ກຳລັງ ປກຊ-ປກສ ປະສານຄວາມພ້ອມ ສວນສະໜາມສະຫຼອງ ວັນຊາດຄົບຮອບ 50 ປີ

ວັນທີ 12 ພະຈິກ 2025 ຢູ່ເດີ່ນສະໜາມຫຼວງ ໄດ້ມີພິທີ ສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໂດຍມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີບັນດາຄະນະນຳກະຊວງບັນດາຄະນະນຳກົມໃຫຍ່ ຫ້ອງວ່າການ ປກຊ-ປກສ ບັນດາຄະນະນຳລວມ ບັນດາອານຸກໍາມະການຮັບປະກັນ ກ້ອນກໍາລັງສວນສະໜາມ ກຳລັງປກຊ-ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ ກໍາລັງພົນເຂົ້າຮ່ວມ ເຄື່ອງອຸປະກອນການປະກອບ ວິທີການ ວາລະດໍາເນີນການຈັດຕັ້ງ ງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ ມີເນື້ອໃນ ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ກະຊວງປ້ອງກັນຄວາມສະຫງົບ ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ຫຼັງຈາກສໍາເລັດການສະແດງ ບັນດາການນຳ ໄດ້ສະແດງຄວາມຊົມເຊີຍ ເຖິງຄວາມອົດທົນພະຍາຍາມຂອງທຸກສະຫາຍ ທີ່ພະຍາຍາມປັບປຸງບ່ອນທີ່ຍັງຄົງຄ້າງ ພ້ອມທັງເນັ້ນໜັກ ໃຫ້ບັນດາຄະນະຮັບຜິດຊອບແຕ່ລະກ້ອນກໍາລັງ ສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ໂດຍສະເພາະ ແມ່ນຈັງວະທ່າທີຕ່າງໆ ໄລຍະຫາງແຕ່ລະກ້ອນ ລະດັບການຍົກແຂນຂາ ຕ້ອງສູງຕໍ່າສະເໝີກັນ ສຽງເສບກັບສຽງພາກ ຕ້ອງໃຫ້ເຂົ້າກັນ ກໍານົດຈຸດແຕ່ລະໜ້າວຽກ ໃຫ້ລະອຽດຊັດເຈນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ງົດງາມ ພ້ອມທັງຮັບປະກັນບໍໃຫ້ມີຄວາມຜິດພາດ ສາມາດສະແດງອອກມາໄດ້ສົມບູນທີ່ສຸດ ໃນມື້ສະເຫຼີມສະຫຼອງແທ້.

error: Content is protected !!