິດທົດແທນການນໍາເຂົ້າຫົວອາຫານສັດ ປະຕິບັດໄດ້ 77% ຂອງຄວາມຕ້ອງການພາຍໃນທັງໝົດ ປີ 2025 (ມະຕິສະພາ 70% ຂອງການສະ ໜອງຫົວອາຫານສັດຢູ່ຕະຫຼາດພາຍໃນ) ການຜະລິດທົດແທນການນໍາເຂົ້າ ຝຸ່ນຊີວະພາບ ປະ ມານ 50% (ມະຕິສະພາ 50% ຂອງການສະໜອງຝຸ່ນຊີວະພາບ ຢູ່ຕະຫຼາດພາຍໃນ) ການຜະລິດຊີມັງສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ.
ຕໍ່ກັບພາກທິດທາງແຜນການໃນຕໍ່ໜ້າ ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ວຽກຈຸດສຸມ ຕາມການສະເໜີຂອງລັດຖະບານ ເພື່ອສືບຕໍ່ເປັນແຜນວຽກບູລິມະສິດ ທີ່ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົງ 5 ປີ ຄັ້ງທີ X (2026-2030) ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດທາງແຜນການດັ່ງກ່າວ ໃຫ້ມີຈຸດສຸມ ຄະນະປະຈຳສະພາແຫ່ງຊາດ ສະເໜີບາງທັດສະນະ ດັ່ງນີ້: ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ ລົງວັນທີ 10 ສິງຫາ 2021 ແລະ ສະບັບເລກທີ 111/ສພຊ ລົງວັນທີ 21 ພະຈິກ 2023 ໂດຍການ ເຊື່ອມສານເຂົ້າໃນຄາດໝາຍສູ້ຊົນ ຂອງແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ ຂອດອຸດຕັນ ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນ ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ໃຫ້ເຫັນໄດ້ຜົນສໍາເລັດ ຂໍ້ຄົງຄ້າງ ສາເຫດ ບົດຮຽນທີ່ຖອດຖອນໄດ້ ເພື່ອຄົ້ນຄວ້າສ້າງເປັນແຜນການລະອຽດຂອງບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດຢ່າງກົມກຽວ ແລະ ເປັນເອກະພາບ.