ຣັດເຊຍ ມອບຫຼຽນແຫ່ງຄວາມຮັກ ແລະ ຄວາມໃວ້ເນື້ອເຊື່ອໃຈ ໃຫ້ສາມຄອບຄົວຂອງ ສປປ ລາວ

    ມູນນິທິ ‘’ ຫົວຄິດລິເລິ່ມທາງດ້ານວັດທະນະທໍາ ແລະ ສັງຄົມ ‘’ ໄດ້ຕົກລົງເຫັນດີປະດັບ “ ຫຼຽນ ແຫ່ງຄວາມຮັກ ແລະ ຄວາມໃວ້ເນື້ອເຊື່ອໃຈ ” ສະຫະພັນຣັດເຊຍ ໃນປີ 2024 ເປັນຄັ້ງທໍາອິດໃຫ້ສາຄູ່ທີ່ເປັນພົນລະເມືອງຂອງ ສປປ ລາວ ເຊຶ່ງພິທີດັ່ງກ່າວ ຈັດຂຶ້ນວັນທີ 30 ສິງຫາ 2024 ທີ່ສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳລາວ ມີທ່ານ ແອນຊັດ ຕະລືບົບ ອຸປະທູດສະຫະພັນ ຣັດເຊຍ ປະຈໍາລາວ ພ້ອມດ້ວຍ 3 ຄອບຄົວທີ່ໄດ້ຮັບຫຼຽນ ທັງເປັນແຂກກິດຕິມະສັກໃນງານຄັ້ງນີ້ ແລະ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບ 3 ຄອບຄົວທີ່ໄດ້ຮັບຫຼຽນຈາກມູນ ຄັ້ງນີ້ ແມ່ນຄອບຄົວທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ແລະ ທ່ານນາງ ອາລີ ພົລເສນາ ຄອບຄົວທ່ານ ທອງສະຫວັນ ພົມວິຫານ  ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທ່ານນາງ ວາດສະໜາ ພົມວິຫານ ແລະ ຄອບຄົວທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

    ສາມຄອບຄົວຂອງ ສປປ ລາວ ເຊິ່ງສະມາຊິກຄອບຄົວຂອງພວກທ່ານບໍ່ພຽງແຕ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາປະເທດຂອງພວກທ່ານ ແຕ່ຍັງໄດ້ກາຍເປັນຕົວແບບທີ່ດີຂອງການຮັກສາຄຸນຄ່າທາງດ້ານຄອບຄົວໄດ້ເປັນຢ່າງດີ ເພື່ອເປັນການຮັກສາຄຸນຄ່າດ້ານຄອບຄົວທີ່ເປັນມູນເຊື້ອອັນດີງາມ ແລະ ທັງເປັນການສຶກສາອົບຮົມເດັກນ້ອຍ ແລະ ຊາວໜຸ່ມໃຫ້ມີຄຸນນະທໍາ ແລະ ສິນທໍາປະຈໍາໃຈ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ອອກຄໍາສັ່ງໃນປີ 2022 ເຫັນດີໃຫ້ສ້າງຕັ້ງ ‘’ ວັນແຫ່ງຄອບຄົວ ຄວາມຮັກ ແລະ ຄວາມໃວ້ເນື້ອເຊື່ອໃຈ’’ ໃຫ້ຖືເປັນມື້ບຸນທາງການຂອງປະເທດລັດເຊຍ ແລະ ບຸນດັ່ງກ່າວຈະສະເຫຼີມ ສະຫຼອງທີ່ຣັດເຊຍໃນວັນທີ 8 ເດືອນກໍລະກົດຂອງທຸກໆປີ.

