ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ ແລະ ການກ້າວເຂົ້າສູ່ມາດຕະຖານສາກົນ.


ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ Pancake Vietnam ພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບູລັກ ນັນທະສອນ ປະທານບໍລິສັດ BUBER CONNECT – Pancake Laos ໄດ້ເປັນຜູ້ຕາງໜ້າຂຶ້ນເປີດນຳໃຊ້ລະບົບ Pancake Laos ຢ່າງເປັນທາງການ, ເຊິ່ງເປັນການໝາຍເຖິງການຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ ພ້ອມທັງໄດ້ຮ່ວມລົງນາມການເຊັນ ບັນທຶກຄວາມເຂົ້າໃຈ (MOA) ລະຫວ່າງ Pancake Laos ແລະ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເພື່ອສານຕໍ່ຄວາມເຂັ້ມແຂງທາງດ້ານທຸລະກິດ ແລະ ການຕະຫຼາດອອນລາຍ.


ໃນຕອນທ້າຍຂອງງານ, ມີພິທີມອບລາງວັນ Pancake Rising Star ເພື່ອເປັນການຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນໃຫ້ກັບບັນດາຮ້ານຄ້າທີ່ມີຍອດຂາຍສູງສຸດອີກດ້ວຍ ການຈັດງານໃນຄັ້ງນີ້ຖືເປັນບາດກ້າວສຳຄັນຂອງ Pancake Laos ໃນການສ້າງເຄືອຂ່າຍທີ່ເຂັ້ມແຂງ, ຍົກລະດັບມາດຕະຖານການບໍລິການ ແລະ ກ້າວໄປສູ່ການເປັນຜູ້ນຳໃນຕະຫຼາດພາຍໃນພາກພື້ນຢ່າງໝັ້ນຄົງ.



