ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອນຮັບການເຂົ້າພົບປະຂອງທ່ານ ຫຼີວ ເຈ້ຍເສິນ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຫຼີວ ເຈ້ຍເສິນ ຮອງເລຂາຄະນະພັກ ເຈົ້ານະຄອນຄຸນໝິງ ແຂວງຢຸນໜານ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 30 ສິງຫາ 2024 ທີ່ຫ້ອງວ່າການນະຄອງຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ (ເຂດ ເສດຖະກິດ ບໍ່ເຕັນ-ບໍ່ທ່ານ ແຂວງຫຼວງນໍ້າທາ ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ) ໃນວັນລະຫວ່າງວັນທີ 28-30 ສິງຫານີ້.


ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວຂອງທ່ານ ຫຼີວ ເຈ້ຍເສິນໃນຄັ້ງນີ້ ພ້ອມກັນນັ້ນກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງຈັນໃຫ້ຄະຜູ້ແທນນະຄອນຄຸນໝິງຊາບ ພ້ອມທັງປຶກສາຫາລືຫຼາຍບັນຫາເປັນຕົ້ນແມ່ນ ການຮ່ວມມືເພື່ອປຶກ ສາຫາລືການແລກປ່ຽນ ແລະ ຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງໃນຕໍ່ໜ້າ ຈັດຕັ້ງຜັນຂະຫຍາຍບັນດາຫົວຂໍ້ທີ່ສອງທ່ານເລຂາຄະນະພັກໄດ້ແລກປ່ຽນຄຳຄິດເຫັນນຳກັນໃນໄລຍະຜ່ານມາໃຫ້ເກີດເປັນຮູບປະທຳ ແລະ ມີໝາກຜົນຕົວຈິງຫຼາຍຍິ່ງຂຶ້ນ.


ຈາກນັ້ນທ່ານ ຫຼີວ ເຈ້ຍເສິນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນພ້ອມທັງລາຍງານສະພາບການການພັດທະນາເສດຖະກິດ-ສັງຄົມຂອງນະຄອນຄຸນໝິງ ການຮ່ວມມືໃນໄລຍະຜ່ານມາ ໂອກາດນີ້ກໍໄດ້ສະເໜີສ້າງຕັ້ງເມືອງມິດຕະພາບລະຫວ່າງ ເມືອງຊີຊານ ນະຄອຄຸນໝິງກັບເມືອງໃດໜຶ່ງຂອງນະຄອນຫຼວງວຽງຈັນ ເພື່ອສ້າງຕັ້ງສາຍພົວພັນເມືອງມິດຕະພາບ ເພື່ອຊຸກຍູ້ການແລກປ່ຽນ ແລະ ຮ່ວມມືດ້ານເສດຖະກິດ-ການຄ້າ ທ່ອງທ່ຽວ- ວັດທະນະທຳ ການສຶກສາ ການກໍ່ສ້າງຕົວເມືອງ ແລະ ຂົງເຂດອື່ນໆລະຫວ່າງສອງທ້ອງຖິ່ນໃຫ້ເກີດເປັນຮູບປະທຳ ເພື່ອປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ.

error: Content is protected !!