    ບຸນດັ່ງກ່າວແມ່ນນຶ່ງໃນໂຄງການຫຼັກຂອງມູນນິທິທີ່ມີຊື່ວ່າ ‘’ຫົວຄິດລິເລິ່ມດ້ານວັດທະນະທໍາ ແລະ ສັງຄົມ’’ ເຊິ່ງແຕ່ລະປີ ມູນນິທິ ຈະມອບ “ ຫຼຽນແຫ່ງຄວາມຮັກ ແລະ ຄວາມໃວ້ເນື້ອເຊື່ອໃຈ” ໃຫ້ຄູ່ຄອບຄົວທີ່ເປັນຕົວແບບທີ່ດີທາງດ້ານຄວາມຮັກ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ທັງໃຫ້ຄວາມເປັນແບບຢ່າງທີ່ດີຕໍ່ກັບຄົນລຸ່ນໃໝ່ ແຕ່ກ່ອນ ຫຼຽນປະເພດນີ້ ໄດ້ມອບໃຫ້ແຕ່ພົນລະເມືອງຣັດເຊຍ ແຕ່ພາຍຫຼັງມີມະຕິຕົກລົງເຫັນດີມອບຫຼຽນປະເພດນີ້ ໃຫ້ພົນລະເມືອງປະເທດຕ່າງໆທີ່ສະແດງອອກໃຫ້ເຫັນທາງດ້ານຄຸນຄ່າ ແລະ ຮີດຄອງປະເພນີອັນດີງາມໃນຄົວຂອງປະຊາຊົນໃນທົ່ວໂລກ ແລະ ປີ 2024 ມູນນິຖິ ‘’ຫົວຄິດລິເລິ່ມທາງດ້ານວັດທະນະທໍາ ແລະ ສັງຄົມ ‘’ ໄດ້ຕົກລົງເຫັນດີປະດັບ “ ຫຼຽນ ແຫ່ງຄວາມຮັກ ແລະ ຄວາມໃວ້ເນື້ອເຊື່ອໃຈ” ເປັນຄັ້ງທໍາອິດໃຫ້ 3 ຄູ່ ທີ່ເປັນພົນລະເມືອງຂອງ ສປປ ລາວ.

    ໂອກາດນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຕາງໜ້າໃຫ້ 3 ຄອບຄົວ ກ່າວສະແດງຄວາມຄວາມປຶ້ມປິຕິ ຍິນດີ ແລະ ຖືເປັນກຽດຢ່າງຍິ່ງ ທີ່ໄດ້ມາຢືນຢູ່ເວທີແຫ່ງນີ້ ເປັນພິທີທີ່ມີຄວາມໝາຍສຳຄັນຢ່າງຍິ່ງໃນຊີວິດຮັກ ຂໍສະແດງຄວາມຮູ້ບຸນຄູນ ແລະ ຂອບໃຈເປັນຢ່າງສູງ ມາຍັງ ທ່ານ ອາເລັກຊານເດີ ຣາດກັອຟ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳ ແຫ່ງ ສ ຣັດເຊຍ ທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ ແລະ ຄັດເລືອກເອົາຄູ່ຂອງພວກຂ້າພະເຈົ້າ ເປັນໜຶ່ງໃນ 3 ຄູ່ ທີ່ໄດ້ຮັບ ”ຫຼຽນແຫ່ງ ຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈ” ຊຶ່ງເປັນຫຼຽນ ທີ່ມີຄວາມໝາຍສຳຄັນຍິ່ງ ຂອງສະຫະພັນຣັດເຊຍ ທີ່ໄດ້ມອບໃຫ້ ຄູ່ສາມີພັນລະຍາ ທີ່ປະຄອງຄວາມຮັກຂອງຕົນດ້ວຍຄວາມຮັກ ແລະ ໄວ້ໃຈເປັນເວລາຍາວນານ  ແລະ ທັງໄດ້ເປັນເຈົ້າການຫ້າງຫາກະກຽມງານພົບປະສັງສັນທີ່ມີຄວາມອົບອຸ່ນໃນມື້ນີ້ ພ້ອມນີ້ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈໄປຍັງ ພະນະທ່ານ ນາງ ສະວຽດລານາ ເມັດເວເດັບ ປະທານມູນນິທິ Social Intiative ທີ່ໄດ້ຕົກລົງມອບຫຼຽນດັ່ງກ່າວໃຫ້ພວກຂ້າພະເຈົ້າ.     ຂໍສະແດງຄວາມຂອບໃຈມາບັນດາທ່ານແຂກທີ່ມີກຽດ ເພື່ອນມິດ ຍາດຕິພີ່ນ້ອງ ທີ່ໄດ້ສະຫຼະເວລາອັນມີຄ່າ ມາຮ່ວມອົບອຸ່ນ ສັງສັນ ຮ່ວມກັບພວກຂ້າພະເຈົ້າ ເຮັດໃຫ້ງານຄັ້ງນີ້ມີບັນຍາກາດ ແລະ ຈະຝັງຢູ່ໃນຈິດໃຈຂອງພວກຂ້າພະເຈົ້າຕະຫຼອດກາລະນານ.

error: Content is protected !!