
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເປີດເຜີຍຕົວເລກທີ່ໜ້າປະທັບໃຈຂອງຂະແໜງກະສິກໍາໃນບົດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວ່າການຜະລິດກະສິກໍາເປັນສິນຄ້າໃນໄລຍະ 5 ປີຜ່ານມາໄດ້ບັນລຸແຜນການທີ່ວາງໄວ້ ການສົ່ງອອກສິນຄ້າກະສິກຳສະເລ່ຍ 1.578 ລ້ານໂດລາຕໍ່ປີ.

ຕະຫຼອດໄລຍະ 5 ປີ (2021-2025) ການຜະລິດພືດເປັນສິນຄ້າສະເລ່ຍປະຕິບັດໄດ້ 9,57 ລ້ານໂຕນຕໍ່ປີ ເກີນກວ່າແຜນການທີ່ວາງໄວ້ 7,4 ລ້ານໂຕນຕໍ່ປີ ໂດຍສະເພາະໃນປີ 2025 ບັນລຸໄດ້ເຖິງ 12,37 ລ້ານໂຕນ ລື່ນຄາດໝາຍ 30,21% ເມື່ອທຽບກັບແຜນການທີ່ຕັ້ງໄວ້ 9,5 ລ້ານໂຕນ.
ພືດສິນຄ້າທີ່ພົ້ນເດັ່ນປະກອບມີ: ມັນຕົ້ນ ເພີ່ມຂຶ້ນເທົ່າຕົວ ໝາກໂມ ເພີ່ມຂຶ້ນເກືອບສາມເທົ່າຕົວ ອ້ອຍ ເພີ່ມຂຶ້ນ 47% ກ້ວຍ ເພີ່ມຂຶ້ນ 88% ການຜະລິດເຂົ້າເປືອກລວມ 5 ປີ ບັນລຸໄດ້ 18,91 ລ້ານໂຕນ ສະເພາະປີ 2025 ປະຕິບັດໄດ້ 3,77 ລ້ານໂຕນ ເທົ່າກັບ 96,6% ຂອງແຜນການ ພືດສະບຽງອາຫານສະເລ່ຍປະຕິບັດໄດ້ 2,41 ລ້ານໂຕນຕໍ່ປີ ສາມາດຄໍ້າປະກັນສະບຽງອາຫານໄດ້ໂດຍພື້ນຖານ.

ລາຍໄດ້ສົ່ງອອກເກີນເປົ້າໝາຍ: ການສົ່ງອອກຜົນຜະລິດກະສິກໍາໃນ 5 ປີ ປະຕິບັດໄດ້ 7.890 ລ້ານໂດລາ ຫຼື ສະເລ່ຍ 1.578 ລ້ານໂດລາຕໍ່ປີ ບັນລຸລື່ນແຜນການ 31,49% ສະເພາະ 10 ເດືອນ ປີ 2025 ສົ່ງອອກໄດ້ 1.507,72 ລ້ານໂດລາ ລື່ນແຜນການ 0,51% ໃນນີ້ການສົ່ງອອກພືດ ແລະ ຜະ ລິດຕະພັນພືດມີມູນຄ່າ 1.204,26 ລ້ານໂດລາ ລື່ນແຜນການ 9,47% ນອກຈາກນີ້ ຝູງສັດຂະຫຍາຍ ຕົວສະເລ່ຍ 4% ຕໍ່ປີ ແລະ ການລ້ຽງປາ-ສັດນໍ້າຂະຫຍາຍຕົວ 4,20% ຕໍ່ປີ ເປັນໄປຕາມແຜນ ການທີ່ວາງໄວ້.